ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ເພງຫວານ​ອະ​ມະ​ຕະ ມະ​ຍູ​ຣີ ຂັບ​ຮ້ອງ​ໂດຍ ສິນ​ລະ​ປິນ​ທີ່​ເປັນ​ຕຳ​ນານ ວໍ​ຣະ​ເດດ ດິ​ດທະ​ວົງ


ວໍ​ຣະ​ເດດ ດິ​ດທະ​ວົງ ສະ​ແດງ​ໃນງານ​ດົນ​ຕີ ທີ່​ລັດ​ຄາ​ລີ​ຟໍ​ເນຍ
ວໍ​ຣະ​ເດດ ດິ​ດທະ​ວົງ ສະ​ແດງ​ໃນງານ​ດົນ​ຕີ ທີ່​ລັດ​ຄາ​ລີ​ຟໍ​ເນຍ

ສະບາຍດີທຸກໆທ່ານ​. ​ພົບ​ກັນ​ອີກ​ຕາມ​ເຄີຍ ພ້ອມ​ກັບ​ເພງ​ມ່ວນໆ​ໃນ​ທຸກໆ ຄໍ່າຄືນ
ວັນ​ອາທິດ. ມື້​ນີ້ ແມ່ນ​ພິ​ເສດ​ແດ່ ເພ​າ​ະວ່າເຖິງ​ຕອນ​ທີ່​ຈະໄດ້​ເປີດ​ເພງ​ລາວ​ແລ້ວ.
ລາຍກ​ານ​ວີ​ໂອ​ເອຂອງເຮົາປີ​ນີ້ ແມ່ນ​ມີ​ການ​ປ່ຽນ​ແປງ​ແດ່ ເວ​ລາ​ຂອງ​ລາຍ​ການກໍ​ມີ
ການ​ດັດ​ແປງ​ແດ່ເລັກ​ນ້ອຍ…ໃນ​ບາງ​ຄັ້ງ ບາງ​ກໍ​ລະ​ນີ ວັນ​ນະ​ສອນ ກໍ​ນຳ​ສະ​ເໜີ​ເພງ
ພິເສດ​ສະ​ເພາະ ເຊັ່ນ​ໃນ​ຊ່ວ​ງທີ່ເຂື່ອນແຕກ ທີ່​ມີ​ສິນ​ລະ​ປິນ​ລາວ​ແຕ່ງ​ເພງຂຶ້ນ ​ເພື່ອ​ເປັນ​
ກຳ​ລັງ​ໃຈ​ໃຫ້​ແກ່ພວກ​ປະ​ສົບໄພໃນ​ແຂວງອັດ​ຕະ​ປື. ແຕ່ກໍ​ມີບາງຄົນທີ່ໄດ້ສະແດງ
ຄວາມ​ບໍ່​ພໍ​ໃຈເຂົ້າມາ ຊຶ່ງກໍຖືວ່າ ເປັນເລື້ອງທຳມະດາທີ່ວ່າ ທຸກສິ່ງທຸກຢ່າງທີ່ເຮັດຂຶ້ນມາ ຈະສ້າງຄວາມພໍໃຈໃຫ້ແກ່ບາງຄົນ ແລະສ້າງຄວາມ ບໍ່ພໍໃຈໃຫ້ແກ່ອີກບາງຄົນ. ສຳລັບ
ທ່ານ​ຜູ້​ຟັງທີ່ມີຊື່ວ່າ ທະນົງສັກ ກັບ​ຂຽນ​ບອກ​ມາ​ວ່າ “ຄວນຈະເພີ່ມຊົ່ວໂມງອອກອາກາດ
ຕື່ມ”
ເອົາ​ຈັ່ງ​ໃດ​ກໍ​ຕາມ​ ພວກເຮົາຈະພະຍາຍາມ. ມື້ນີ້ ເຮົາຂໍ​ເລີ້ມ​ດ້ວຍຜົນງານເພງ ​
ຂອງ​ສິນ​ລະ​ປິນ​ທີ່​ເປັນ​ຕຳ​ນານ ວໍ​ຣະ​ເດດ ດິ​ດທະ​ວົງ ຕາມ​ມາ​ດ້ວຍ ສິ​ລະ​ປິນ ມະ​ລີ​ຈັນ​ສຸກ
ແລະ​ປິດ​ທ້າຍ​ລາຍການ ດ້ວຍ​ເພງ​ຂອງ​ສິນ​ລະ​ປິນ​ອະ​ວຸ​ໂສ ທີ່​ເປັນ​ຕຳ​ນານ ທີ່​ນັບ​ມື້ ນັບ​ຫາ​
ຟັງ​ໄດ້​ຍາກ​…ເພງ​ທີ​ນຶ່ງ​ເປັນ​ເພງມາ​ຍຸ​ຣີ ຂອງ ວໍ​ຣະ​ເດດ ເພງ​ຕໍ່​ໄປ​ເປັນ​ຂອງ ​ມະ​ລີ​ຈັນ​ສຸກ
ໃນ​ບົດ​ເພງ ໂທ​ລະ​ສັບ ​ແລະ​ປິດ​ທ້າຍ​ລາຍ​ການດ້ວຍ​ເພງ​ຂອງ​ ຄຳ​ຫຼ້າ​ໜໍ່​ແກ້ວ
ໃນ​ບົດ​ເພງ ຮັກ​ບໍ່​ລືມ ເຊີນ​ຮັບ​ຟັງ​ໄດ້​ເລີຍ. ພົບ​ກັນ​ໃໝ່ ໃນ​ສັບ​ປະ​ດາ​ໜ້າ ຂໍ​ມ​ຫ້​ທຸກໆ​ທ່ານ
ນອນ​ລັບ​ຝັນ​ຫວານ.

XS
SM
MD
LG