ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວຍອມຮັບ​ວ່າ ​ຍາກ​ຫຼາຍ​ ທີ່​ຈະ​ບັນລຸ​ ເປົ້າໝາຍ​ການ​ພັດທະນາ​ ສຸຂະພາບ​ອະນາ​ໄມ ​


ທ່ານ ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ
ທ່ານ ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ
ລັດຖະມົນຕີ​ລາວຍອມຮັບ​ວ່າ​ ເປັນ​ການ​ຍາກ​ຫຼາຍ​ທີ່​ຈະ​ສາມາດ​
ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ການ​ພັດທະນາໃນ​ດ້ານ​ສຸຂະພາບ​
ອະນາ​ໄມ ​ແລະ​ ໂພຊະ​ນາ​ການ​ ຂອງ​ແມ່ ​ແລະ​ເດັກ​ໄດ້ ພາຍ​ໃນ​
ປີ 2015.


ທ່ານ ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຖະ​ແຫຼ​ງ ຍອມຮັບ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າໝາຍ​ສະຫັດ​ສະ​ວັດ​ການ​ພັດທະນາ​ດ້ານ​ສາ ທາລະນະ​ສຸກວ່າ ​ເຖິງ​ຈະ​ມີຄວາມ​ຄືບ​ໜ້າ​ເກີດ​ຂຶ້ນ​ໃນ​ຫຼາຍ​ດ້ານ ຫາກ​ແຕ່​ວ່າ​ໃນ ຂະນະ​ດຽວ​ກັນ​ກໍ​ມີ​ບາງ​ດ້ານ​ທີ່​ຍັງ​ເປັນ​ບັນຫາ​ທີ​່ທ້າ​ທາຍ​ແລະ​ກໍ​ເປັນ​ການ​ຍາກ​ທີ່​ສຸດ ທີ່​ຈະສາ ມາດ​ບັນລຸ​ເປົ້າໝາຍ​ທີ່​ວາງ​ໄວ້​ໃນ​ປີ 2015 ​ໄດ້​ຢ່າງ​ແທ້​ຈິງ.

​ໂດຍສ​ະ​ເພາະແມ່ນ​ເປົ້າໝາຍ​ສະຫັດສະ​ວັດ​ ໃນ​ດ້ານ​ໂພຊະ​ນາ​ການ​ ຂອງ​ເດັກນ້ອຍ ​ແລະ​ໃນ​ດ້ານ​ອັດຕາ​ການ​ເສຍຊີວິດຂອງ​ແມ່ຍິງ​ໃນ​ຂະນະ​ຕັ້ງ​ທ້ອງ ຫຼື​ຖືພາ​ນັ້ນ ຖື​ເປັນ​ບັນຫາ​ທີ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ​ທີ່​ສຸດ ຕົວຢ່າງ​ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ຂາດ​ສານ​ອາຫານ​ຂອງ ​ເດັກ​ນອ້ຍອາຍຸ​ຕໍ່າ​ກວ່າ 5 ປີ​ນັ້ນ ກໍ​ໄດ້​ເປັນສາ​ເຫດ​ໃຫ້ການ​ລົດຈໍານວນ​ເດັກ​ນ້ອຍຕົວ​ເຕ້ຍ​ສາມາດ​ດໍາ​ເນີນ​ໄປ​ໄດ້​ຢ່າງ​ຊັກ​ຊ້າ ກໍ​ຄື​ສາມາດ​ລົດ​ຈໍານວນ​ເດັກນ້ອຍ​ຕົວ​ເຕ້ຍ​ຈາກ ລະດັບ 40% ​ໃນ​ປີ 2006 ລົງ​ມາ​ເປັນ 38% ​ໃນ​ປັດຈຸບັນ ຫຼື​ລົດ​ລົງ​ພຽງ​ແຕ່ 2% ​ເທົ່າ​ນັ້ນ ​ໃນ​ລະຍະ 7 ປີ​ທີ່​ຜ່າ​ນມາ.

ແມ່ແລະ ລູກ ທີ່ຍາກຈົນ ແລະພ້ອມທັງຂາດທາດອາຫານ
ແມ່ແລະ ລູກ ທີ່ຍາກຈົນ ແລະພ້ອມທັງຂາດທາດອາຫານ

ສ່ວນ​ເດັກນ້ອຍ​ອາຍຸຕໍ່າ​ກວ່າ 5 ປີ ທີ່​ນໍ້າໜັກ​ຕໍ່າ​ກວ່າ​ເກນ ກໍ​ຍັງ​
ມີ​ຢູ່​ເຖິງ 32% ຂະນະ​ທີ່​ເປົ້າໝາຍ​ສະຫັດ​ສະ​ວັດ​ກໍ​ໄດ້​ວາງ​ເອົາ​
ໄວ້​ທີ່​ລະດັບ​ ບໍ່​ເກີນ 22% ຂອງ​ຈໍານວນ​ເດັກນ້ອຍ ທີ່​ອາຍຸ​ຕໍ່າ​
ກວ່າ 5 ປີ​ໃນ​ທົ່ວ​ປະ​ເທດ ​ແຕ່​ນັບ​ຈາກ​ປີ 2006 ​ເປັນ​ຕົ້ນ​ມາ ລັດ
ຖະບານ​ລາວ​ ສາມາດ​ລົດ​ຈໍານວນ​ເດັກ​ນ້ອຍ​ ທີ່​ນໍ້າ​ໜັກຕໍ່າ​ກວ່າ​
ເກນ​ໄດ້​ພຽງ 5% ​ເທົ່າ​ນັ້ນ.

ສໍາລັບການ​ເສຍ​ຊີວິດຂອງ​ແມ່​ໃນ​ຂະນະ​ຕັ້ງ​ທ້ອງ ຫຼື​ຖືພາ​ນັ້ນ ​ເຖິງ​ແມ່ນ​ວ່າ​ອັດຕາ​ການ ​ເສຍ​ຊີວິດ​ຈະ​ຫຼຸດ​ລົງ​ຈາກ 650 ຄົນຕໍ່​ນຶ່ງ​ແສນ​ຄົນ ​ໃນ​ປີ 1995 ລົງ​ມາ​ເປັນ 339 ຄົນ​ກໍ​ຕາມ ຫາກ​ແຕ່ການ​ທີ່​ບັນລຸ​ໃຫ້​ໄດ້​ເຖິງ 260 ຄົນ​ຕໍ່​ນຶ່ງ​ແສນ​ຄົນ​ພາຍ​ໃນ​ປີ 2015 ກໍ​ຍັງ ​ເປັນ​ບັນຫາ​ທ້າ​ທາຍ ຍິ່ງ​ໄປ​ກວ່າ​ນັ້ນ ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ລາ​ວຂະນະ​ຕັ້ງ​ທ້ອງ ກໍ ຍັງ​ສູງ​ທີ່​ສຸດ​ໃນ​ອາ​ຊ່ຽນ​ອີກ​ດ້ວຍ.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ລາວ​ທີ່​ຕັ້ງ​ທ້ອງ ຢູ່​ທີ່​ລະດັບ 339 ຄົນ​ຕໍ່​ນຶ່ງ​ແສນ​ຄົນ​ນັ້ນ ກໍ​ປາກົດ​ວ່າ​ໃນ​ມຽນມາ​ຢູ່​ທີ່​ລະດັບ 250 ຄົນ, ກໍາປູ​ເຈຍ 206 ຄົນ ຫວຽດນາມ 56 ຄົນ ​ແລະ​ໄທ 48 ຄົນ​ຕໍ່​ນຶ່ງແສນ​ຄົນ ຕາມ​ລໍາດັບ.

ທາງ​ດ້ານ​ທ່ານ​ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາ ລະ ນະ​ສຸກ​ໄດ້​ຊີ້​ແຈງ​ວ່າ ສາ​ເຫດ​ສໍາຄັນ​ປະການ​ນຶ່ງ ທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງ ກ່າວ​ໃນ​ລາວ ກໍ​ຄື​ການ​ຂາດ​ແຄນ​ແພດ ​ແລະ​ພະ​ດຸ​ງຄັນ ທີ່​ຄອຍ​ໃຫ້ການ​ຊ່ວຍ​ເຫຼືອ​ແມ່​ຍິງ​ໃນ​ຂະນະ​ຄອດ​ລູກ.

ດ້ວຍ​ເຫດ​ນີ້ ກາ​ນທີ່​ຈະ​ຈັດ​ຕັ້ງ​ປະຕິ​ບັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ ສະຫັດ​ສະ​ວັດ​ການ​ພັດ
ທະນາ​ດ້ານ​ສາທາລະນະ​ສຸກ​ດັ່ງກ່າວ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ນັ້ນ ຈຶ່ງມີ​ຄວາມ​ຈໍາ​ເປັນ​ທີ່ສຸດ ທີ່ຈະ​ຕ້ອງ​ດໍາ​ເນີນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ​ເພີ່ມ​ບຸກຄະລາ​ກອນ​ດ້ານ​ສາທາລະນະ​ສຸກ​ໃຫ້​ໄດ້​ຢ່າງ​ພຽງພໍ​ທັງ​ໃນ​ດ້ານ​ປະລິມານ ​ແລະ​ຄຸນ​ນະພາ​ບ ດັ່ງ​ທີ່ ທ່ານ​ນາງ ອິນ​ລາ​ວັນ ​ໄດ້​ໃຫ້​ການ​ຢືນຢັນ​ວ່າ:

“​ເປົ້າໝາຍ​ຂອງ​ພວກ​ເຮົາ​ແມ່ນ​ວ່າ ​ເຮັດແນວ​ໃດ​ຮັບປະກັນ​ໃຫ້​ພວກ​ເຮົາ​ມີ​ພະນັກ
ງານ​ສາທາລະນະ​ສຸກ ທີ່​ມີ​ຄວາມ​ຊໍານິຊໍານານ​ງານເນາະ ​ເພື່ອໄປ​ປັບປຸງ​ການ​ໃຫ້
ການ​ບໍລິ ການ​ສາທາລະນະ​ສຸກ​ໃຫ້​ມັນດີ​ຂຶ້ນ ມີແພດ​ໝໍ ຫຼື ວ່າ​ພະນັກງານ​ສາທາ​ລະນະ​ສຸກ​ທີ່​ຊໍານານ​ງານ ມີ​ທັກ​ສະ ມີ​ຄວາມ​ສາມາດ​ໄປ​ບັນ​ລຸ​ຊັບຊ້ອນ​ຢູ່​ໃນ​ຂົງ
ເຂດ​ຫ່າງ​ໄກ​ສອກຫຼີກ.”


ໂດຍ​ອັດຕາ​ການ​ມີ​ແພດ ຫຼື​ນາງ​ຜະດຸງຄັນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ແມ່ຍິງ​ລາວ​ ຂະນະ​ຄອດ​
ລູກ​ຢູ່​ລາວ​ໃນ​ປັດ​ຈຸ​ບັນ​ນີ້ ຄິດ​ເປັນ​ພຽງ​ 41% ຂອງ​ການ​ເກີດ​ລູກ​ທັງ​ໝົດເທົ່າ​ນັ້ນ ຊຶ່ງ​ຖື​ວ່າ​
ເປັນ​ອັດຕາ​ສະ​ເລ່ຍທີ່​ຕໍ່າ​ທີ່​ສຸດ​ໃນ​ອາ​ຊ່ຽນ​ເຊັ່ນ​ດຽວ​ກັນ ​ເພາະ​ໃນ​ມຽນມາ ຢູ່​ທີ່ລະດັບ
64% ກໍາປູ​ເຈຍ 71%, ຫວຽດນາມ 88​% ​ໄທ 99% ​ແລະ​ສິງ​ຄະ​ໂປ 100% ຕາມລໍາດັບ.
XS
SM
MD
LG