ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມຽນມາ​ ຢາກ​ໃຫ້​ ສະຫະລັດ ຢຸດ​ໃຊ້​ຄຳ​ເວົ້າ ​“ໂຣຮິງ​ຢາ”


ບັນດາສະມາຊິກກຸ່ມຊາດນິຍົມສາສະໜາພຸດ ຮຽກໃຫ້ມີການປະທ້ວງ ຢູ່ນອກສະຖານທູດ ສະຫະລັດ ໃນນະຄອນຢາງກຸ້ງ.
ບັນດາສະມາຊິກກຸ່ມຊາດນິຍົມສາສະໜາພຸດ ຮຽກໃຫ້ມີການປະທ້ວງ ຢູ່ນອກສະຖານທູດ ສະຫະລັດ ໃນນະຄອນຢາງກຸ້ງ.

ມຽນມາ​ ຕ້ອງການ​ຢາກ​ໃຫ້​ ສະຖານ​ທູດສະຫະລັດ ຢຸດ​ໃຊ້​ຄຳ​ເວົ້າ ​“ໂຣຮິງ​ຢາ” ​ເວລາ​ກ່າວເຖິງຊົນ​ກຸ່ມ​ນ້ອຍ​ທີ່​ບໍ່​ຖືກ​ຮັບ​ຮູ້​ຂອງ​ປະ​ເທດ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ລັດຖະ ບານ​ຄົນ​ນຶ່ງ​ ທີ່ໄດ້​ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ພຸດ​ມື້​ນີ້.

ທ່ານ Aung Lin ​ເລຂາທິການ​ຖາວອນ​ຂອງ​ກະຊວງຕ່າງປະ​ເທດ ກ່າວ​ວ່າ “ພວກ​ເຮົາ​ຈະ​ມີ​ຄວາມ​ດີ​ໃຈ ​ຖ້າ​ຫາກສະຖານທູດ​ຢຸດ​ເຊົາ​ການ​ໃຊ້​ຄຳ​ດັ່ງກ່າວ.” ທ່ານ​ກ່າວ​ເພີ້​ມອີກ​ວ່າ ການ​ສືບ​ຕໍ່​ໃຊ້​ຄຳ​ເວົ້າ​ນີ້​ “ຈະ​ບໍ່​ຊ່ວຍ​ຫຍັງ​ສຳລັບພວກ​ເຮົາ.”

ເຖິງ​ຢ່າງ​ໃດ​ກໍ​ດີ ເຈົ້າ​ໜ້າ​ທີ່​ທ່ານ​ນີ້ ກ່າວ​ວ່າ ທ່ານ​ “ຍັງ​ບໍ່​ຮູ້​ເທື່ອວ່າ” ​ໃນ​ວັນ​ອັງ ຄານວານ​ນີ້ ທາງກະຊວງ​ໄດ້​ຂໍ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ໄປ​ຫາ​ສະຖານທູດຫລື​ບໍ່ ກ່ຽວ​ກັບ​ການ​ໃຊ້​ຄຳເວົ້າດັ່ງກ່າວ.

ຊາວໂຣຮິງຢາ ມຸສລິມ ພາກັນເດີນທາງເຮືອຢູ່ເມືອງ Buthidaung ຢູ່ປະເທດມຽນມາ.
ຊາວໂຣຮິງຢາ ມຸສລິມ ພາກັນເດີນທາງເຮືອຢູ່ເມືອງ Buthidaung ຢູ່ປະເທດມຽນມາ.

​ໃນ​ວັນ​ພຸດ​ມື້ນີ້ ສະຖານທູດ​ໄດ້​ປະຕິ​ເສດ​ບໍ່​ຍອມ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ວ່າ​ ​ໄດ້ ມີ​ການ​ສົນທະນາໃນເລື້ອງ​ດັ່ງກ່າວ​ໃນ​ມື້ວານ​ນີ້ຫຼືບໍ່ດັ່ງ​ທີ່​ໄດ້​ລາຍ​ງານ​ໂດ​ຍ ສື່​ມວນ​ຊົນ. ໂຄສົກ​ສະຖານທູດ​ຄົນ​ນຶ່ງ​ໃນ​ນະຄອນ​ຢ່າງ​ກຸ້ງ ​ທີ່​ບໍ່​ປະສົງ​ອອກ​ຊື່ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກ​ເຮົາ​ບໍ່ໃຫ້​ຄວາມ​ເຫັນໃນ​ການສົນທະນາ​ທາງ​ການ​ທູດ​ກັບ​ລັດຖະບານ.”

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ Scot Marciel ​ໃນກອງ​ປະຊຸມ​ນັກ​ຂ່າວ ເມື່ອວັນ ​ທີ 28 ​ເມສາ​ຜ່ານ​ມາ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ປະຕິ​ເສດທີ່​ຈະ​ຫລີກ​ລ່ຽງຕໍ່​ການ​ໃຊ້ຄໍາ​ເວົ້າ​ດັ່ງ ກ່າວ ເຖິງ​ແມ່ນວ່າ ​ຖ້າ​ຫາກ​ລັດຖະບານ​ມຽນມາ​ ຈະ​ບໍ່​ໃຊ້ ​ໂດຍ​ກ່າວ​ວ່າມັນ​ເປັນ​ການ​ປະ ຕິບັດ​ຕາມ​ປົກກະຕິ​ຂອງສະຫະລັດ ​ແລະ​ປະຊາ​ຄົມ​ສາກົນ​ເພື່ອ​ຮັບ​ຮູ້ວ່າ “ບັນດາ​ປະຊາ​ຄົມ​ທຸກ​ຫົນ​ແຫ່ງ​ມີ​ຄວາມ​ສາ​ມາດທີ່​ຈະ​ຕັດສິນ​ໃຈ​ວ່າ ​ເຂົາ​ເຈົ້າ​ສົມ​ຄວນຮ້ອງ​ຕົນ​ເອງ​ຢ່າງ​ໃດ. ​ແລະ​ຕາມ​ປົກກະຕິ​ແລ້ວເມື່ອ​ສິ່ງ​ນັ້ນເກີດ​ຂຶ້ນ ພວກ​ເຮົາ​ກໍຈະ​ຮ້ອງ​ເຂົາ​ເຈົ້າ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ ຢາກ​ໃຫ້​ຮ້ອງ. ນີ້​ບໍ່​ແມ່ນ​ການ​ຕັດສິນ​ໃຈ​ດ້ານ​ການ​ເມືອງ ມັນ​ພຽງ​ເປັນ​ການ​ປະ​ຕິ​ບັດ​ທຳ​ ມະດາ.”

ເດັກນ້ອຍຜູ້ຊາຍຄົນນຶ່ງຊອກຫາສິ່ງຂອງທີ່ອາດນຳມາໃຊ້ໄດ້ ຢູ່ບ່ອນເກີດໄຟໄໝ້ ສູນພັກເຊົາ.
ເດັກນ້ອຍຜູ້ຊາຍຄົນນຶ່ງຊອກຫາສິ່ງຂອງທີ່ອາດນຳມາໃຊ້ໄດ້ ຢູ່ບ່ອນເກີດໄຟໄໝ້ ສູນພັກເຊົາ.

ສະຖານທູດ​ໄດ້​ປະ​ເຊີີນ​ໜ້າ​ກັບ​ການ​ຕິຕຽນ​ຈາກພວກ​ຫົວຊາດ​ນິຍົມ​ມຽນມາ ນັບ​ແຕ່​ໄດ້​ອອກ​ຖະແຫລ​ງ ສະ​ແດງ​ຄວາມ​ເສົ້າ​ສະຫ​ລົດ​ໃຈ ຫລັງ​ຈາກ​ໄດ້​ເກີດອຸ​ບັດ​ເຫດ​ທາງ​ທະ​ເລເມື່ອວັນ​ທີ 19 ​ເມສາ ​ທີ່​ເຮັດ​ໃຫ້ຊາວ​ໂຣຮິງ​ຢາ ຫລາຍເຖິງ 40 ຄົນ ໄດ້​ຈົມ​ນໍ້າ​ຕາຍ.

ອ່ານຂ່າວເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG