ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການເກັບກູ້ ລະເບີດບໍ່ທັນແຕກ ໃນລາວ ບໍ່ບັນລຸຜົນ ຕາມເປົ້າໝາຍ (ສະໄລດ໌)


ສະຫະລັດມອບການຊ່ວຍເຫລືອ ໃຫ້ແກ່ລາວ ໃນການເກັບກູ້ລະເບີດ UXO.
ສະຫະລັດມອບການຊ່ວຍເຫລືອ ໃຫ້ແກ່ລາວ ໃນການເກັບກູ້ລະເບີດ UXO.
ທາງການລາວສາມາດເກັບກູ້ລະເບີດບໍ່ທັນແຕກໄດ້ພຽງແຕ່
30% ຂອງພື້ນທີ່ເປົ້າໝາຍໃນແຜນການປີ 2011-2015
ເທົ່ານັ້ນ ໂດຍມີສາເຫດມາຈາກການໄດ້ຮັບການຊ່ວຍເຫຼືອ ບໍ່ພຽງພໍກັບຄວາມຕ້ອງການ.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ແລະປະທານຄະນະກໍາມະການຄຸ້ມຄອງ
ແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ຫຼື UXO
ທີ່ຕົກຄ້າງໃນລາວ ຖະແຫຼງຍອມຮັບວ່າ ການເກັບກູ້ລະເບີດ
UXO ໃນຊ່ວງທີ່ຜ່ານມາຂອງແຜນການປະຕິບັດງານໃນຊ່ວງ
ປີ 2011-2015 ຍັງບໍ່ສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາຍ
ທີ່ວາງເອົາໄວ້ເຖິງ 70% ຂອງແຜນການ.

ກໍຄືໃນຂະນະທີ່ແຜນການ 5 ປີໄດ້ວາງເປົ້າໝາຍຈະເກັບກູ້ລະເບີດ UXO ໃຫ້ໄດ້ ໃນ
ພື້ນທີ່ລວມບໍ່ໜ້ອຍກວ່າ 1 ແສນເຮັກຕ້າ ຫາກແຕ່ການປະຕິບັດຕົວຈິງໃນໄລຍະທີ່ຜ່ານ
ມາຈົນເຖິງປັດຈຸບັນກັບສາມາດເກັບກູ້ໄດ້ໃນພື້ນທີ່ລວມພຽງແຕ່ 30,000 ເຮັກຕ້າ ຫຼື
ຄິດເປັນ 30% ຂອງແຜນການທີ່ວາງໄວ້ເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເປັນການຍາກ
ທີ່ຈະສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ເມື່ອເຖິງປີ 2015 ດັ່ງກ່າວ.

ທາງການລາວໄດ້ໃຫ້ການອະທິບາຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ການເກັບກູ້ລະເບີດ
UXO ບໍ່ສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຄືຂໍ້ຈໍາກັດທາງດ້ານງົບປະ
ມານ ທັງນີ້ໂດຍເຖິງແມ່ນວ່າທາງການລາວຈະໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ
ເຖິງ 30 ລ້ານໂດລ່າໃນປີ 2012 ທີ່ຜ່ານມາກໍຕາມ ຫາກແຕ່ວ່າ 40% ຂອງເງິນຊ່ວຍ
ເຫຼືອດັ່ງກ່າວກໍຕ້ອງໃຊ້ຈ່າຍເປັນເງິນເດືອນຂອງພະນັກງານ ແລະການບໍລິຫານ ຊຶ່ງ
ກໍໝາຍຄວາມວ່າຈະມີເງິນຊ່ວຍເຫຼືອພຽງ 60% ເທົ່ານັ້ນ ສໍາລັບນໍາໃຊ້ໃນການເກັບກູ້
ລະເບີດໂດຍກົງ.
ການລະເບີດຂຶ້ນຂອງລະເບີດທີ່ຕົກຄ້າງຈາກປາງສົງຄາມອິນໂດຈີນ
ການລະເບີດຂຶ້ນຂອງລະເບີດທີ່ຕົກຄ້າງຈາກປາງສົງຄາມອິນໂດຈີນ

ທາງດ້ານທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການວ່າ
ການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂ
ບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າຕ່າງປະເທດຈະໃຫ້ການຊ່ວຍເຫຼືອແກ່ທາງການ
ລາວຫຼາຍຂຶ້ນ ຊຶ່ງຈະເຮັດໃຫ້ການເກັບກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າທີ່ເປັນຢູ່ໃນທຸກມື້ນີ້
ຫາກບໍ່ສະນັ້ນລະເບີດ UXO ກໍຈະຕົກຄ້າງຢູ່ໃນດິນລາວ
ຢ່າງຫຼວງຫຼາຍຕໍ່ໄປອີກຢ່າງຍາວນານ ດັ່ງທີ່ທ່ານພູຂຽວ ໄດ້
ຖະແຫຼງຊີ້ແຈງວ່າ:

“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານເກັບກູ້ລະເບີດມາເຖິງປັດຈຸບັນນີ້
ເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ
ດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາ
ຕ່າງໆ ພວກເຮົາຄິດວ່າລວມໆແລ້ວ ປະມານ 5 ລ້ານລູກທີ່ວ່າຖືກແກ້ໄຂ
ໄປແລ້ວ ແຕ່ວ່າ ລະເບີດລູກຫວ່ານຊື່ໆ ກະໝາຍຄວາມວ່າ ຍັງປະມານ
70 ກວ່າລ້ານລູກ.”


ຍິ່ງໄປກວ່ານັ້ນ ການທີ່ອົງການເກັບກູ້ລະເບີດຂອງຍີ່ປຸ່ນ (JMAS) ໄດ້ໃຫ້ການຊ່ວຍ
ເຫຼືອແກ່ທາງການລາວດ້ວຍການນໍາໃຊ້ເທັກໂນໂລຈີໃໝ່ເຂົ້າໃນການເກັບກູ້ລະເບີດ
UXO ທີ່ຕົກຄ້າງຢູ່ໃນແຂວງຊຽງຂວາງກໍຄືລົດບັນທຸກຂະໜາດໃຫຍ່ທີ່ຄວບຄຸມດ້ວຍ
ລະບົບຄອມພິວເຕີ ແລະບໍ່ມີຄົນຂັບດ້ວຍນັ້ນ ກໍປາກົດວ່າ ການທົດລອງໃນຊ່ວງປີທີ່
ຜ່ານມາໄດ້ຮັບຜົນຢ່າງໜ້າພໍໃຈ ເນື່ອງຈາກວ່າສະພາບພື້ນທີ່ທີ່ມີລະເບີດຕົກຄ້າງຢູ່
ໃນແຂວງຊຽງຂວາງນັ້ນ ເປັນເຂດພູດອຍ ຈຶ່ງເຮັດໃຫ້ບໍ່ສາມາດນໍາໃຊ້ປະໂຫຍດຈາກ
ເທັກໂນໂລຈີດັ່ງກ່າວໄດ້ຢ່າງເຕັມປະສິດທິພາບນັ້ນເອງ.

ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao UXO)
ສາມາດ​ເກັບ​ກູ້ແລະ​ທໍາລາຍ​ລະ​ເບີດ UXO ອອກ​ຈາກ​ພື້ນ​ທີ່​ ກວ້າງ​ກວ່າ 28,000 ​ເຮັກ​
ຕ້າ ຫຼື​ບໍ່​ເຖິງ 1% ຂອງ​ພື້ນ​ທີ່​ທີ່​ມີ UXO ຕົກ​ຄ້າງ​ຢູ່​ໃນ​ລາວ​ເທົ່າ​ນັ້ນ ​ໃນ​ຂະນະ​ດຽວ​ກັນ​ກໍ​
ມີ​ປະຊາຊົນ​ລາວ 300 ກວ່າ​ຄົນ​ ທີ່​ໄດ້​ຮັບ​ເຄາະ​ຈາກ UXO ໃນ​ແຕ່ລະ​ປີ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກຕ່າງ
ປະ​ເທດ​ໃນ​ມູນ​ຄ່າ​ສະ​ເລ່ຍບໍ່​ໜ້ອຍ​ກວ່າ 30 ລ້ານ​ໂດ​ລາ ​ໃນ​ແຕ່ລະ​ປີ ​ແຕ່​ໃນ​ໄລຍະ 5
ປີ​ທ່ານ​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າ​ທາງ​ການ​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກຕ່າງປະ​ເທດ​
ໂດຍ​ສະ​ເລ່ຍພຽງ​ 19 ລ້ານ​ໂດ​ລາ​ໃນ​ແຕ່ລະ​ປີ ສ່ວນ​ທາງ​ການ​ສະຫະລັດ​ອະ​ເມຣິກາ​
ນັ້ນ​ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້ UXO ທີ່​ຕົກ​ຄ້າງ​ຢູ່​ໃນ ລາວ​ຫຼາຍ​ກວ່າ 30
ລ້ານ​ໂດ​ລາ ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ​ໂດຍ​ສະ​ເພາະ ​ແມ່ນ​ປີ 2012 ກໍ​ເປັນ​ປີ​ທໍາ​
ອິດ​ທີ່​ທາງ​ການ​ສະຫະລັ​ໄດ້​ເພີ່ມ​ການ​ຊ່ວ​ຍ​ເຫຼື່ອຂຶ້ນ​ເປັນ ບໍ່​ໜ້ອຍ​ກວ່າ 9 ລ້ານ​ໂດ​ລາ​
ຕໍ່​ປີ.

ເບິ່ງສະໄລດ໌ກ່ຽວກັບລາຍງານນີ້:

XS
SM
MD
LG