ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ສຫລ ສືບສວນ ການຍິງສັງຫານ ຢູ່ຄ້າຍ Fort Hood ເທື່ອຫຼ້າສຸດ (ສະໄລດ໌/ວີດີໂອ)


ພົນໂທ Mark Milley ຜູ້ບັນຊາການຄ້າຍ Fort Hood ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ໂດຍມີ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ທ່ານ John Cornyn ຢືນຢູ່ທາງຂ້າງ ໃນບໍລະເວນ ປະຕູທາງເຂົ້າຄ້າຍ (3 ເມສາ 2014)
ພົນໂທ Mark Milley ຜູ້ບັນຊາການຄ້າຍ Fort Hood ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ໂດຍມີ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ທ່ານ John Cornyn ຢືນຢູ່ທາງຂ້າງ ໃນບໍລະເວນ ປະຕູທາງເຂົ້າຄ້າຍ (3 ເມສາ 2014)
ຄະນະສືບສວນ ພວມຊອກຄົ້ນຫາຄຳຕອບ ໃນການຍິງສັງ
ຫານ 3 ຄົນແລະອີກ 16 ຄົນບາດເຈັບທີ່ຄ້າຍ Fort Hood
ໃນລັດເທັກຊັສ ກ່ອນທີ່ທະຫານຜູ້ຕ້ອງສົງໄສ ໃນເຫດຮ້າຍ
ຄັ້ງນີ້ ຍິງຕົວຕາຍ.

ພົນໂທ Mark Milley ຜູ້ບັນຊາການທະຫານທີ່ຄ້າຍ Fort
Hood ກ່າວໃນວັນພະຫັດ ວານນີ້ວ່າ ມີຄວາມເປັນໄປໄດ້
ສູງທີ່ວ່າມືປືນໄດ້ມີການຜິດຖຽງກັນກັບທະຫານຄົນໃດຄົນ
ນຶ່ງຫລືຫລາຍໆຄົນ ກ່ອນທີ່ຈະມີການຍິງສັງຫານເກີດຂຶ້ນ
ແຕ່ທ່ານກໍເວົ້າວ່າ ບໍ່ມີຮ່ອງຮອຍໃດໆ ສະແດງໃຫ້ເຫັນວ່າ ຜູ້ກ່ຽວໄດ້ແນເປົ້າໝາຍໃສ່ບຸກຄົນໃດຄົນນຶ່ງຢ່າງເປັນການ
ສະເພາະ.

ນາຍພົນ Milley ເປີດເຜີຍວ່າ ມືປືນ ແມ່ນທ້າວ Ivan Lopez ອາຍຸ 34 ປີຊຶ່ງເປັນທະ ຫານທີ່ມີຕົ້ນຕໍມາຈາກເປີໂຕຣິໂກ.

ທ່ານກ່າວວ່າ ທ້າວ Lopez ມີປະຫວັດການແພດ ທີ່ສະແດງໃຫ້ເຫັນວ່າ ມີສະພາບຈິດ ຫລືເງື່ອນໄຂທາງດ້ານຈິດໃຈທີ່ບໍ່ທຸ່ນທ່ຽງ ຊຶ່ງອາດຈະເປັນສາເຫດອັນສຳຄັນ ທີ່ພາໃຫ້ ມີການໂຈມຕີ ແຕ່ກໍກ່າວຕື່ມວ່າ ຄະນະສືບສວນ ຍັງບໍ່ໄດ້ປະຕິເສດ ເຖິງສາເຫດຂອງ ຄວາມເປັນໄປໄດ້ທຸກໆຢ່າງ.

ນອກນັ້ນ ເຈົ້າໜ້າທີ່ຍັງໄດ້ທຳການສືບສວນເບິ່ງວ່າ ມືປືນຄົນນີ້ ໄດ້​ຢູ່​ໃນ​ຂັ້ນ​ຕອນ​ທີ່​ມີ
ຄວາມ​ຜິດ​ປົກກະຕິ​ທາງ​ກາຍ​ແລະ​ຈິດ​ໃຈຫຼືບໍ່ຫຼັງ​ຈາກ​ໄດ້ປະສົບ​ກັບ​ຄວາມ​ຮຸນ​ແຮງ​ມາ
ແລ້ວ ທີ່ເອີ້ນວ່າ PTSD ຫລັງຈາກໄດ້ໄປປະຕິບັດໜ້າທີ່ ເປັນເວລາ 4 ເດືອນ ຢູ່ໃນອີ
ຣັກໃນປີ 2011.

ລັດຖະມົນຕີກອງທັບບົກ ຂອງສະຫະລັດ ທ່ານ John Mchugh ກ່າວຕໍ່ຄະນະກຳມະ ການຂອງສະພາສູງໃນວັນພະຫັດວານນີ້ວ່າມືປືນບໍ່ໄດ້ມີສ່ວນພົວພັນໂດຍກົງໃນການ ສູ້ລົບຢູ່ອີຣັກ. ທ່ານກ່າວຕື່ມວ່າມືປືນໄດ້ໄປພົບກັບຈິດຕະແພດໃນເດືອນແລ້ວນີ້ ແລະ ສະແດງໃຫ້ເຫັນວ່າ ບໍ່ມີຮ່ອງຮອຍໃດໆຂອງຄວາມຮຸນແຮງ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ເອີ້ນການຍິງ ສັງຫານໃນມື້ວັນພຸດຜ່ານມານີ້ວ່າ ເປັນໂສກນາດຕະກຳທີ່ໜ້າຢ້ານກົວ ສຳລັບປະຊາ
ຄົມ ຊຶ່ງເມື່ອບໍ່ດົນຜ່ານມານີ້ກໍໄດ້ປະສົບພົບເຫັນການກໍ່ຄວາມຮຸນແຮງແບບໄຮ້ຄວາມ
ຄິດ. ທ່ານເວົ້າວ່າ ກະຊວງປ້ອງກັນປະເທດສະຫະລັດຈະດຳເນີນການທຸກສິ່ງຢ່າງເທົ່າ ທີ່ສາມາດກະທຳໄດ້ ເພື່ອຈັດຕັ້ງປະຕິບັດການປະຕິຮູບເພື່ອຄ້ຳປະກັນຄວາມປອດໄພ ໃຫ້ແກ່ພວກຜູ້ຊາຍແລະແມ່ຍິງ ທີ່ເຮັດວຽກໃຫ້ແກ່ກອງທັບສະຫະລັດ.
US FORT HOOD SHOOTING SOTVO
please wait

No media source currently available

0:00 0:01:02 0:00
XS
SM
MD
LG