ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພົນໂທ McMaster ເຈລະຈາ ກັບ ບັນດາ ເຈົ້າໜ້າທີ່ ແລະ ຜູ້ນຳທະຫານ ໃນປາກິສຖານ


ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງ ສະຫະລັດ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ພົນໂທກອງທັບບົກ H.R. McMaster ນັ່ງຟັງ ໃນຂະນະທີ່ ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ກຳລັງປະກາດ ຢູ່ທີ່ບ້ານພັກ Mar-a-Lago ຂອງທ່ານ ໃນເມືອງ Palm Beach ລັດ Florida, ວັນທີ 20 ກຸມພາ 2017.
ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງ ສະຫະລັດ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ ພົນໂທກອງທັບບົກ H.R. McMaster ນັ່ງຟັງ ໃນຂະນະທີ່ ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ກຳລັງປະກາດ ຢູ່ທີ່ບ້ານພັກ Mar-a-Lago ຂອງທ່ານ ໃນເມືອງ Palm Beach ລັດ Florida, ວັນທີ 20 ກຸມພາ 2017.

ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງ ສະຫະລັດ ທ່ານ H.R. McMaster ກຳລັງ
ຢ້ຽມຢາມປະເທດ ປາກິສຖານ, ບ່ອນທີ່ທ່ານຈະຈັດກອງປະຊຸມ ກັບເຈົ້າໜ້າທີ່ພົນລະ
ເຮືອນ ແລະ ກອງທັບ ກ່ຽວກັບ ບັນຫາຄວາມປອດໄພສອງຝ່າຍ ແລະ ຄວາມພະຍາຍາມ
ທີ່ຈະສ້າງຄວາມໝັ້ນຄົງໃນປະເທດ ອັຟການິສຖານ ທີ່ຢູ່ໃກ້ຄຽງ.

ທ່ານ McMaster ໄດ້ເດີນທາງໄປຮອດນະຄອນຫຼວງ ອິສລາມມາບັດ ໃນວັນຈັນມື້ນີ້,
ໜຶ່ງມື້ ຫຼັງຈາກທ່ານໄດ້ເຈລະຈາ ກັບບັນຜູ້ນຳ ອັຟການິສຖານ ໃນນະຄອນຫຼວງ ກາບູລ
ແລະ ໄດ້ປະເມີນສະຖານະການ ກ່ຽວກັບ ພາລະກິດການຕໍ່ຕ້ານພວກກະບົດ ແລະ
ການປາບປາມລັດທິກໍ່ການຮ້າຍໃນປະເທດ ຂອງກອງທັບ ສະຫະລັດ.

ນີ້ແມ່ນການເດີນທາງຄັ້ງທຳອິດຂອງທ່ານ McMaster ໄປພາກພື້ນດັ່ງກ່າວ ນັບຕັ້ງແຕ່
ໄດ້ກາຍເປັນຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ເປັນຕົ້ນມາ ທັງມັນຍັງໄດ້ເກີດຂຶ້ນໂດຍການປະຕິບັດຕາມຄຳຮຽກຮ້ອງ
ຂອງບັນດາ ຜູ້ບັນຊາການທະຫານ ສຳລັບການເສີມກຳລັງ “ຫຼາຍພັນຄົນ” ໃສ່ກອງທັບ
ສະຫະລັດ 8,400 ຄົນ ທີ່ປະຈຳການໃນ ອັຟການິຖານ ຢູ່ແລ້ວ ເພື່ອຊ່ວຍ ເຫຼືອທຳລາຍ
“ການຕ້ານຢັນ” ໃນການຕໍ່ສູ້ກັບພວກຕາລີບານ.

ໃນການກ່າວຕໍ່ສະຖານີໂທລະພາບທ້ອງຖິ່ນຂອງ ອັຟການິສຖານ ຫຼັງຈາກໄດ້ສິ້ນສຸດ
ກອງປະຊຸມຂອງທ່ານໃນນະຄອນຫຼວງ ກາບູລ ແລ້ວ ທ່ານ McMaster ກໍໄດ້ຕອບ
ຄຳຖາມ ເຊັ່ນວ່າ ຖ້າແຜນຍຸດທະສາດໃໝ່ ຂອງລັດຖະບານ ທຣຳ ຫາກຖືກລວບລວມ
ເຂົ້າກັນແລ້ວ ມັນຈະລວມມີການຂະຫຍາຍກອງກຳລັງ ອາເມຣິກັນ ໃນ ອັຟການິສຖານ
ຫຼື ບໍ່. ຜູ້ຊີ້ນຳ ອາເມຣິກັນ ໄດ້ກ່າວຕໍ່ໂທລະພາບ TOL ວ່າ “ຄືວ່າ, ສ່ວນໜຶ່ງ ຂອງແຜນ ຍຸດທະສາດໃໝ່ ຈະເປັນສິ່ງທ່ານປະທານາທິບໍດີ ໄດ້ຕັດສິນໃຈ. ສິ່ງທີ່ພວກເຮົາ
ກຳລັງເຮັດຢູ່ນີ້ແມ່ນ ການຕັດສິນໃຈຂອງປະທານາທິບໍດີ ທຣຳ, ແທ້ໆ, ແມ່ນຫຍັງ
ທີ່ເປັນຂັ້ນຕອນທີ່ດີທີ່ສຸດ ເພື່ອເລັ່ງລັດຄວາມກ້າວໜ້າໃນສົງຄາມ ແລະ ເພື່ອນຳເອົາ
ສັນຕິພາບແບບຖາວອນ ແລະ ຄວາມປອດໄພມາສູ່ປະຊາຊົນ ອັຟການິສຖານ.”

ທ່ານຍັງໄດ້ມີຂໍ້ຄວາມສຳລັບບັນດາຜູ້ນຳ ປາກິສຖານ ບ່ອນທີ່ພວກເຈົ້າໜ້າທີ່
ອັຟການິສຖານ ໄດ້ກ່າວຫາວ່າ ພວກກະບົດຕາລີບານ ໄດ້ສ້າງຕັ້ງສະຖານທີ່ລີ້ໄພ
ແລະ ໄດ້ດຳເນີນການໂຈມຕີພາຍໃນ ອັຟການິສຖານ ດ້ວຍການຊ່ວຍເຫຼືອ ຂອງ
ອົງການສືບລັບຂອງປະເທດທີ່ຢູ່ໃກ້ຄຽງ.

ທ່ານ McMaster ກ່າວວ່າ “ດັ່ງທີ່ພວກເຮົາທຸກຄົນໄດ້ຫວັງມາເປັນເວລາຫຼາຍໆປີນັ້ນ
ແລ້ວ, ພວກເຮົາຫວັງວ່າ ບັນດາຜູ້ນຳ ປາກິສຖານ ຈະເຂົ້າໃຈວ່າ ມັນແມ່ນເພື່ອຜົນປະ
ໂຫຍດ ຂອງພວກເຂົາເຈົ້າທີ່ຈະຕາມລ່າຫາກຸ່ມພວກນີ້ຢ່າງເລືອກເຟັ້ນໜ້ອຍລົງກວ່າ
ທີ່ພວກເຂົາເຈົ້າເຄີຍເຮັດໃນຄັ້ງທີ່ຜ່ານມາ ແລະ ວິທີທີ່ດີທີ່ສຸດເພື່ອດຳເນີນຕາມຜົນ
ປະໂຫຍດ ຂອງພວກເຂົາເຈົ້າໃນ ອັຟການິສຖານ ແລະ ບ່ອນອື່ນໆ ແມ່ນຜ່ານຂະ
ບວນ ການທາງການທູດ ບໍ່ແມ່ນແຜນການໃຊ້ຕົວແທນທີ່ໃຊ້ຄວາມຮຸນແຮງ.”

Pakistan US Afghanistan
please wait

No media source currently available

0:00 0:00:56 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG