ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ຫົວ​ໜ້າ​ອົງ​ການ NASA ເຕືອນ ກ່ຽວ​ກັບ ການ​ມີ​ໜ້າ​ຂອງກອງ​ທັບ ຈີນ ໃນ​ອະ​ວະ​ກາດ


ຈະ​ຫຼວດ March-2C ທີ່ນຳ​ພາ​ດາວ​ທຽມສຳຫຼວດ Einstein , ບິນ​ອອກ​ຈາກ​ສູນ​ປ່ອຍ​ດາວ​ທຽມ ຊີ​ຈາງ ໃນ​ເມືອງ ຊີ​ຈາງ ແຂວງ ສີ​ສວນ ຂອງ ຈີນ, 9 ມັງ​ກອນ 2024.
ຈະ​ຫຼວດ March-2C ທີ່ນຳ​ພາ​ດາວ​ທຽມສຳຫຼວດ Einstein , ບິນ​ອອກ​ຈາກ​ສູນ​ປ່ອຍ​ດາວ​ທຽມ ຊີ​ຈາງ ໃນ​ເມືອງ ຊີ​ຈາງ ແຂວງ ສີ​ສວນ ຂອງ ຈີນ, 9 ມັງ​ກອນ 2024.

ຈີນ ແມ່ນ​ກຳ​ລັງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ອະ​ວະ​ກາດ​ຂອງ​ເຂົາ​ເຈົ້າ ແລະ ກຳ​ລັງ​ໃຊ້​ໂຄງ​ການ​ພົນ​ລະ​ເຮືອນ​ຂອງ​ເຂົາ​ເຈົ້າ​ເພື່ອ​ປິດ​ບັງ​ຈຸດ​ປະ​ສົງ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ, ຫົວ​ໜ້າ​ຂອງ​ອົງ​ການ​ອະ​ວະ​ກາດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້, ໂດຍ​ເຕືອນ​ວ່າ ວໍ​ຊິງ​ຕັນ ຕ້ອງ​ລະ​ມັດ​ລະ​ວັງ.

ຜູ້​ບໍ​ລິ​ຫານ​ອົງ​ການ NASA ທ່ານ ບິ​ລ ແນ​ລ​ສັນ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ວ່າ “ຈີນ ໄດ້​ທຳ​ຄວາມ​ກ້າວ​ໜ້າ​ຢ່າງຫຼວງຫຼາຍ​ໂດຍ​ສະ​ເພາະ​ໃນ 10 ປີ​ທີ່​ຜ່ານ​ມາ, ແຕ່​ເຂົາ​ເຈົ້າ​ແມ່ນ​ໄດ້​ເກັບ​ໄວ້​ເປັນ​ຄວາມ​ລັບ​ຫຼາຍ.”

ທ່ານ ແນ​ລ​ສັນ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ເຊື່ອ​ວ່າຫຼາຍ​ໂຄງ​ການ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ໂຄງ​ການ​ອະ​ວະ​ກາດ​ພົນ​ລະ​ເຮືອນ​ນັ້ນ ແມ່ນ​ໂຄງ​ການ​ຂອງ​ທະ​ຫານ. ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ, ໃນ​ຄວາມ​ເປັນ​ຈິງ​ແລ້ວ, ພວກ​ເຮົາ​ແມ່ນ​ຢູ່​ໃນ​ການ​ແຂ່ງ​ຂັນ.”

ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ຫວັງ​ວ່າ ປັກ​ກິ່ງ “ຈະ​ຮູ້​ຈັກ ແລະ ເຂົ້າ​ໃຈ​ວ່າ​ອະ​ວະ​ກາດ​ພົນ​ລະ​ເຮືອນ​ແມ່ນ​ສຳ​ລັບ​ການ​ນຳ​ໃຊ້​ໃນ​ທາງ​ທີ່​ສັນ​ຕິ,” ແຕ່​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ບໍ່​ທັນ​ໄດ້​ເຫັນ ຈີນ ສະ​ແດງ​ໃຫ້​ເຫັນ​ເທື່ອ.”

ຄຳ​ເຫັນ​ຂອງ​ທ່ານ ແນ​ລສັນ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ໃຫ້​ການ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຈັດ​ສັນ​ທຶນ​ສະ​ພາ​ຕ່ຳ ກ່ຽວ​ກັບ ງົບ​ປະ​ມານ​ຂອງ​ອົງ​ການ NASA ສຳ​ລັບປີງົບ​ປະ​ມານ 2025.

ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຄວນ​ນຳ​ຍານ​ອະ​ວະ​ກາດ​ລົງ​ຈອດ​ຢູ່​ເທິງ​ເດືອນ​ກ່ອນ ຈີນ, ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ດັ່ງ​ກ່າວ​ສະ​ແຫວງ​ຫາ​ພາ​ລະ​ກິດ​ລົງ​ຈອດ​ເທິງດວງ​ເດືອນ, ແຕ່​ທ່ານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຖ້າ​ຈີນ​ໄດ້​ໄປ​ຮອດ​ກ່ອນ, ເຂົາ​ເຈົ້າ​ອາດ​ເວົ້າ​ວ່າ: “ໂອ​ເຄ, ນີ້​ແມ່ນ​ເຂດ​ແດນ​ຂອງ​ພວກ​ເຮົາ, ເຈົ້າ​ຢ່າ​ເຂົ້າ​ມາ.”

ສະ​ຫະ​ລັດ ແມ່ນ​ມີ​ແຜນ​ທີ່​ຈະ​ນຳ​ເອົາ​ນັກ​ບິນ​ອະ​ວະ​ກາດ​ກັບ​ໄປ​ເທິງ​ເດືອນ​ໃນ​ປີ 2026 ພ້ອມ​ກັບ​ພາ​ລະ​ກິດ Artemis 3 ຂອງ​ເຂົາ​ເຈົ້າ. ຈີນ​ ເວົ້າ​ວ່າ​ເຂົາ​ເຈົ້າ​ຫວັງ​ທີ່​ຈະ​ສົ່ງ​ມະ​ນຸດ​ຂຶ້ນ​ໄປ​ເທິງ​ເດືອນ​ພາຍ​ໃນ​ປີ 2030.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG