ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ບໍລິສັດເລີ້ມຕົ້ນໃໝ່ ໃນນະຄອນ ຊີອາໂທ ສ້າງໂດຣນ ເພື່ອຊ່ວຍພວກພະນັກງານກູ້ໄພເຫດສຸກເສີນຂັ້ນຕົ້ນ


ບໍລິສັດເລີ້ມຕົ້ນໃໝ່ໃນນະຄອນ ຊີອາໂທ (Seattle) ສ້າງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ສຳລັບ ພະນັກງານກູ້ໄພເຫດສຸກເສີນຂັ້ນຕົ້ນ

ເຮືອບິນບໍ່ມີຄົນຂັບ ຫລື ໂດຣນຂອງບໍລິສັດເລີ້ມຕົ້ນໃໝ່ໃນນະຄອນຊີອາໂທ (Seattle) ກໍາລັງຊ່ວຍເຫຼືອພວກພະນັກງານກູ້ໄພເຫດສຸກເສີນຂັ້ນຕົ້ນ ໂດຍທີ່ເປັນ "ຫູ ແລະເປັນຕາ" ໃຫ້ເຂົາເຈົ້າໃນສະພາບແວດລ້ອມທີ່ເປັນອັນຕະລາຍ.

ໂດຣນລຳນີ້ ສາມາດພັງປ່ອງຢ້ຽມເພື່ອບິນເຂົ້າໄປໃນອາຄານທີ່ຢູ່ໃນສະພາບເປັນອັນຕະລາຍ, ຫາທາງໄປເອງ ແລ້ວສ້າງແຜນທີ່ແບບສາມມິຕິ ຫລື 3D ຂອງສະພາບແວດລ້ອມໄດ້ໂດຍບໍ່ຕ້ອງໃຊ້ GPS, ແລະສ້າງການສື່ສານໄປມາ ກັບພວກຜູ້ລອດຊີວິດຈາກໄພພິບັດທໍາມະຊາດ - ຫຼື ພວກຜູ້ຮ້າຍໂຈມຕີ ເຊັ່ນໃນກໍລະນີຂອງວິ​ກິດການ​ຈັບຄົນໄປເປັນຕົວ​ປະກັນ.

ຖ້າມັນຕົກລົງໃສ່ພື້ນດິນແລ້ວປີ້ນທ້ອງຂຶ້ນ, ມັນສາມາດເຮັດຕົວເປັນຄື "ເຕົ່າ" – ປີ້ນຕົວຂຶ້ນຄືນ ແລ້ວພະຍຸງຕົວເອງບິນຂຶ້ນໄປໃນອາກາດໄດ້.

ບໍລິສັດເລີ້ມຕົ້ນໃໝ່ຂອງນະຄອນຊີອາໂທ (Seattle) ມີຈຸດປະສົງແນໃສ່ສະຫນອງໂດຣນໃຫ້ແກ່ ພວກຊ່ວຍພວກພະນັກງານກູ້ໄພເຫດສຸກເສີນຂັ້ນຕົ້ນ. ບໍລິສັດນີ້ໄດ້ນໍາໃຊ້ໂດຣນລຸ້ນ ຊື່ວ່າ ລີມູຣ (Lemur) 2 ຂອງຕົນກັບອົງການບັງຄັບໃຊ້ກົດຫມາຍຈໍານວນນຶ່ງໃນສະຫະລັດແລ້ວ.

ທ່ານເບລກ ແຣສນິກ (Blake Resnick), ຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດ ບຣິງ ໂດຣນສ໌ (Brinc Drones) ກ່າວວ່າ:

"ໃນໄລຍະຍາວ, ພວກເຮົາມີຄວາມສົນໃຈແທ້ໆຕໍ່ແນວຄວາມຄິດທີ່ວ່າ ຈະເຮັດໃຫ້ເຮືອບິນເຮລິຄອບເຕີຂອງຕໍາຫຼວດລ້າສະໄຫມ ແລະນໍາໃຊ້ໂດຣນເພື່ອຕອບໂທລະສັບເບີ 911 ພາຍໃນບໍ່ເທົ່າໃດວິນາທີ. ພວກເຮົາສາມາດກໍາຈັດສິ່ງນັ້ນອອກໄປ ແລ້ວໃຊ້ໂດຣນນຳສົ່ງຢາສັກນາແຄນ (Narcan) ຊຶ່ງເປັນຢາໃຊ້ເພື່ອລະງັບອາການໃຊ້ຢາໂອປີອອຍເກີນກໍານົດ, ຢາອີພີເພັນສ໌ (EpiPens) ເພື່ອຕ້ານອາການແພ້ ຫລືຫົວໃຈວາຍ. ມັນສົ່ງພາບສົດຂອງລະດັບຄວາມຮ້ອນພາຍໃນໂຄງສ້າງ, ຂອງໄຟໄໝ້ ໃຫ້ພວກນັກດັບເພີງເບິ່ງ ກ່ອນທີ່ເຂົາເຈົ້າຈະໄປຮອດບ່ອນເກີດເຫດອີກ. ບອກຕຳຫຼວດວ່າ ສິ່ງທີ່ຄົນຜູ້ນັ້ນຖືຢູ່ ແມ່ນກັັບໄຟ ຫຼື ປືນ ກ່ອນທີ່ເຂົາເຈົ້າຈະໄປປາກົດຕົວຢູ່ຫັ້ນ.”

ການ​ພັດ​ທະ​ນາ​, ການ​ສ້າງຕົວ​ແບບ​ ​ແລະ​ການ​ຜະ​ລິດໂດຣນ ທັງ​ຫມົດ​ແມ່ນ​ເກີດ​ຂຶ້ນຢູ່​ໃນ​ອາຄານດຽວ​ກັນ​ໃນນະຄອນຊີອາໂທ (Seattle)​. ບໍລິສັດນີ້ບໍ່ມີຄວາມສາມາດເຮັດໄດ້ຕາມໃຈໃນການຈັດຊື້ຊິ້ນສ່ວນປະກອບລາຄາຖືກຈາກປະເທດອື່ນ.

ທ່ານແຣສນິກ (Resnick), CEO ຂອງບໍລິສັດບຣິງໂດຣນສ໌ ກ່າວອີກວ່າ:

"ລະບົບຕ່ອງໂສ້ການສະຫນອງຊິ້ນສ່ວນປະກອບຂອງໂດຣນໃນທົ່ວໂລກແມ່ນເພິ່ງພາອາໄສແຕ່ເມືອງດຽວແທ້ໆ, ເຊິ່ງແມ່ນເມືອງເຊິນເຈິນ (Shenzhen) ໃນຈີນ. ພວກເຮົາປະຕິບັດຕາມຂໍ້ກໍານົດ ເອັນດີເອເອ (NDAA) ຊຶ່ງຫມາຍຄວາມວ່າພວກເຮົາບໍ່ໄດ້ໃຊ້ອຸປະກອນເອເລັກໂຕຣນິກໃດໆ, ຊິລິຄອນໃດໆ ຈາກຈີນ, ຈາກຣັດເຊຍ, ຈາກອີຣ່ານ, ຈາກປະເທດອື່ນທີ່ຢູ່ໃນລາຍຊື່ຂອງອົງກອນ// ພວກເຮົາຕ້ອງຫາທາງສ້າງຕ່ອງໂສ້ສະຫນອງຢູ່ພາຍໃນປະເທດສໍາລັບຊິ້ນສ່ວນປະກອບທັງຫມົດຢູ່ຂ້າງໃນນົກໂຕນີ້."

ໂດຣນຂອງບໍລິສັດບຣິງ (Brinc) ເລີ້ມຕົ້ນດ້ວຍການເປັນອຸປະກອນທີ່ໃຊ້ຢູ່ພາຍໃນອາຄານ. ແຕ່ບໍລິສັດໄດ້ເສີມຂະຫຍາຍຄວາມສາມາດຂອງພວກມັນໃຫ້ໃຊ້ຢູ່ຂ້າງນອກໄດ້ ພາຍຫຼັງ​ທີ່ໂດ​ຣນ​ໄດ້​ຖືກ​ນຳ​ໃຊ້​ໃນ​ພາລະກິດສອດແນມ ​ແລະ​ກູ້​ໄພຢູ່​ໃນ​ຢູ​ເຄຣນ ​ແລະ​ຫຼັງ​ຈາກ​ແຜ່ນດິນ​ໄຫວ​ ໃນ​ປີ 2023 ຢູ່ປະເທດ​ເທີກີ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

A Seattle startup’s drones are helping first responders by providing them with “eyes and ears” in hazardous environments. Natasha Mozgovaya in Seattle has the story.

This drone can break a window to fly inside a building in hazardous conditions, navigate and create a 3D map of the environment without use of GPS, and establish two-way communications with survivors of a natural disaster – or attackers, in the case of a hostage crisis.

If it falls on the ground upside down, it can “turtle” -- flip upright and launch itself up in the air.

A Seattle startup is aiming to provide drones for first responders. The company has already deployed its Lemur 2 model drone with several law enforcement agencies in the U.S.

Blake Resnick, Brinc Drones CEO:

“Long term, we are really interested in this idea of making the police helicopter obsolete and using drones to respond to all 911 calls in seconds. We can get rid of that use drones to deliver Narcan, EpiPens. Give firefighters a live thermal imaging view of a structure, fire, before they even arrive on scene. Tell police if what that person is holding is a lighter or a gun before they show up.”

Development, prototyping and manufacturing of the drones all take place in the same building in Seattle. The company doesn’t have the luxury of procuring cheap components from other countries.

Blake Resnick, Brinc Drones CEO:

“The entire global supply chain for drone components is really based out of a single city, which is Shenzhen, China. We're NDAA compliant, which means that we don't utilize any electronics, any silicon from China, Russia, Iran, other countries on an entity list // we've had to sort of build a domestic supply chain for all of the componentry inside of this bird.”

Brinc’s drones started as indoor devices. But the company enhanced their outdoor capabilities .. after the drones were used for reconnaissance and rescue missions in Ukraine and after the 2023 earthquake in Turkey.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG