ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອາຣິຍະ ກຸນຣະ​ວຸທ - ​ສິ້ນ​ຫວັງ


ອາຣິຍະ ກຸນຣະ​ວຸທ໌
ອາຣິຍະ ກຸນຣະ​ວຸທ໌

ສະບາຍດີ​ທຸກໆທ່ານ ​ກັບມາຟັງ​ເພງລາວ​ມ່ວນໆກັນອີກເໜາະ​ ​ຫຼັງຈາກໄດ້ຟັງເພງ​ອາເມຣິກັນມາໄດ້ 3 ສັບປະດາແລ້ວ. ​ເອົາ​ເຮົາຂໍ​ເລີ່​ມຕົ້ນ ດ້ວຍ​ເພງຫວານໆຂອງ
ອາຣິຍະ ກຸນຣະ​ວຸທ໌ ນັກຮ້ອງ ຮຸ່ນໃໝ່ທີ່ີເກີດໃຫຍ່ໃນສະຫະລັດ ແຕ່ກໍຍັງສືບ​ສານ
ຂະໜົບປະເພນີລາວ ທັງ​ເລື່ອງພາສາລາວ​ໄວ້ໄດ້ເປັນຢ່າງດີຢູ່ ຖືວ່າເກັ່ງກາດເອົາການ ສາມາດຮ້ອງເພງລາວຢ່າງຊັດຖ້ອຍ ຊັດຄຳ ຊຶ່ງ​ກໍ​ຕ້ອງ​ຍົກໂປ້ແຖມ​ກ້ອຍ​ ໃຫ້​ນ້ອງ
ອາຣິຍະ ກຸນຣະ​ວຸທ໌ ດັ່ງ​ຄຳ​ພັງ​ເພີຍທີ່ວ່າ ​ເຊື້ອ​ໝາກຕ້ອງ​ບໍ່​ຮ່ອນ​ຫຼົ່ນ​ໄກ​ກົກ ​ເພາະວ່າ​
ນັກ​ປະພັນ​ເຈົ້າ​ຄຳ​ຜາຍ ກຸນຣະ​ວຸທ໌ ກໍແມ່ນມີສັກ​ສີເປັນ​ລຸງ. ຂໍ​ເຊີນ​ໄປ​ຟັງ​ເພງ​ສິ້ນ​ຫວັງ ຂອງຜູ້ກ່ຽວ ​ໄດ້​ເລີຍ.

ສ່ວນ​ເພງ​ລາວ​ຂອງ​ນັກ​ຮ້ອງ​ສຽງ​ຄຸນ​ນະພາ​ບ ​ສິນລະປິນ​ສາວລາວ​ຈາກ​ຝຣັ່ງ ​ເຕ ສັກດາ
​ທີ່​ຈະ​ເປີດ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ເປັນ​ບົດ​ເພງ​ທີ່ປະພັນ​ໂດຍ​ເຈົ້າ​ຄຳ​ຜາຍ ກຸນຣະ​ວຸທ໌ ເຊັ່ນ​ກັນ ​
ໃນ​ຊຸດ​ເພ​ງຄູ່ ຂອງ ອະຣິຍະ ​ແລະ ​ເຕ ສັກດາ...​ເອົາລະ ຂໍ​ໃຫ້​ມ່ວນໆ​ກັບ​ເພງ​ຫວານ​ນີ້...
ຮັກ​ເປັນ​ອະນິຈັງ.

​ບັດນີ້ວັນນະສອນຂໍ​ອຳ​ລາ​ທ່ານໄປ​ພ້ອມກັບ​ຂັບ​ລຳ​ລາວ​ທ້ອງ​ຖິ່ນ​ທາງ​ສະຫວັນ​ນະ​ເຂດ​ພຸ້ນ
ຊຶ່ງພົງ​ສະຫວັນ ​ໄຊ​ຍະ​ວົງ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ກໍ​ເຄີຍໄດ້ມາຂັບກ່ອມ​ທ່ານ​ຜູ້​ຟັງໄປແລ້ວ ໃນຫວ່າງມໍ່ໆມານີ້ ​ສ່ວນວ່າຄັ້ງນີ້ ເປັນຂັບລຳພື້ນເມືອງລຳ​ຜູ້ໄທ ​ໃນ​ບົດ​

ເພງ ກ້ຽວ​ສາວ​ຜູ້​ໄທ ຊຶ່ງ​ເປັນ​ບົດ​ກອນ​ປະຍຸກ ທີ່​ມີທັງ​ລຳທັງ​ຮ້ອງ...​ເອົາ​ອອກ​ມາ​ລ້າຍ​ລຳ
​ກັນ​ເລີຍ ​ແລະ​ກໍຫວັງ​ວ່າ​ລຳ​ນີ້​ຄົງ​ຈະ​ຖືກ​ໃຈ​ທ່ານ​ຜູ້​ຟັງຄໍ​ໝໍ​ລຳ. ຢ່າ​ລືມ​ຂຽນ​ມາບ​ອກ​ເດີ.
ຂໍ​ໃຫ້​ທຸກໆທ່ານຈົ່ງນອນ​ລັບ​ຝັນ​ຫວານ.

XS
SM
MD
LG