ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

1 ຄົນເສຍຊີວິດ ແລະ ບາດເຈັບ ຈຳນວນຫຼາຍ ໃນການຍິງກັນ ທີ່ລັດ Texas


ເຈົ້າໜ້າທີ່ຕຳຫຼວດ ກຽມພ້ອມຄວບຄຸມສະຖານະການ ໃນການ
ປະທ້ວງ ທີ່ເມືອງ Dallas, ລັດ Texas, 9 ກໍລະກົດ, 2016. (G. Tobias/VOA News)
ເຈົ້າໜ້າທີ່ຕຳຫຼວດ ກຽມພ້ອມຄວບຄຸມສະຖານະການ ໃນການ ປະທ້ວງ ທີ່ເມືອງ Dallas, ລັດ Texas, 9 ກໍລະກົດ, 2016. (G. Tobias/VOA News)

ບັນດາເຈົ້າໜ້າທີ່ໃນລັດ Texas ກ່າວວ່າ ໄດ້ມີ 2 ເຫດການຍິງໃນເມືອງຫຼວງຂອງລັດ ທາງພາກໃຕ້ ສະຫະລັດ.

ສື່ມວນຊົນໃນທ້ອງຖິ່ນລາຍງານວ່າ ແມ່ຍິງຄົນໜຶ່ງໄດ້ຖືກຂ້າຕາຍ ແລະ ໄດ້ມີຜູ້ເຄາະຮ້າຍ ຫຼາຍຄົນຈາກການຍິງກັນໃນຕອນເຊົ້າຂອງວັນອາທິດມື້ນີໃນນະຄອນ Austin.

ຕຳຫຼວດກ່າວວ່າ ບໍລິເວນທີ່ມີການຍິງກັນແມ່ນໄດ້ຖືກຄວບຄຸມໄວ້ແລ້ວ.

ຕຳຫຼວດນະຄອນ Austin ໄດ້ເຕືອນປະຊາຊົນໃຫ້ຢູ່ຫ່າງຈາກບໍລິເວນຕົວເມືອງດັ່ງກ່າວ.

ໃນການແນເປົ້າໝາຍໃສ່ ແລະ ຂ້າຕຳຫຼວດເມື່ອບໍ່ດົນມານີ້ ໃນລະຫວ່າງ ການເດືອນຂະ ບວນຢ່າງສັນຕິຢູ່ ໃນເມືອງ Dallas, ເຊິ່ງເປັນການປະທ້ວງຕໍ່ຄວາມໂຫດຮ້າຍຂອງຕຳ ຫຼວດ, ໄດ້ເຮັດໃຫ້ກອງກຳລັງຕຳຫຼວດຕ່າງໆໃນປະເທດ ໂດຍສະເພາະໃນລັດ Texas ຕ້ອງໄດ້ຢູ່ ໃນທ່າຕຽມຕົວຢ່າງສູງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Texas Shooting
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG