ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເພງ 'I Started A Joke' ​ຮ້ອງ​ໂດຍ ວົງ Bee Gees


ນັກ​ຮ້ອງ Barry Gibb ຂອງ ວົງ Bee Gees ​ແລະ​ທ່ານ Robert Stigwood ອະ​ດີດ​ຜູ້​ບໍ​ລິ​ຫານ​ຂອງ ວົງ Bee Gees, 28 ມິ​ຖຸ​ນາ 2013, ໃນ​ລອນດອນ.
ນັກ​ຮ້ອງ Barry Gibb ຂອງ ວົງ Bee Gees ​ແລະ​ທ່ານ Robert Stigwood ອະ​ດີດ​ຜູ້​ບໍ​ລິ​ຫານ​ຂອງ ວົງ Bee Gees, 28 ມິ​ຖຸ​ນາ 2013, ໃນ​ລອນດອນ.

ໃນຄ່ຳ​ຄືນ​ນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງແນວ classic ແລະ​ວ່າ​ຈະ​ມີ​ເພງ​ໃດ​ແດ່ນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການ
ໄດ້ນະບັດນີ້.

ສບາຍດີທຸກໆ​ທ່ານ ​ຂະນະນີ້ກໍຍັງຢູ່ໃນຊ່ວງທ້າຍລະດູຮ້ອນຢູ່ ອີກ​ບໍ່​ດົນ ກໍ​ຈະ​ເຖິງ​
ລະ​ດູ​ໃບ​ໄ​ມ້​ຫລົ່ນແລ້ວ ຊຶ່ງຊ່ວງ​ນັ້ນ ໃບ​ໄມ້ແຕ່​ລະ​ໃບ ກໍ​ຈະ​ປ່ຽນ​ສີ ຈາກ​ຂຽວ​ຂະ​ຈີ
ຄ່ອຍໆປ່ຽນ​ເປັນ​ເຫຼືອງ ແສດ ແດງ​ແລະ​ນ້ຳ​ຕານ​ເຂັ້ມ ແລະ​ຫຼົ່ນ​ອອກ​ຈາກ​ຕົ້ນຈົນ
​ບໍ່​ເຫຼືອ​ ແມ່ນກະ​ທັງ​ໃບ​ດຽວ ແຕ່​ລະ​ຕົ້ນ​ເບິ່ງ​ຄື​ແຫ້ງ​ຫ່ຽວຕາຍ​ໄປຈົນ​ກວ່າລະ​ດູ​ບານ​ໃໝ່
​ຈະ​ມາ​ເຖິງ ແລະ​ຄ່ອຍໆ​ຄືນ​ຊີບ​ໃຫ້​ຕົ້ນ​ໄມ້​ກັບ​ໄປ​ມີ​ຊີ​ວິດ​ຊີ​ວາ​ອີກໃໝ່ ​ອາ​ກາດ​
ໃນ​ນະ​ຄອນ​ຫຼວງວໍຊິງຕັນພີ້ ກໍຍັງຮ້ອນຢູ່ ແລະ​ມີ​ຝົນ​ປະ​ປາຍ​ເປັນ​ບາງວັນ ​ຈັ່ງ​ໃດ
ກໍ​ຕາມ​ແຕ່ ຄ່ຳ​ຄືນ​ນີ້​ພວກ​ເຮົາ​ມາ​ຟັງ​ເພງ​ມ່ວນໆ​ນຳ​ກັນ​ເນາະໃນ​ບົດ​ເພງ​ເຢັນໆ
ແບບ​ຟັງ​ສະ​ບາຍໆ ປະ​ເພດ classic...ເອົາ​ໄປ​ຟັງ​ເພງ I Started A Joke ຂອງວົງ
Bee Gees ກັນ​ກ່ອນ ​ແລ້ວ​ຄ່ອຍ​ມາ​ລົມ​ກັນ​ອີກ.

ຈັ່ງ​ໃດ​ລະ ເພງເກົ່າ​ທີ່​ຫາ​ຟັງໄ​ດ້​ຍາກນີ້ ຄົງ​ຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ຜູ້​ຟັງ​ຄິດ​ເຖິງ​ອະ​ດີດ
ເມື່ອ​ຄັ້ງ​ຍັງ​ເປັນ​ໜຸ່ມ​ເປັນ​ສາວ​ພຸ້ນ​ນັ້ນ. ເອົາ​ມາ​ຟັງ​ເພງ​ທີ່​ເປັນ​ອຳ​ມະ​ຕະອີກ​ຕື່ມ​ເພງ​ນຶ່ງ
ພໍ​ໄດ້​ແຕ່​ເລີ້ມ​ຂຶ້ນຕົ້ນ​ເພງ​ນີ້ ທຸກ​ຄົນກໍ​ຈະ​ພາ​ກັນຮ້ອງອໍ​...ໄປ​ຕາມໆ​ກັນ.

​ທີ່​ທ່ານ​ຫາ​ຟັງ​ຈົບ​ລົງ​ໄປນັ້ນ​ແມ່ນ​ເພງ Yesterday ຂອງວົງ Beatles ບໍ່​ຕ້ອງບອກ
ກໍ​ຊາບ​ແລ້ວ​ລະ​ວ່າ​ແຟນໆ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ທີ່​ຕິດ​ຕາມ​ຮັບ​ຟັງ​ຢູ່ໃນ​ຂະ​ນະ
​ນີ້ ແມ່ນ​ຖືກ​ໃຈ​ເປັນ​ແນ່​ແທ້…ສ່ວນ​ເພງ Speak Softly Love ຂອງ Andy William ນີ້
ຈັດ​ແຖມ​ພິ​ເສດ​ໃຫ້​ແກ່​ແຟນ​ລາຍ​ການ​ທີ່​ມັກ​ຮັກ​ເພງ​ປະ​ເພດ classic ນີ້ ອີກ​ຕື່ມ​ເພງ​ນຶ່ງ.
ເປັນຈັ່ງ​ໂຊກແທ້ໆ ​ທີ່​ວ່າ ທາງ​ເຮົາຍັງ​ພໍ​ມີ​ເວ​ລາເຫຼືອ​ຢູ່ ວັນ​ນະ​ສອນ ຈຶ່ງຂໍ ອຳລາທ່ານ
ດ້ວຍເພງແນວ classic ອີກ​ຕື່ມ​ເພງ​ນຶ່ງ ເປັນ​ເພງ​ທີ່​ວັນ​ນະ​ສອນ ​ຄິດ​ວ່າ ທ່ານ​ຜູ້​ຟັງ
ຄົງ​ຮ້ອງ​ຕາມ​ໄປ​ດ້ວຍ​ກັນ ໃນ​ບົດ​ເພງ All I Have To Do Is Dream ຂອງວົງ
Everly Brothers ຂໍໃຫ້ທຸກໆທ່ານນອນຫລັບຝັນດີແລະພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG