ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນັກຂ່າວ ໃນທົ່ວໂລກ ບໍ່ເຄີຍຕົກຢູ່ໃນ ອັນຕະລາຍ ແບບນີ້ ມາກ່ອນ


World Press Freedom Day House
please wait

No media source currently available

0:00 0:01:53 0:00

ນັກ​ຂ່າວຄົນ​ນຶ່ງ​ໄດ້ຖືກ​ກັກ​ຂັງ ​ໃນ Uzbekistan ນັບ​ຕັ້ງ​ແຕ່​ປີ 1999 ​ເປັນຕົ້ນມາ. ​ຫົວໜ້າ ບັນນາທິການ ​ຊາວ Sudan ໄດ້​ຖືກຈັບ​ກຸມ​ຫຼັງ​ຈາກ​ທີ່​ທ່ານ​ນາງ ​ໄດ້ຕຳ​ນິຕິ​ຕຽນ​ນະ​ໂຍບາຍ​ຂອງ​ເຈົ້າ​ໜ້າ​ທີ່. ທັງ​ສອງ​ທ່ານນີ້ ແມ່ນຢູ່​ໃນພວກ​ນັກ​ຂ່າວ ທີ່​ຊະ​ຕາ​ກຳ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຈຸດ​ສົນ​ໃ​ຈ ​ເນື່ອງ​ໃນ​ວັນສິດ​ເສລີພາບ​ຂອງ​ອົງການ​ຂ່າວໃນ​ໂລກ ຫຼື World Press Freedom ຂອງ​ສະຫະລັດ

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ໄດ້​ຈັດວັນສິດ​ເສລີ​ພາບຂອງ​ອົງການ​ຂ່າວໃນ​ໂລກຂຶ້ນ ​ໃນວັນ​ທີ 3 ພຶດສະພາ​ ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ສົນ​ໃຈ​ຕໍ່​ການຈັບ​ກຸມຄຸມ​ຂັງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ແລະ​ການ​ກ່າວ​ຫາ​ກ່ຽວ​ກັບ​ການລະ​ເມີດ​ສິດທິ​ມະນຸດ​ຕໍ່​ບັນດາ​ນັກ​ຂ່າວ ​ຊຶ່ງ ກ່ອນ​ໜ້ານີ້​ໄດ້​ມີ​ການ​ລະບຸ​ວ່າ ຖືກ “ກວດກາ ​ໂຈມ​ຕີ ຂົ່ມຂູ່ ກັກ​ຂັງ ໜ່ວງ​ໜ່ຽວ ຫຼື​ບໍ່ກໍ​ກົດ​ຂີ່ຍ້ອນ​ ລາຍ​ງານ​ຂອງພວກ​ເຂົາ​ເຈົ້າ​” ​ແລະ​ວ່າ ສະ​ຖານະ​ການ​ເຫລົ່ານີ້ ​ແມ່ນຍັງ​ບໍ່​ທັນ​ດີ​ຂຶ້ນ​ເລີຍ​.

ນັກຂຽນອະວຸໂສ ພາສາອັງກິດ ຂ່າວສົດ ທ່ານ Pravit Rojanaphruk ໃນຂະນະ ໃຫ້ສຳພາດ ກັບ VOA ບາງກອກ, 28 ເມສາ, 2016. (Z. Aung/VOA)
ນັກຂຽນອະວຸໂສ ພາສາອັງກິດ ຂ່າວສົດ ທ່ານ Pravit Rojanaphruk ໃນຂະນະ ໃຫ້ສຳພາດ ກັບ VOA ບາງກອກ, 28 ເມສາ, 2016. (Z. Aung/VOA)

ກໍລະນີຕ່າງໆ​ເຫຼົ່າ​ນີ້ ​ແມ່ນ​ໄດ້ສາມາດ​ເຂົ້າ​ເບິ່ງຊົມ​ໄດ້​ໃນ website ທີ່ www.HumanRights.gov ​ແລະ ສາມາດ tweeted ​ໂດຍ​ໃຊ້ #FreethePress.

​ໃນ​ຫຼາຍ​ຄົນ​ທີ່​ກ່າວ​ເຖິງ​ນັ້ນ ​ແມ່ນ​ຮວມມີ​ກໍລະນີຂອງ​ທ່ານ Muhammed Bekjanov ນຶ່ງ​ໃນ​ນັກ​ຂ່າວ​ທີ່ຄຸມ​ຂັງ​ໂດຍ​ທີ່​ສຸດຂອງ​ໂລກ​ ອີງ​ຕາມ​ຄະນະ​ກຳມະການເພື່ອ​ປົກ​ປ້ອງ​ນັກ​ຂ່າວ.

Carlos Latuff ນັກວາດຮູບກາຕູນ ສະແດງອອກກ່ຽວກັບອົງການຂ່າວເສລີຂອງໂລກ ໃນເທີກີ
Carlos Latuff ນັກວາດຮູບກາຕູນ ສະແດງອອກກ່ຽວກັບອົງການຂ່າວເສລີຂອງໂລກ ໃນເທີກີ

ກຸ່ມ​ດັ່ງກ່າວ​ຍັງ​ໄດ້​ກ່າວ​ອີກ​ວ່າ ທ່ານ Bekjanov ບັນ​ນາ​ທິ​ການ​ຄົນ​ໃໝ່​ ຂອງ​ໜັງສືພິມ​ຝ່າຍ​ຄ້ານ ​ໄດ້​ຖືກ​ຕິດ​ຄຸກ ​ໂດຍ​ເຈົ້າ​ໜ້າ​ທີ່ Uzbekistan ​ໃນ​ຮອບ​ສີີ​ບກວ່າ​ປີ​ມາ​ນີ້ “​ໃນຂໍ້​ຫາ​ທີ່​ບໍ່​ມີ ມູນ​ຄວາມ​ຈິງ.”

​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ສຸກຂະພາບ​ຂອງ​ທ່ານ​ແມ່ນ​ຊຸດ​ໂຊມ​ລົງ​ແລະ​ທ່ານ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ຕ້ອງ​ໄດ້ຮັກສາ​ພະຍາບານ​ຢ່າງ​ຮີບ​ດ່ວນ.

Malinowski on Free the Press Campaign
please wait

No media source currently available

0:00 0:01:07 0:00

ກະລຸນາອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG