ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ້ງ ລັອບສເຕີ້ ຂອງລັດ Maine ກາຍມາເປັນ ທີ່ນິຍົມ ຊົມຊອບກິນ ໂດຍຊາວເອເຊຍ


Maine Lobster Lands on Chinese Tables
please wait

No media source currently available

0:00 0:02:56 0:00

ເຊີນຊົມ ວີດີໂອ ລາຍງານນີ້

ໃນເວລາທ່ານເວົ້າເຖິງເລື້ອງອາຫານການກິນ ຢູ່ໃນລັດ Maine
ທາງພາກຕາເວັນອອກສຽງເໜືອ ຂອງສະຫະລັດ ອັນໜຶ່ງທີ່ທ່ານ
ຈະບໍ່ສາມາດພາດພັ້ງໄດ້ ກໍຄື ກຸ້ງໃຫຍ່ທະເລ ຫຼື lobster. ພວກ
ກຸ້ງ lobster ຂອງລັດ Maine ບໍ່ແມ່ນເປັນອາຫານຊົງໂປດ ຂອງ ສະເພາະຊາວອາເມຣິກັນເທົ່ານັ້ນ ແຕ່ມັນຍັງນັບມື້ ເປັນຄວາມ
ນິຍົມສູງຂຶ້ນເລື້ອຍໆ ໂດຍຜູ້ບໍລິໂພກຊາວເອເຊຍນຳດ້ວຍ. ຜູ້ສື່
ຂ່າວຂອງວີໂອເອ Enming Liu ແລະ Yiyi Yang ໄດ້ເດີນທາງ
ໄປຢ້ຽມຢາມ ບໍລິສັດຈຳໜ່າຍກຸ້ງ lobster ແຫ່ງໜຶ່ງ ໃນລັດ
Maine ເພື່ອຊອກຫາຄຳຕອບວ່າ ເປັນຫຍັງ ສັດນ້ຳທະເລທີ່ມີ
ເປືອກແຂງຂອງອາເມຣິກາອັນນີ້ ຈຶ່ງເປັນທີ່ນິຍົມຊົມຊອບໂດຍ
ຊາວຈີນແທ້. Lin Yang ຈະບັນລະຍາຍເລື້ອງນີ້ສູ່ທ່ານຟັງ ຊຶ່ງ
ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.


ນີ້ ແມ່ນກຸ້ງທະເລໃຫຍ່ ຫຼື ລັອບສເຕີ້ ລັດ Maine. ມັນເປັນອາຫານເດັ່ນ ໃນລາຍ
ການອາຫານ ຢູ່ງານລ້ຽງອາຫານຄ່ຳ ເມື່ອປີກາຍນີ້ ໃນເວລາ ປະທານປະເທດຈີນ
ທ່ານສີ ຈິ້ນຜິງ ໄດ້ເດີນທາງມາຢ້ຽມຢາມ ທຳນຽບຂາວ.

ທ່ານນາງ Annie Tselikis ຜູ້ຕາງໜ້າ ສະມາຄົມຜູ້ແທນຈຳໜ່າຍ ກຸ້ງລັອບສເຕີ້ ລັດ
Maine ເວົ້າວ່າ “ສາຍພັນພວກນີ້ ແມ່ນມາຈາກ ຊີວະພາບຢູ່ໃນຂົງເຂດ Newfoundland
ໃນປະເທດການາດາ ລົງ ໄປຮອດ ລັດ North Carolina ໃນສະຫະລັດ. ແຕ່ເກືອບ
90 ເປີເຊັນ ຂອງກິດຈະກຳການປະມົງ ແມ່ນເກີດຂຶ້ນຢູ່ໃນລັດ Maine ແລະ ໃນ
ສະຫະລັດ.”

ທ້າວ Chris Welch ໄດ້ເລີ້ມຮຽນຫາພວກກຸ້ງລັອບສເຕີ້ ເມື່ອຕອນລາວອາຍຸໄດ້ 6 ປີ.
ດຽວນີ້ ລາວເປັນນັກຫາກຸ້ງ ລັອບສເຕີ້ ທີ່ມີປະສົບປະການ 20 ປີແລ້ວ.

ທ້າວ Welch ເວົ້າວ່າ “ເມື່ອ 3 ປີກ່ອນ ລາຄາຂອງກຸ້ງທະເລໃຫຍ່ ແມ່ນປານກາງ.
ພວກເຮົາຂາຍໄດ້ໃນລາຄາສະເລ່ຍ ປະມານ 2.50 ຫາ 3.00 ໂດລາ ຕໍ່ປອນ ຫຼື
ເກືອບເຄິ່ງກິໂລສຳລັບປີນີ້. ລາຄາໃນປີນີ້ ແມ່ນດີຫຼາຍ. ມັນດີຂຶ້ນຫຼາຍກວ່າ ທີ່ຂ້າ
ພະເຈົ້າເຄີຍຈື່ໄດ້ ໃນຫຼາຍປີຜ່ານມາ.”

ທ້າວ Welch ຂາຍພວກກຸ້ງ ລັອບສເຕີ້ ທີ່ລາວຈັບມາໄດ້ ໃຫ້ແກ່ຜູ່ແທນຈຳໜ່າຍ
Stephanie Nadeau ຂອງ ບໍລິສັດ ກຸ້ງທະເລ ລັອບສເຕີ້ ທີ່ຢູ່ໃກ້ໆ.

ນາງ Nadeau ເວົ້າວ່າ “ພວກເຮົາ ສົ່ງອອກພວກກຸ້ງທະເລໄປເອເຊຍ ເປັນຕົ້ນຕໍ
ອາດຈະເປັນປະມານ 80 ເປີເຊັນ ໄປຈີນ ແລະ ອີກ 20 ເປີເຊັນ ໄປບາງປະເທດ
ອື່ນໆ ໃນເອເຊຍ ເຊັ່ນໄທ, ມາເລເຊຍ, ສິງກະໂປ, ເກົາຫຼີ ແລະ ຍີ່ປຸ່ນ.”

ເມື່ອຕອນເກົ້າໂມງເຊົ້າ ພວກຄົນງານແມ່ນຂຸ້ນຂ້ຽວກະກຽມ ລາຍການສັ່ງກຸ້ງ ລັອບສເຕີ້
ເພື່ອສົ່ງອອກໄປຍັງ ຮົງກົງ. ຄວາມທ້າທາຍອັນໃຫຍ່ສຸດ ແມ່ນການຈັດແຈງນຳສົ່ງ ຊຶ່ງ
ພວກເຂົາເຈົ້າ ມີພຽງ 36 ຊົ່ວໂມງ ຈາກເວລາ ທີ່ພວກກຸ້ງ ລັອບສເຕີ້ ຖືກບັນຈຸລົງຫີບ ຈົນ
ຮອດເວລາພວກມັນໄປຮອດຈີນ ເພື່ອຮັບປະກັນວ່າ ພວກມັນຈະຢູ່ໃນສະພາບທີ່ດີທີ່ສຸດ.

ການສົ່ງອອກພວກປະເພດຫອຍຂອງອາເມຣິກາ ໄດ້ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ໃນ
ສອງສາມປີບໍ່ດົນມານີ້ ສ່ວນໃຫຍ່ແມ່ນເປັນຍ້ອນ ການສົ່ງອອກກຸ້ງ ລັອບສເຕີ້ ຈຳນວນ
ຫຼາຍຂຶ້ນ. ນາງ Nadeau ສົ່ງອອກພວກກຸ້ງ ລັອບສເຕີ້ ທາງອາກາດ ຫຼາຍກວ່າ 23,000
ກິໂລກຣາມທຸກອາທິດ ໄປຍັງເອເຊຍ.

ນາງ Nadeau ເວົ້າວ່າ “ພວກມັນບໍ່ແພງຫຼາຍ ກ່ຽວກັບ ພວກກຸ້ງ ລັອບສເຕີ້ ປະເພດ
ໜາມຂອງອອສເຕຣເລຍ ຊຶ່ງພວກມັນແມ່ນ ພາກໃຕ້ຂອງຈີນຊື້ເຂົ້າໄປ ເປັນເວລາ
ຫຼາຍປີຜ່ານມາ. ລາຄາຂອງມັນ ສູງແທ້ສູງວ່າ ຊຶ່ງຂ້າພະເຈົ້າຄິດວ່າ ອາດເຮັດໃຫ້ມັນ
ມີຄວາມສົນໃຈ ຫຼາຍຂຶ້ນ ຈາກບັນດາຜູ້ນຳເຂົ້າຂອງຈີນ ເພາະວ່າ ພວກກຸ້ງລັອບສເຕີ້
ອາດເປັນ ໜຶ່ງສ່ວນສາມ ຂອງລາຄານັ້ນ.”

ຄວາມຮຽກຮ້ອງຕ້ອງການທີ່ເພີ້ມຂຶ້ນ ຈາກຕະຫລາດເອເຊຍ ໄດ້ເຮັດໃຫ້ມີການປ່ຽນແປງ
ຫຼາຍ ສຳລັບນັກຫາກຸ້ງລັອບສເຕີ້ ເຊັ່ນທ້າວ Chris Welch ນັ້ນ.

ທ້າວ Welch ເວົ້າວ່າ “ຂ້າພະເຈົ້າຄິດວ່າ ອັນທີ່ຈະປ່ຽນແປງ ສຳລັບພວກເຮົາ ກໍຈະ
ແມ່ນ ພວກເຮົາຈະຈັບພວກກຸ້ງ ລັອບສເຕີ້ ໜ້ອຍລົງ ໂດຍຈະຫາເງິນໄດ້ຫຼາຍຊ່ຳເກົ່າ
ຫຼືບໍ່ ກໍຈະຈັບມັນຫຼາຍຂຶ້ນ ແລະ ຫາເງິນໄດ້ຫຼາຍກວ່າເກົ່າ.”

ເຖິງຢ່າງໃດກໍຕາມ ສະມາຄົມຜູ້ແທນຈຳໜ່າຍກຸ້ງລັອບສເຕີ້ ຂອງ Maine ຕ້ອງເຮັດໃຫ້
ແນ່ໃຈວ່າ ການເກັບກ່ຽວ ກຸ້ງລັອບສເຕີ້ ຈຳພວກນີ້ ຕ້ອງໃຫ້ຍືນຍົງ.

ຜູ້ອຳນວຍການໃຫຍ່ ຂອງສະມາຄົມຜູ້ແທນຈຳໜ່າຍກຸ້ງ ລັອບສເຕີ້ ທ່ານນາງ Annie
Tselikis ເວົ້າວ່າ “ພວກເຮົາບໍ່ຈັບເອົາພວກກຸ້ງລັອບສເຕີ້ ໂຕນ້ອຍ. ພວກເຮົາບໍ່ຈັບ
ເອົາພວກກຸ້ງລັອບສເຕີ້ ໂຕໃຫຍ່ໆ. ພວກກຸ້ງ ລັອບສເຕີ້ ໂຕນ້ອຍ ຕ້ອງເຕີບໃຫຍ່ເຕັມ
ຕົວກ່ອນ ແລະ ພວກໂຕໃຫຍ່ ກໍແມ່ນມີໄວ້ສຳລັບໃຫ້ອອກແມ່ແພ່ລູກຕໍ່ໄປ ຢູ່ໃນລັດ
Maine.”

ດ້ວຍການມີຄວາມຕ້ອງການເພີ້ມຂຶ້ນຢ່າງໃຫຍ່ ໃບອະນຸຍາດໃຫ້ຈັບກຸ້ງລັອບສເຕີ້ ທີ່
ທ້າວ Welch ມີຢູ່ແລ້ວນັ້ນ ຈຶ່ງໄດ້ກາຍມາເປັນສິ່ງ ທີ່ມີຄຸນຄ່າຫຼາຍຂຶ້ນ. ອຳນາດການ
ປົກຄອງລັດ Maine ຈະອອກ ໃບອະນຸຍາດໃຫ້ແຕ່ພຽງໃບດຽວ ສຳລັບຜູ້ທີ່ອອກກິນ
ເບ້ຍບຳນານ ຫຼືເຊົາຈັບກຸ້ງລັອບສເຕີ້ ແຕ່ລະສາມຄົນ ເຮັດໃຫ້ການແຂ່ງຂັນກັນເອົາ
ໃບອະນຸຍາດດັ່ງກ່າວຍາກຂຶ້ນ ເພື່ອເຂົ້າມາເຮັດທຸລະກິດ ຈັບກຸ້ງລັອບສເຕີ້ ມູນຄ່າ
300 ລ້ານໂດລານີ້.

When you talk about food in ((the Northeastern U.S. state of)) Maine, one thing you can't miss is lobster.Maine lobsters are not only loved by Americans, but increasingly by consumers in Asia as well. VOA's Enming Liu and Yiyi Yang visited one lobster company in Maine to find out why the American crustacean is seizing China's appetite.Lin Yang narrates their report.

This is a Maine Lobster. It was the star of the menu at last year's state dinner when Chinese President Xi Jinping visited the White House.

ANNIE TSELIKISMAINE LOBSTER DEALER'S ASSOCIATION
"The species is in a biological region from Newfoundland in Canada to North Carolina in the United States.But nearly 90 percent of the fishery activity happens in the state of Maine in the United States."

Chris Welch started learning to catch lobsters at the age of six.Today, he's a seasoned lobsterman with 20 years of experience.

CHRIS WELCH, LOBSTER BOAT CAPTAIN
"Three years ago the price was mediocre.We averaged around $2.50 to $3.00 ((per pound -- .45 kg )) for the year.This year the price has been excellent. It's better than I can remember in a lot of years."

Welch sells the lobsters he catches to a nearby dealer: Stephanie Nadeau's "Lobster Company."

STEPHANIE NADEAU, THE LOBSTER COMPANY
"We primarily export lobsters to Asia, probably about 80 percent to China and the other 20 percent to some other Asian countries, Thailand, Malaysia, Singapore, Korea, Japan."

At nine o'clock in the morning, workers are busy preparing for an order bound for Hong Kong. The biggest challenge is logistics; they only have 36 hours from the time the lobsters are packed to the time they arrive in China to ensure they are in their best shape.

American shellfish exports have grown rapidly in recent years, primarily due to higher exports of lobsters. Nadeau sends more than 23,000 kilograms ((50,000 pounds)) of them to Asia every week via air.

STEPHANIE NADEAU, THE LOBSTER COMPANY
"They are very inexpensive in relation to Australian spiny lobsters, which they have been buying in Southern China for years.The price was very very high, which I think might have made it
((mandatory cg over photo: courtesy Andrew Lively))
more of an interest to Chinese importers//because they are maybe one third of the price. "

The rising demand from the Asian market has brought changes for lobstermen like Chris Welch.

CHRIS WELCHLOBSTER BOAT CAPTAIN
"I guess you can say that what's changed for us is we can catch fewer lobsters and make as much money or catch more and make more money."

Still, Maine's Lobster Dealers Association makes sure the harvest is sustainable for the species.

ANNIE TSELIKISEXEC.DIR.,MAINE LOBSTER DEALER'S ASSOCIATION
"We do not catch small lobsters.We do not catch large lobsters.Small lobsters need to reach maturity and large lobsters are the brood stock of the lobster population in the state of Maine."

With the booming demand, the lobster license that Welch holds has become increasingly valuable. Maine's government will only award one license to a new entrant for every three licenses that have been retiredmaking for tough competition to get into this $300 million lobster business.

XS
SM
MD
LG