ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະມາຊິກ ຮຽກຮ້ອງ​ໃຫ້ ສະພາ ອະນຸມັດ ​ການ​ລົງ​ໂທດ ​ຕໍ່ຣັດ​ເຊຍ


ຮຸບ​ຂອງ​ລັດຖະສະພາ ຕອນ​ພະ​ອາທິດ​ຕົກ​ດິນ ​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ, 20 ທັນວາ, 2016.
ຮຸບ​ຂອງ​ລັດຖະສະພາ ຕອນ​ພະ​ອາທິດ​ຕົກ​ດິນ ​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ, 20 ທັນວາ, 2016.

ກຸ່ມ​ທີ່​ປະກອບ​ດ້ວຍສະມາຊິກສະພາ ຈາກທັງສອງພັກ​ການ​ເມືອງ ​ໄດ້​ສະ​ເໜີ​ກົດໝາຍ ​
ໃນ​ວັນ​ພຸດ​ວານ​ນີ້ ທີ່​ຈະ​ກີດ​ກັນ​ລັດຖະບານ​ຂອງ​ທ່ານ Trump ​ບໍ່ໃຫ້ຍົກ​ເລີກການ​ລົງ
​ໂທດ​ຕໍ່ຣັດ​ເຊຍ ​ໂດຍ​ປາດ​ສະ​ຈາກ​ການ​ອະນຸມັດຂອງລັດຖະ​ສະພາ.

“​ໃນ​ການ​ເປີດ​ເຝີ​ຍຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ການ​ສົນທະນາ​ຢ່າງ​ລັບໆ​ລະຫວ່າງທ່ານ
Flynn ກັບ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ​ກ່ຽວ​ກັບ​ການ​ລົງ​ໂທດນັ້ນ ​ເຮັດ​ໃຫ້​ຮ່າງ​
ກົດໝາຍທີ່ ວ່າ​ນີ້ ຍິ່ງ​ມີ​ຄວາມສຳຄັນ​ຂຶ້ນ​ຕື່ມ,”
ຊຶ່ງ​ນັ້ນ​ແມ່ນຄຳ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ ຂອງທ່ານ Adam Schiff ສະມາຊິກ​ຄົນ​ສຳຄັນຂອງ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕ່ຳ ​
ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ກ່ຽວ​ກັບ​ການ​ນຳ​ສະ​ເໜີ​ຮ່າງ​ກົດໝາຍ​ທີ່​ວ່າ​ນີ້.

ທ່ານ Schiff ​ແມ່ນ​ໄດ້​ອ້າງ​ອີງ​ເຖິງ ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ
Michael Flynn ຜູ້​ຊຶ່ງ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ພາຍ​ໃຕ້​ຄວາມ​
ກົດ​ດັນ ຫຼັງ​ຈາກທີ່​ຂ່າວ​ນອງ​ນັນ​ທີ່​ວ່າ​ນີ້ ​ໄດ້​ມີ​ການ​ເປີດ​ເຜີຍໃຫ້​ສາທາລະນະຊົນ​ຮູ້​ແລ້ວ​
ນັ້ນ ທີ່ວ່າ ທ່ານ Flynn ໄດ້​ພົວພັນກັບເອກ​ອັກຄະ​ລັດຖະທູດຣັດ​ເຊຍປະຈຳ​ສະຫະລັດ
ກ່ອນ​ໜ້າການ​ສາບານ​ຕົວເຂົ້າຮັບ​ຕຳ​ແໜ່​ງ​ຂອງ​ທ່ານ Trump ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ Adam Schiff ສະມາຊິກຄົນສຳຄັນຂອງຄະນະກຳມະການສືບລັບສະພາຕ່ຳ ສັງກັດພັກ Democrat ຈາກ​ລັດ California ​ໃຫ້ການ​ສຳພາດ ​ໃນ ວໍ​ຊີງ​ຕັນ, 12 ພຶດສະພາ, 2015.
ທ່ານ Adam Schiff ສະມາຊິກຄົນສຳຄັນຂອງຄະນະກຳມະການສືບລັບສະພາຕ່ຳ ສັງກັດພັກ Democrat ຈາກ​ລັດ California ​ໃຫ້ການ​ສຳພາດ ​ໃນ ວໍ​ຊີງ​ຕັນ, 12 ພຶດສະພາ, 2015.

“ຖ້າ​ຫາກ​ວ່າ ມັນ​ມີ​ການ​ໂອ້​ລົມ​ສົນທະນາ ທີ່​ມີ​ການ​ໃຫ້​ອະ​ໄພ ທີ່​ທ່ານ Flynn ​ໄດ້
​ກະທຳ​ໄປ​ນັ້ນ ຫຼືທ່ານ​ໄດ້​ເອົາ​ບາດກ້າວໂດຍ​ລຳ​ພັງ,”
ຊຶ່ງ​ທ່ານ Schiff ​ ​ໄດ້​ກ່າວ​ເຊັ່ນ​ນັ້ນ
ແລະ​ວ່າ“ບໍ່​ວ່າຈະ​ເປັນ​ຮູບ​ແບບ​ໃດ​ກໍ່ຕາມ ປະທານາທິບໍດີນີ້ ບໍ່​ຄວນ​ຈະ​ທີ່​ຈະ​ຍົກ​ເລີກ
ການ​ລົ​ງ​ໂທດໃດໆ ຕໍ່ຣັດ​ເຊຍ​ໄດ້​ແບບ​ບໍ່ມີ​ຂໍ້​ຜູກ​ໝັດ.”

ທ່ານ Schiff ​ໄດ້​ກ່າວ​ວ່າ ທ່ານ​ຈະ​ພົບ​ປະ​ກັບປະທານ​ຄະນະກຳມະການ​ສືບ​ລັບ ທ່ານ
Devin Nunes ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ເພື່ອ​ສົນທະນາ​ຫາລື ​ໃນ​ການ​ສືບສວນ ​ກ່ຽວ​ກັບ
ກໍລະ ນີ​ຂອງ​ທ່ານນາຍ​ພົນ Flynn ທີ່​ພົວພັນກັບຣັດ​ເຊຍ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງການ​
ສືບສວນ​ໂດຍ​ລວມໃນການ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຂອງຣັດ​ເຊັຍ.

ສະມາຊິກສຽງສ່ວນນ້ອຍຂອງສະພາຕ່ຳ ພັກ Democrat ທ່ານ Steny Hoyer ຈາກ​ລັດ Maryland ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ລັດຖະສະພາ ທີ່ວໍ​ຊີງ​ຕັນ, 12 ມັງກອນ, 2016.
ສະມາຊິກສຽງສ່ວນນ້ອຍຂອງສະພາຕ່ຳ ພັກ Democrat ທ່ານ Steny Hoyer ຈາກ​ລັດ Maryland ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ລັດຖະສະພາ ທີ່ວໍ​ຊີງ​ຕັນ, 12 ມັງກອນ, 2016.

ທ່ານ Nunes ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ວ່າ ທ່ານ​ສົນ​ໃຈ ​
ໃນ​ການ​ສືບສວນ ກ່ຽວ​ກັບ​ຂໍ້​ມູນ​ຕ່າງໆ ​ໃນ​ການ​ສົນທະນາ​ທາງ​ໂທລະສັບ ​ຂອງ​ທ່ານ
Flynn​ໄດ້​ຮົ່ວໄຫຼ​ຕໍ່​ສື່​ມວນ​ຊົນ ​ແຕ່​ບໍ່ແມ່ນກ່ຽວ​ກັບ​ການ​ພົວພັນ​ຂອງ​ທ່ານ​ກັບຣັດ​ເຊຍ.
ຫົວໜ້າ​ຂອງ​ຄະນະ​ກຳ​ມະ​ການ​ກວດກາ​ ​ແລະຄະນະ​ກຳມະການ​ຍຸຕິ​ທຳຂອງ​ສະພາ​ຕ່ຳ ​ຍັງຕ້ອງການ​ທີ່ຈະ​ໃຫ້​ກະຊວງ​ຍຸຕິ​ທຳ ​ເພັ່ງ​ເລັງ​ໃສ່​ການ​ສືບສວນ​ໃນ​ການ​ຮົ່ວ​ໄຫຼ​ນີ້.

“ຖ້າ​ຫາກ​ວ່າ​ໃນ​ຈະ​ກວດກາ​ຢ່າງ​ລະອຽດ​ແລ້ວ, ພວກ​ເຮົາຈະ​ເບິ່ງ​ໄປ​ຍັງທ່ານນາຍ​ພົນ
Flynn, ພວກ​ເຮົາກໍ​ຈະ​ກວດ​ເບິ່ງ​ບັນທຶກ​ການ​ສົນທະນາ​ຕ່າງໆ ​ແລະພວກ​ເຮົາກໍ​ຈະ ​
ຮຽກຕົວ​ທ່ານ Flynn ​ເຂົ້າ​ມາ​ໃຫ້ການ​ໃນ​ຖານະ​ເປັນ​ພິຍານ,”
ຊຶ່ງ​ທ່ານ Schiff ​ໄດ້​ກ່າວ
ເຊັ່ນ​ນັ້ນ.

ທ່ານ Steny Hoyer ສະມາຊິກ​ສຽງ​ສ່ວນ​ນ້ອຍ​ຂອງສະພາຕ່ຳ ພັກ Democrat ​ໄດ້​ກ່າວ
​ວ່າທ່ານ​ເຊື່ອ​ວ່າ ມີ​ການ​ສະໜັບສະໜຸນຈາກທັງສອງ​ພັກ​ການ​ເມືອງຢ່າງ​ພຽງພໍ ທີ່​ຈະ​ຮັບ
​ຜ່າ​ນຮ່າງກົດໝາຍການ​ລົງ​ໂທດ ດ້ວຍ​ການຄ້ຳປະກັນ​ວ່າ ບໍ່​ສາມາດ​ໃຊ້​ສິດ ຢັບຢັ້ງ​ໄດ້​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG