ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສາວ​ຊຽງ​ໜີ​ຊ້ຳ ຂັບ​ຮ້ອງ​ໂດຍ ແດງ ດວງ​ເດືອນ


ແດງ ດວງ​ເດືອນ
ແດງ ດວງ​ເດືອນ

ໃນຄ່ຳຄືນນີ້ ​ວັນ​ນະ​ສອນ ຈະ​ນຳ​ຂັບ​ລຳ​ລາວ​ມ່ວນໆ ມາ​ຝາກ​ທ່ານ​ຜູ້​ຟັງ ທີ່ທາງລາຍການ
ສຽງເພງຈາກແດນໄກຂອງ VOA ​ບໍ່​ໄດ້​ຈັດ​ເພງ​ປະ​ເພດ​ນີ້ ມາ​ດົນ​ແລ້ວ ຂໍ​ໃຫ້​ທຸກໆ​ທ່ານ
​ມ່ວນ​ຊື່ນ​ກັບ​ຂັບ​ລຳ​ພື້ນ​ບ້ານ​ຂອງ​ລາວ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ ພໍ​ຮອດ​ວັນ​ອາທິດ​ຍາມ​ໃດ ​ວັນ​ນະ​ສອນ ດີ​ໃຈ ທີ່​ໄດ້​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​
ໄດ້ຮັບ​ຟັງ​ກັນ ໂດຍ​ສະ​ເພາະ​ວັນ​ອາ​ທິດ​ມື້​ນີ້ ຖື​ວ່າເປັນ​ສັບ​ປະ​ດາທີ່ເປັນ​ພິ​ເສດ​ ​ເພາະວ່າ​
ວັນ​ນະ​ສອນ ​ຈະໄດ້ມາ​ຈັດ​ຂັບ​ລຳ​ລາວ ​ຂໍ​ເລີ້ມ​ດ້ວຍ​ຂັບ​ຊຽງ​ຂວາງຂອງ​ສິນ​ລະ​ປິນ​ສຽງ​ດີ
ແດງ ດວງ​ເດືອນ ໃນ​ບົດ​ເພງ“ສາວ​ຊຽງ​ໜີ​ຊ້ຳ” ເອົາ​ເ​ຊີນ​ອອກ​ຟ້ອນໄປ ແລະ​ຟັງ​ໄປ
ພ້ອມໆກັນເລີຍ.

ສ່ວນ​ລຳ ມະ​ຫາ​ໄຊ ນີ້ ເປັນ​ລຳ​ພື້ນ​ບ້ານແ​ຖວ​ພາກ​ກາງ​ເຂດ​ແຂວງ​ຄຳ​ມ່ວນ​ພຸ້ນ ຊຶ່ງມ່ວນ
​ອອນ​ຊອນ​ແທ້ ວັນ​ນະ​ສອນ ກໍ​ຫວັງ​ຢ່າງ​ຍິ່ງວ່າ ຂັບ​ລຳ​ພວກ​ນີ້ ຄົງ​ຈະ​ພາໃຫ້​ທ່ານ​ຜູ້​ຟັງ
​ຄິດ​ຮອດ​ບ້ານ ດັ່ງ​ທີ່​ຊາບ​ກັນ​ນັ້ນ​ລະ ປະ​ເທດ​ລາວ​ແມ່ນ​ອຸ​ດົມ​ສົມ​ບູນ​ຮັ່ງ​ມີ ເຕັມ​ໄປ​ດ້ວຍ
ຮີດ​ຄອງ​ປະ​ເພ​ນີ້ ແລະ​ຂັບ​ລຳ​ລາວ ເກືອບ​ວ່າ​ທຸກ​ໆ​ພາກ​ພື້ນຂອງ​ປະ​ເທດ. ຂໍ​ເຊີນ​ໄປ​ຟັງ​ສຽງຂອງນ້ອງ ສຸດ​ທິ​ດາ ປາ​ນ້ອຍ.

ສ່ວນ ເພງ ລ່ອງ​ແວ່ນ​ບ້ານ​ເຮົາ ຂອງ​ໝໍ​ລຳ​ສຽງ​ດີ ໝີ້ ສາຍ​ພູ​ຊຳ ແນວ​ເພງ​ປະ​ສົມ ​ຈັ່ງ​ຫວະ
​ລຳ​ວົງ ແລະ​ຂັບ​ຊໍ​ເໜືອ ເປັນ​ຈັ່ງ​ຫວະ​ທີ່​ມ່ວນ ແລະ​ວັນ​ນະ​ສອນ​ວ່າ​ເພງ​ນີ້ ເຮັດ​ໃຫ້​ທ່ານ​
ຜູ້​ຟັງ ທີ່​ໄດ້​ຟັງນີ້ ແບບ​ວ່າຟັງ​ໄດ້​ຢ້ອນ​ໄປ​ພຸ້ນ​ລະ...ຖ້າ​ມັກ​ຮັກ​ເພງ​ໃດປະ​ເພດ​ໃດ ກໍ​ຂໍ​ໃຫ້​
ຂຽນ​ມາ​ຫາ​ທາງ​ເຮົາ​ດ້ວຍ ເພາະ​ວ່າ​ຈະ​ໄດ້ຈັດ​ເພງ​ໃຫ້​ຖືກ​ໃຈ. ຂໍ​ໃຫ້​ທຸກໆ​ທ່ານນອນ​ຫຼັບ
​ຝັນ​ຫວານ ແລະ​ພົບ​ກັນ​ໃໝ່ ໃນສັບ​ປະ​ດາ​ໜ້າ. ​

XS
SM
MD
LG