ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ປະ​ເທດເກາະ ມາ​ລ​ດິບ ຄາດ​ວ່າ​ ຈະ​ເລັ່ງ​ການ​ປ່ຽນ​ແປງ​ຈາກ ອິນ​ເດຍ ໄປ​ຫາ ຈີນ ລຸນຫຼັງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ


ປະ​ທານ​າ​ທິ​ບໍ​ດີ ມາ​ລ​ດິບ ທ່ານ ໂມ​ຮາ​ເມັດ ມຸ​ຍ​ສ​ຊູ ກ່າວ​ຄຳ​ປ​າ​ໄສ​ໃນ​ການ​ຊຸມ​ນຸມ​ເພື່ອ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງ ມາ​ເລ, ມາ​ລ​ດິບ, 22 ເມ​ສາ 2024.
ປະ​ທານ​າ​ທິ​ບໍ​ດີ ມາ​ລ​ດິບ ທ່ານ ໂມ​ຮາ​ເມັດ ມຸ​ຍ​ສ​ຊູ ກ່າວ​ຄຳ​ປ​າ​ໄສ​ໃນ​ການ​ຊຸມ​ນຸມ​ເພື່ອ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງ ມາ​ເລ, ມາ​ລ​ດິບ, 22 ເມ​ສາ 2024.

ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນ​ຂອງ​ພັກ​ສະ​ພາ​ແຫ່ງ​ຊາດ​ປະ​ຊາ​ຊົນ ຂອງປະ​ທາ​ນາ​ທິ​ບໍ​ດີ ປະ​ເທດເກາະມາ​ລ​ດິບ ທ່ານ ໂມ​ຮາ​ເມັດ ມຸ​ຍ​ສ​ຊູ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ເມື່ອບໍ່​ດົນ​ມານີ້​ ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ການ​ຮັບ​ຮອງ​ທີ່​ແຂງ​ແກ່ນ​ ກ່ຽວ​ກັບ ນະ​ໂຍ​ບາຍ​ຂອງ​ທ່ານ ນັບ​ຕັ້​ງ​ແຕ່​ທ່ານ​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ເມື່ອ 6 ເດືອນ​ທີ່​ຜ່ານ​ມາ ເພື່ອ​ສະ​ແຫວງ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ກັບ ຈີນ ແລະ ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ຂອງ​ໝູ່​ເກາະ​ດັ່ງ​ກ່າວ​ຕໍ່​ປະ​ເທດ ອິນ​ເດຍ ທີ່​ຢູ່​ໃກ້​ຄຽງ.

ໃນ​ການ​ໄດ້​ຊະ​ນະ​ບ່ອນ​ນັ່ງ​ສາມ​ສ່ວນ​ສີ່​ລວມ​ທັງ​ພັນ​ທະ​ມິດ​ຕ່າງໆ​ນັ້ນ, ນະ​ໂຍ​ບາຍ​ດັ່ງ​ກ່າວ​ອາດ​ຈະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ ອິນ​ເດຍ ເພື່ອ​ຈຳ​ກັດ​ອິດ​ທິ​ພົນ​ຂອງ ຈີນ ຢູ່​ໃນ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ ອິນ​ເດຍ , ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ. ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 21 ເມ​ສາ​ທີ່​ຜ່ານ​ມາ​ໄດ້​ມອບຫຼາຍກວ່າ 70 ບ່ອນ​ນັ່ງ​ໃຫ້​ພັກ​ຂອງ ​ທ່ານ ມຸຍ​ສ​ຊູ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ພາ​ແຫ່ງ​ຊາດ​ທີ່​ມີ​ສະ​ມາ​ຊິກ 93 ຄົນ.

ທ່ານ ຮາ​ສ໌ ແພ້ນ, ຜູ້​ອຳ​ນວຍ​ການ​ຂອງ​ການ​ສຶກ​ສາ​ຢູ່​ມູນ​ນິ​ທິຜູ້​ສັງ​ເກດ​ການ​ຄົ້ນ​ຄວ້າ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ ກ່າວ​ວ່າ “ແນ່ນອນ, ​ມັນ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ໃນ ອິນ​ເດຍ ທີ່​ຕອນນີ້​ມັນ​ມີ​ກາ​ນ​ປົກ​ຄອງ​ໂດຍ​ພັກ​ການ​ເມືອງ​ດຽວ​ໃນ ມາ​ລ​ດິ​ບ, ມັນ​ຈະ​ເປັນ​ແຮງ​ກະ​ຕຸ້ນ​ຕໍ່​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມຸ​ຍ​ສ​ຊູ ໃນ​ການ​ສະ​ໜັບ​ສະ​ໜູນ ຈີນ ແລະ ອຽງ​ມາຕໍ່​ຕ້​ານ ອິນ​ເດຍ.”

ທ່ານ ມຸ​ຍ​ສ​ຊູ ແມ່ນ​ຄາດ​ວ່າ​ຈະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ຍຸດ​ທະ​ສາດ​ກັບ ປັກ​ກິ່ງ ແລະ ສືບ​ຕໍ່​ໂຄງ​ກາ​ນ​ພື້ນ​ຖານ​ໂຄ​ງ​ລ່າງ​ທີ່​ໄດ້​ຮັບ​ທຶນ​ການ​ຊ່ວຍ​ເຫຼືອ​ຈາກ ຈີນ ທີ່​ຖືກ​ກີດ​ກັ້ນ​ໂດຍ​ສະ​ພາ​ແຫ່ງ​ຊາດ​ທີ່​ຄວບ​ຄຸມ​ໂດຍ​ຝ່າຍ​ຄ້ານ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ.

ພັກ​ການ​ເມືອງ​ຂອງ​ທ່ານ​ໄດ້ໃຫ້​ສັນ​ຍາກ່ຽວ​ກັບການ​ຂະ​ຫຍາຍ​ພື້ນ​ຖານ​ໂຄງ​ລ່າງ, ເຊິ່ງລວມ​ທັງ ​ອາ​ພາດ​ເມັ້ນ, ຂົວ ແລະ ສະ​ໜາມ​ບິນແຫ່ງ​ໃໝ່.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG