ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາຍງານ LogOn ນຳສະເໜີລົດທີ່ຜະລິດດ້ວຍເຄື່ອງພິມ 3 ມິຕິ ໄດ້ປ່ຽນແປງວິທີການອອກແບບລົດຍົນ


LogOn: 3D Printing Cars Revolutionizes Automobile Design
please wait

No media source currently available

0:00 0:02:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປັນຍາ ປະດິດ ແລະ ເຄື່ອງ​ພິມ 3 ມິຕິອາດ​ປ່ຽນ​ແປງ​ການ​ອອກ​ແບບ ແລະ ຜະ​ລິດ​ລົດ​ຍົນໄດ້. ນັກ​ຂ່າວ​ວີ​ໂອ​ເອ ຈີເນຍ ດູໂລ ຈະພາພວກເຮົາໄປ ເບິ່ງບ່ອນ​ຈອດ​ລົດ​ລຸ້ນ​ໃໝ່​ໃນ​ນະ​ຄອນ ລອ​ສ ແອນເຈີລິສ ໃນລາຍງານ logOn ຂອງອາທິດນີ້.

Story: ການຜະລິດລົດຍົນບໍ່ໄດ້ມີ​ການ​ປ່ຽນ​ແປງຫຼາຍ​ໃນ 100 ປີຜ່ານມາ, ເຊິ່ງມີປະສິດທິພາບຂ້ອນ​ຂ້າງຕໍ່າ, ກ່າວໂດຍທ່ານ ເຄວິນ ຊິງເກີ ນັກປະດິດ ແລະ ອອກແບບລົດຍົນ

ທ່ານ ເຄວິນ ຊິງເກີ, ຜູ້ຮ່ວມກໍ່ຕັ້ງ ບໍລິສັດລົດຍົນ ຊິງເກີ ເວົ້າວ່າ:

“ມັນຊິ້ນເປືອງເວລາ, ຊີ້ນເປືອງເງິິນທຶນ ແລະ ມີຄວມສ່ຽງຫຼາຍ​ໂພດ ຍ້ອນວ່າ ເວລາ ແລະ ເງິນ​ຄຳທັງໝົດໄດ້ຖືກໃຊ້ໃນ​ວິ​ທີ​ດຽວ​ກັນ​ຂອງອຸດ​ສາ​ຫະ​ກຳ​ ທີ່ບໍ່​ສາ​ມາດປ່ຽນ​ແປງ​ໄດ້. ມັນ​ສາມາດໃຊ້​ໄດ້​ໃນ​ແຕ່​ວິ​ທີດຽວ.”

ທ່ານ ຊິງເກີ ແລະ ລູກຊາຍຂອງເພີ່ນ ທ່ານ ລູຄັສ ​ແມ່ນກຳລັງເຮັດ​ວຽກ​ເພື່ອ​ປ່ຽນ​ແປງ​ສິ່ງ​ນັ້ນ ໂດຍນຳໃຊ້ປັນຍາປະດິດເພື່​ອອອກ​ແບບ​ຊິ້ນ​ສ່ວນ​ຕ່າງ​ທີ່​ຖືກ​ຜະ​ລິດ​ໃນ​ເຄື່ອງພິມ 3 ມິຕິຊຶ່ງເບົາກວ່າ ແລະ ປັບ​ປ່ຽນໄດ້ງ່າຍກວ່າການຜະລິດ ລົດຍົນແບບດັ້ງເດີມ.

ທ່ານ ລູຄັສ ຊິງເກີ, ຜູ້ຮ່ວມກໍ່ຕັ້ງ ບໍລິສັດລົດຍົນ ຊິງເກີ ເວົ້າວ່າ:

“ຖ້າເຈົ້າຕ້ອງການປ່ຽນອ​າ​ໄຫຼ່​ນັ້ນ, ເຈົ້າຕ້ອງສ້າງແມ່ພິມອັນໃໝ່ຂຶ້ນ​ມາ, ສະ​ນັ້ນອອກ​ແບບແມ່ພິມທັງໝົດນັ້ນ​ຂຶ້ນ​ມາ​ໃໝ່​ເພື່ອ​ທີ່​ຈະ​ທຳ​ການ​ປ່ຽນ​ແປງ​ແບບ​ອັນ​ນຶ່ງ. ແລະ ໃນ​ຂັ້ນ​ຕອນຂອງພວກເຮົາ, ພວກເຮົາພຽງແຕ່ປັບປຸງ​ມັນ​ຄືນ​ໃໝ່ ດ້ວຍຊອຟແວພຽງ​ເທົ່​າ​ນັ້ນ. ພວກເຮົາພິມ​ມັນ​ໃນເຄື່ອງພີມ 03 ມີຕິ ຂອງ​ພວກ​ເຮົາ​ໃນ​ເຫຼັກ, ປ່ຽນ​ແປງ​ມັນ​ຢ່າງ​ສົມ​ບູນ, ໂດຍບໍ່​ສູນ​ເສຍ​ວັດ​ຖຸ​ຫຍັງ ແລະ ຖ້າ​ເຈົ້າ​ຢາກ​ທຳ​ການ​ປ່ຽນ​ແປງ​ແບບ, ພາຍ​ໃນ​ສອງ​ສາມ​ວັນ​ພວກ​ເຮົາ​ສາ​ມາດ​ເຮັດ​ອາ​ໄຫຼ່​ໃໝ່​ໃຫ້​ເຈົ້າ.”

ລົດຍີ່ຫຍໍ້ ຊີງເກີ 21C ຂອງພວກເຂົາ ໄດ້ຮັບເລືອກເປັນໜື່ງໃນສິ່ງປະດິດທີ່ດີ​ທີ່ສຸດ​ຂອງວາລະສານ TIME ໃນປີ 2023. ທ່ານ ຊິງເກີ ເວົ້າວ່າເຄື່ອງ​ຈັກ ຮາຍບ​ຣິດ ທີ່​ມີພະລັງຂອງ​ເຂົາ​ເຈົ້າ​ສາ​ມາດ​ຜະ​ລິດ​ຄວາມ​ແຮງ​ໄດ້​ເກືອບ 1400 ແຮງມ້າ.

ທ່ານ ເຄວິນ ຊິງເ​ກີ, ຜູ້ຮ່ວມກໍ່ຕັ້ງ ບໍລິສັດລົດຍົນ ຊິງເຈີ້ ເວົ້າວ່າ:

“ລົດ​ຂອງພວກເຮົາເປັນສັນຍາລັກແຫ່ງການປ່ຽນແປງຈາກໂລກທີ່ເຮົາສ້າງ​ຂຶ້ນ, ຊຶ່ງຄ້າຍຄືໂລກທີ່ມະນຸດສ້າງຂຶ້ນໃໝ່ ເປັນໂລກທີ່ມີປະສິດທິພາບຫຼາຍກວ່າ ເປັນໂລກທີ່ເຂົ້າກັບທຳມະຊາດ ເພາະມັນຫຼຸດຜ່ອນການນຳໃຊ້ວັດສະດຸ ແລະ ພະລັງງານ.”

ບໍລິສັດຊີງເ​ກີເວົ້າວ່າ ​ມັນ​ແມ່ນວິທີການທີ່​ຈະຫຼຸດຜ່ອນການປ່ອຍອາຍ​ຄາ​ບອນ​ ແລະ ການ​ອອກ​ແບບ​ລົດ​ຍົນ​ທີ່​ສາ​ມາດ​ເຂົ້າ​ຫາ​ໄດ້​ຕໍ່​ທຸກ​ຄົນດ້ວຍ​ການ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຜູ້​ຜະ​ລິດ​ຢູ່​ທຸກ​ບ່ອນ​ສ້າງ​ອາ​ໄຫຼ່​ທີ່​ດັດ​ແປງ​ໃຫ້​ເໝາະ​ສົມ​ໄດ້.

Automobile manufacturing hasn’t changed much in the last 100 years, being quite ineffective, says inventor and automobile designer Kevin Czinger. [[ZING-er]]

“It took too much time and too much capital and was too risky because all of that time and capital went into a set of industrial cookie-cutters that couldn’t be changed. They could only cut the same cookie.”

Czinger and his son Lukas are working to change that by using artificial intelligence to engineer parts produced on a 3-D printer that are lighter and more-easily customized than in traditional manufacturing.

“If you want to change that part, you’d have to make a new casting mold, so reengineering your entire casting mold just to make one design change. And in our process, we just re-optimize with the software. We print it on our 3-D printers in metal, perfectly optimized, wasting no material, and if you want to make a design change, within days we can have a new part to you.”

Their Czinger 21C was one of TIME magazine’s Best Inventions of 2023. Czinger says the car’s powerful hybrid engines produce nearly 1400 horsepower.

“The car symbolizes the transition from a built world, like, physically human built world that’s analog to a completely new, much more efficient world, a world that is much more in harmony with nature because it minimizes material and energy use.”

The Czingers say it’s an approach that lowers industrial carbon emissions and democratizes automobile design

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG