ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຄະ​ນະ​ຕຸ​ລາ​ການ​ພ້ອມ​ແລ້ວ ໃນ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ​ຂອງ​ ທ່ານ ທ​ຣຳ ໃນ​ລັດ​ນິວ​ຢອກ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ດໍ​ໂນ​ລ ທ​ຣຳ ລໍ​ຖ້າ​ການ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ຄັດ​ເລືອກ​ຄະ​ນະ​ຕຸ​ລາ​ການ​ຢູ່​ສານ​ອາ​ຍາ​ນະ​ຄອນ ແມນ​ແຮັດ​ຕັນ, ລັດ​ນິວຢອກ, 18 ເມ​ສາ 2024.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ດໍ​ໂນ​ລ ທ​ຣຳ ລໍ​ຖ້າ​ການ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ຄັດ​ເລືອກ​ຄະ​ນະ​ຕຸ​ລາ​ການ​ຢູ່​ສານ​ອາ​ຍາ​ນະ​ຄອນ ແມນ​ແຮັດ​ຕັນ, ລັດ​ນິວຢອກ, 18 ເມ​ສາ 2024.

ຄະ​ນະ​ຕຸ​ລາ​ການ​ທີ່​ມີ​ສະ​ມາ​ຊິກ 12 ຄົນ​ໄດ້​ຖືກ​ເລືອກແລ້ວ ໃນ​ວັນ​ພະ​ຫັດ​ວານນີ້​ໃນ​ການ​ດຳ​ເນີນ​ຄະ​ດີ​ ຈ່າຍເງິນ​ປິດ​ປາກ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ລັດ ນິວຢອກ, ເຊິ່ງ​ແມ່ນ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ​ຄັ້ງ​ທຳ​ອິດ​ຕໍ່ ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ.

ໂດຍມີຜູ້​ຊາຍ 7 ຄົນ ແລະ ແມ່​ຍິງ 5 ຄົນ ໄດ້​ຖືກ​ເລືອກ​ເພື່ອ​ພິ​ຈາ​ລະ​ນາ​ຂໍ້​ກ່າວ​ຫາ​ ກ່ຽວ​ກັບວ່າ ​ແຜນ​ການ​ຂອງປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ໃນ​ປີ 2016, ກ່ອນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ຈຳ​ທຳ​ນຽບ​ຂາວ ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຂອງ​ທ່ານ​, ເພື່ອປົກ​ປິດ​ການ​ຈ່າຍ​ເງິນ​ປິດ​ປາກ​ແກ່​ແມ່​ຍິງ​ສອງ​ຄົນ ເພື່ອປິດ​ບັງການ​ກ່າວ​ອ້າງ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ ຂໍ້​ກ່າວ​ຫາ​ຫຼິ້ນ​ຊູ້​ນອກ​ສົມ​ຣົດ​ກັບ​ທ່ານ.

ບັນ​ດາ​ໄອ​ຍະ​ການ​ແມ່ນ​ໄດ້​ໂຕ້​ແຍ້ງວ່າ​ທ່ານ ທ​ຣຳ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ຂໍ້​ມູນ​ທີ່​ມີ​ຄວາມ​ສ່ຽງ​ ກ່ຽວ​ກັບ ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ​ຈາກ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ, ບໍ່​ດົນ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ເມື່ອ 8 ປີ​ທີ່​ຜ່ານ​ມາ.

ແຕ່​ທ່ານ ທ​ຣຳ, ຜູ້​ທີ່​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ປີ 2017 ຫາ 2021 ແລະ ຖືກ​ສັນ​ນິ​ຖານ​ວ່າ​ ຈະ​ເປັນ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ຊື່​ແຂ່ງ​ຂັນເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ການ​ເລືອກ​ຕັ້ງ​ວັນ​ທີ 5 ພະ​ຈິກນີ້, ໄດ້​ປະ​ຕິ​ເສດ​ ກ່ຽວ​ກັບ ການຫຼິ້ນ​ຊູ້ ແລະ ຄວາມ​ຜິດ​ທາງ​ອາ​ຍາ​ທີ່​ຮ້າຍ​ແຮງ 34 ກະ​ທົງ​ໃນ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ເມື່ອນຶ່ງ​ປີ​ທີ່​ຜ່ານ​ມາ.

ຖ້າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ທ່ານ​ອາດ​ຖືກ​ຂັງ​ຄຸກ​ດົນ​ເຖິງ 4 ປີ.

ຜູ້​ພິ​ພ​າກ​ສາ​ສານ​ສູງ​ສຸດ​ລັດ ນິວ ຢອກ ທ່ານ ຮວນ ເມີ​ຊານ ໄດ້​ກ່າວ​ວ່າ​ການ​ອະ​ທິ​ບາຍ​ທົ່ວ​ໄປ ​ໃນ​ການ​ເປີດ​ຄະ​ດີ​ດັ່ງ​ກ່າວ​ອາດ​ເລີ່ມ​ຂຶ້ນ​ໃນ​ຕອນ​ເຊົ້າ​ ວັນ​ຈັນ​ໜ້າ ໃນ​ການ​ດຳ​ເນີນ​ຄະ​ດີ​ທີ່​ອາດ​ແກ່​ຍາວ​ເຖິງ 6 ອາ​ທິດ.

ທ່ານ ເມີ​ຊານ, ໄອ​ຍະ​ການ ແລະ ທະ​ນາຍ​ຄວາມ​ປ້ອງ​ກັນ ​ທ່ານ ທ​ຣຳ ໄດ້​ໃຊ້​ເວ​ລາຫຼາຍ​ຊົ່ວ​ໂມງ​ເມື່ອ​ສາມ​ວັນ​ທີ່​ຜ່ານ​ມາ​ ໃນ​ອາ​ທິດນີ້ ຖາມ​ຜູ້​ທີ່​ຄາດ​ວ່າ​ ຈະ​ເປັນຄະ​ນະ​ຕຸ​ລາ​ການ ກ່ຽວ​ກັບ ທັດ​ສະ​ນະ​ຄະ​ຕິ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ທ່ານ
ທ​ຣຳ.

ເວ​ລາ​ທີ່​ຄະ​ນະ​ຕຸ​ລາ​ການ 12 ຄົນ​ຖືກ​ເລືອກໄດ້ແລ້ວ, ທ່ານ ເມີ​ຊານ ກໍໄດ້​ປະ​ກາດ​ວ່າ, “ພວກ​ເຮົາ​ໄດ້ຄະ​ນະ​ຕຸ​ລາ​ການ​ຂອງ​ເຮົາ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG