ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລມຕ Lavrov ຂອງຣັດເຊຍ ມີຫຼາຍຄຳຖາມ ກ່ຽວກັບນະໂຍບາຍ ທີ່ຄຸມເຄືອ ຂອງສະຫະລັດ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson,ຂວາ, ແລະ ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergey Lavrov, ພາກັນຍ່າງເຂົ້າໄປໃນຫໍປະຊຸມ ເພື່ອການເຈລະຈາ ໃນນະຄອນຫຼວງ Moscow ຂອງຣັດເຊຍ, ວັນທີ 12 ເມສາ 2017.

ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Lavrov ໄດ້ກ່າວໃນວັນພຸດ
ມື້ນີ້ ວ່າ ລັດຖະບານຂອງທ່ານ ມີຫຼາຍຄຳຖາມ ກ່ຽວກັບ ອັນທີ່ທ່ານ ເວົ້າວ່າ ເປັນເລື່ອງ
ຄຸມເຄືອ ແລະ ແນວຄິດທີ່ກົງກັນຂ້າມ ອອກມາຈາກ ລັດຖະບານຊຸດໃໝ່ ຂອງທ່ານ
ປະທານາທິບໍດີ ດໍໂນລ ທຣຳ.

ທ່ານ Lavrov ໄດ້ກ່າວຕືື່ມ ໃນຂະນະເປີດກອງປະຊຸມ ຢູູ່ນະຄອນຫຼວງມົສກູ ກັບ ລັດ
ຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ວ່າ ມັນມີຄວາມສຳຄັນ
ສຳລັບ ຣັດເຊຍ ເພື່ອທຳຄວາມເຂົ້າໃຈເຖິງ ເຈດຕະນາທັງຫຼາຍຂອງສະຫະລັດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ້າວອອກມາຈາກເຮືອບິນ ພາຍຫລັງໄດ້ລົງຈອດ ຢູ່ ສະໜາມບິນ Vnukovo ໃນນະຄອນຫຼວງ, ຣັດເຊຍ, ວັນທີ 11 ເມສາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ້າວອອກມາຈາກເຮືອບິນ ພາຍຫລັງໄດ້ລົງຈອດ ຢູ່ ສະໜາມບິນ Vnukovo ໃນນະຄອນຫຼວງ, ຣັດເຊຍ, ວັນທີ 11 ເມສາ 2017.

ນອກນັ້ນ ທ່ານ Lavrov ຍັງໄດ້ອ້າງເຖິງ ການໂຈມຕີທາງອາກາດ ຕໍ່ຖານທັບອາກາດ
ຂອງຊີເຣຍ ເມື່ອສັບປະດາແລ້ວນີ້ ຊຶ່ງໄດ້ມີຂຶ້ນ ໃນການຕອບໂຕ້ ຕໍ່ການໂຈມຕີດ້ວຍ
ອາວຸດເຄມີ ນັ້ນ ໂດຍເອີ້ນການຕອບໂຕ້ຂອງສະຫະລັດ ວ່າ “ເປັນເລື່ອງລົບກວນ
ຈິດໃຈ.”

ທ່ານ Tillerson ໄດ້ກ່າວເປີດກອງປະຊຸມ ແບບສັ້ນກວ່າ ແຕ່ຄືກັນກັບທ່ານ Lavrov
ນັ້ນທ່ານ ໄດ້ກ່າວ ວ່າ ການເຈລະຈາໃນວັນພຸດນີ້ ແມ່ນໄດ້ເກີດຂຶ້ນ ໃນເວລາອັນສຳຄັນ
ແລະ ຈະປະກອບດ້ວຍການປຶກສາຫາລືກັນ ຢ່າງກົງໄປກົງມາ ຂອງຄວາມແຕກຕ່າງກັນ
ທັງຫຼາຍ ແລະ ຜົນປະໂຫຍດຕ່າງໆຂອງທັງສອງຝ່າຍ.

ນັກການທູດຂັ້ນສູງ ຂອງສະຫະລັດ ໄດ້ກ່າວວ່າ ເສັ້ນທາງຂອງການຕິດຕໍ່ເວົ້າລົມກັນ
ລະຫວ່າງ ທັງສອງປະເທດ “ຄວນເປີດໄວ້ຢູ່ສະເໝີ.” ທ່ານກ່າວຕໍ່ໄປວ່າ ທ່ານຢາກຈະ
ເຂົ້າໃຈ ວ່າ ເປັນຫຍັງບາງເລື່ອງຍັງມີແນວຄິດທີ່ແຕກຕ່າງກັນຫຼາຍຢູ່ ຮວມທັງ ໂອກາດ
ທີ່ຈະເຮັດໃຫ້ຄວາມແຕກຕ່າງກັນເຫຼົ່ານັ້ນ ຫຍັບໃກ້ເຂົ້າຫາກັນໄດ້.

ສົບຂອງພວກຜູ້ເຄາະຮ້າຍ ທີ່ຖືກໂຈມຕີໂດຍອາວຸດເຄມີ ໍລຽງລາຍຢູ່ພື້ນ ໃນເມືອງ Khan Sheikhoun ຢູ່ທາງພາກເໜືອຂອງແຂວງ Idlib, ຊີເຣຍ, ວັນທີ 4 ເມສາ 2017.
ສົບຂອງພວກຜູ້ເຄາະຮ້າຍ ທີ່ຖືກໂຈມຕີໂດຍອາວຸດເຄມີ ໍລຽງລາຍຢູ່ພື້ນ ໃນເມືອງ Khan Sheikhoun ຢູ່ທາງພາກເໜືອຂອງແຂວງ Idlib, ຊີເຣຍ, ວັນທີ 4 ເມສາ 2017.

ທ່ານ Tillerson ເດີນທາງໄປຮອດຣັດເຊຍ ດ້ວຍການມີພະລັງອຳນາດຕ່ຳກວ່າ ຢູ່ໃນ
ວໍຊິຕັນ ແລະ ລອນດອນ ທ່ານພຽງແຕ່ຫວັງວ່າ ການຕໍ່ລອງຂອງທ່ານ ເພື່ອທີ່ຈະໂນ້ມ ໜ່ຽວໃຫ້ຣັດເຊຍ ຍົກເລີກໃຫ້ການສະໜັບສະໜູນ ປະທານາທິບໍດີ Bashar al Assad
ຂອງຊີເຣຍ ເທົ່ານັ້ນ.

ແຕ່ທ່ານບໍ່ມີຂໍ້ຊີ້ຂາດຢູ່ໃນກຳມື ຫຼັງຈາກມີລາຍງານທີ່ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່
ອະວຸໂສ ຂອງສະຫະລັດ ທີ່ບໍ່ໄດ້ລະບຸຊື່ ກ່າວວ່າ ຣັດເຊຍ ຮູ້ຈັກເລື່ອງການໂຈມຕີທີ່
ໄດ້ສັງຫານ ພວກຄົນທີ່ປະກອບດ້ວຍແມ່ຍິງແລະເດັກນ້ອຍ ກ່ອນແລ້ວ.

Tillerson Russia
please wait
Embed

No media source currently available

0:00 0:01:43 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG