ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອາ​ລຸ​ນາ ​ກັບ ໂອ​ລາ ແບ​ລັກ​ອາຍ​ສ໌ ມີຜົນງານ​ເພງ 'ໄຮ້​ດຽງ​ສາ' ມາກ່ອມທ່ານຜູ້ຟັງ


ອາ​ລຸ​ນາ ຖາ​ວອນ​ສຸ​ຂ ​ກັບ ໂອ​ລາ ແບ​ລັກ​ອາຍ​ສ໌
ອາ​ລຸ​ນາ ຖາ​ວອນ​ສຸ​ຂ ​ກັບ ໂອ​ລາ ແບ​ລັກ​ອາຍ​ສ໌

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນ​ຄໍ່​າຄືນນີ້ ​ວັນນະ​ສອນຈະ​ມາ​ກ່ອມ
​ທ່ານ​ດ້ວຍ​ເພງ​ລາວ​ມ່ວນໆຂໍ​ເຊີນ​ທ່ານ​ຜູ້ຟັງ ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

ສະບາຍດີ ແລະ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ
VOA ​ໃນ​ທຸກໆຄ່ຳ​ຄືນ​ຂອງ​ວັນ​ອາທິດ. ວັນ​ອາ​ທິດ​ນີ້​ກໍ​ເຖິງ​ຕາ​ເປີດ​ເພງ​ລາວ​ແລ້ວ
ແລະ​ພວກ​ເຮົາ​ກໍ​ໂຊກ​ດີ​ແທ້ໆ ເພາະ​ວ່າ ວັນ​ນະ​ສອນ​ຫາ ກໍ​ໄດ້​ຮັບ​ເພງ ໄຮ້​ດຽງ​ສາ
ຊຶ່ງ​ແມ່ນ single ໃຫມ່ ຂອງ​ນັກ​ຮ້ອງ ນັກ​ແຕ່ງ​ແພງ ສິນ​ລະ​ປິນ​ສາວ​ສຽງ​ຄຸນ​ນະ​ພາບ​
ຈາກ ສ​ປ​ປ ລາວ ​ອາ​ລຸ​ນາ ຖາ​ວອນ​ສຸ​ຂ ຜູ້ຊຶ່ງ​ເປັນ​ຄົນ​ແຕ່ງ​ແລະນຳ​ມາຮ້ອງ​ປະ​ສານ
​ສຽງ​ກັບ ໂອ​ລາ ແບ​ລັກ​ໄອ​ສ໌ ເພງໄຮ້​ດຽວ​ສາ ​ນີ້ມີ​ຄວາມ​ໝາຍ​ແບບ​ວ່າ ມະ​ນຸດ​ເຮົາ
ອາດ​ຈະ​ໄຮ້​ດຽງ​ສາ​ແລະ​ບໍ່​ຢາກ​ຮັບ​ຮູ້​ໃນ​ການ​ສູນເສຍ ແຕ່​ວ່າ ໃນ​ຄວາມ​ເປັນ​ຈິງ ຄົນ​ເຮົາ
​ເຖິງ​ແມ່ນ​ວ່າ​ຈະ​ໄຮ້​ດຽງສາ​ ຂ​ະໜາດ​ໃດ​ກໍ​ຕາມ ແຕ່ສັດ​ຈະ​ທຳ​ຂອງ​ຊີ​ວິດ ກໍຄື​ວ່າ ມີ​ຮັກ
ມີ​ພັດ​ພາກ ແບບ​ວ່າ ເກີດ​ ແກ່ ເຈັບ​ຕາຍ ເປັນ​ຂອງ​ທຳ​ມະ​ດາ ທີ່​ພະ​ພຸດ​ທະ​ເຈົ້າ​ໄດ້​ຕ​ຣັດ
​ສອນ​ສັ່ງ​ໄວ້ ​ຜູ້​ກ່ຽວ​ໄດ້​ຕັ້ງ​ໃຈ​ແຕ່ງ​ອອກ​ມາເພື່ອ​ຢ້ຳ​ເຕືອນ​ສັດ​ໂລກ​ໃຫ້​ປ່ອຍ​ວາງ
ແລະຕ້ອງຍອມ​ຮັບຄວາມ​ເປັນຈິງ ໃຫ້​ໄດ້. ວີ​ໂອ​ເອຂໍ​ຂອບ​ໃຈ​ແລະຂໍ​ເປັນ​ກຳ​ລັງ​ໃຈໃ​ຫ້​
ອາ​ລຸ​ນາ ສືບ​ຕໍ່​ສ້າງ​ຜົນ​ງານ​ເພງ​ລາວດີໆແລະ​ມ່ວນ​ໆມາ​ໃຫ້​ພວກ​ເຮົາ​ຟັງ​ອີກ ໃນ​ອະນາ
​ຄົດ​ຕໍ່​ໄປ.

ທ່ານ​ຜູ້​ຟັງ​ຄົງ​ຈຳໄດ້ວ່າ ວັນ​ນະ​ສອນ​ເຄີຍ​ໄດ້​ສະ​ເໜີ​ຜົນ​ງານ​ເພງ ນິ​ຣັນ​ດອນ ທີ່​ຮ້ອງ​
ໂດຍ​ໂຈ​ໂຈ ມິ​ຣາ​ໂຄ ສິນ​ລະ​ປິນ​ຊາຍ ຈາກ ສ​ປ​ປ ລາວ ໄປ​ແລ້ວ ແລະ​ຄັ້ງ​ນີ້ ໂຈ​ໂຈ
​ມາ​ຮ້ອງ​ຄູ່​ກັບສິນ​ລະ​ປິນ​ລູກ​ທົ່ງສາວ​ແຖວ​ໜ້າ ຈາກ​ປະ​ເທດ​ໄທ ​ຕ່າຍ ​ອໍ​ຣະ​ໄທ...
ຊຶ່ງ​ເພງ ນິ​ຣັນ​ດອນ ນີ້​ ແມ່ນຜົນ​ງານ​ເພງ​ທີ່​ຄູ​ສະ​ຫຼາ ນັກ​ປະ​ພັນ​ເພງ​ລູກ​ທົ່ງ​ຂອງ​ບໍ​ລິ​ສັດ
​ແກ​ຣມ​ມີໂກ​ລ ໄດ້​ຈັດ​ທຳພິ​ເສດ​ຂຶ້ນ​ມາ ເພື່ອ​ກະ​ຊັບ​ສາຍ​ສຳ​ພັນ​ລາວ​ໄທ ທີ່​ມີ​ຂະ​ນົບ
​ທຳ​ນຽມຮີດ​ຄອງ​ປະ​ເພ​ນີ ສິນ​ລະ​ປະ ວັດ​ທະ​ນະ​ທຳ ຄ້າຍ​ຄຶງ​ກັນ ແມ່ນ​ກະ​ທັງ​ພາ​ສາ
ປາກ​ເວົ້າ...ເພື່ອ​ຄວາມ​ກົມ​ກືນ​ແລະໃຫ້​ຄ່ອງ​ຈອງ​ກັບ​ປະ​ຊາ​ຄົມ​ອາ​ຊຽນ ຈຶ່ງ​ເປັນ​ທີ່​ມາ
​ຂອງ​ເພງ ນິ​ຣັນ​ດອນ...ເອົາ​ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ...

​ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງ​ຫວານ​ແລະ​ອ່ອນ​ຊ້ອຍ ແບບ​ວ່າ​ນອນໄປ​ຟັງ​ເພງໄປ
ໃນ​ບົດ​ເພງ ເຫັນ​ພຽງ​ຊາຍ​ຄາ ຂໍ​ເຊີນ​ໄປ​ຟັງ​ເພງຕົ້ນ​ສະ​ບັບ​ຂອງ​ສີ​ລາ​ວົງ ແກ້ວ
ສິ​ນລ​ະປິ​ນອາ​ວຸ​ໂສ ຊຶ່ງ​ເພງ​ນີ້ ກໍ​ແມ່ນ​ເພງ​ທີ່​ສ້າງ​ຊື່​ສຽງໃ​ຫ້​ທ່ານ​ສີ​ລາ​ວົງ ເຖິງແມ່ນ​ວ່າ
ວັນ​ເວ​ລາ​ຈະ​ຜ່ານ​ມາເນີນນານປານ​ໃດ ກໍ​ຕາມ ແຕ່​ສຽງ​ເພງນີ້ ຍັງກ້ອງກັງ​ວານ ​
ຢູ່ໃນ​ຫ້ວງເລິກ​ຂອງພວກ​ເຮົາຄົນ​ຟັງ ຢູ່​ສະ​ເໝີ​ມາ​ແລະ​ກໍ​ຈະ​ຕະ​ຫຼອດ​ໄປ...
ຂໍໃຫ້ທຸກໆ​ທ່ານນອນ​ຫຼັບ​ຝັນ​ດີ ແລະ​ພົບ​ກັນ​ໃໝ່ ໃນ​ສັບ​ປະ​ດາ​ໜ້າ​.

XS
SM
MD
LG