ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາວຈະເປີດເສລີ ໃນ 79 ຂະແໜງ ຂອງພາກສ່ວນ ທຸລະກິດການເງິນ ແລະການບໍລິການ


ທ່ານນາງ ເຂັມມະນີ ພົນເສນາ (ທີສອງຈາກຊ້າຍ) ລັດຖະມົນຕີ ຊ່ວຍວ່າການກະຊວງອຸດສາຫະກໍາແລະການຄ້າ ກ່າວໃນພິທີ ເປີດການຝຶກອົບຮົມ ກ່ຽວກັບຜົນປະໂຫຍດຂອງການເປັນສະມາ ຊິກຂອງອົງການ ການຄ້າໂລກ.
ທ່ານນາງ ເຂັມມະນີ ພົນເສນາ (ທີສອງຈາກຊ້າຍ) ລັດຖະມົນຕີ ຊ່ວຍວ່າການກະຊວງອຸດສາຫະກໍາແລະການຄ້າ ກ່າວໃນພິທີ ເປີດການຝຶກອົບຮົມ ກ່ຽວກັບຜົນປະໂຫຍດຂອງການເປັນສະມາ ຊິກຂອງອົງການ ການຄ້າໂລກ.

ລາວວ່າ ພ້ອມແລ້ວ ທີ່ຈະເປີດເສລີ ໃນ 79 ຂະແໜງ ຈາກທັງໝົດ 160 ຂະແໜງ ຂອງພາກສ່ວນການເງິນ ແລະການບໍລິການ ຕາມຫຼັກການຄ້າເສລີ ຂອງ WTO.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະ
ຊວງອຸດສາຫະກໍາ ແລະການຄ້າ ຖະແຫຼງວ່າລາວຈະເປີດ
ເສລີ ການດໍາເນີນທຸລະກິດໃນພາກການ ເງິນແລະບໍລິການໃນ
79 ຂະແໜງຈາກທັງໝົດ 160 ຂະແໜງທີ່ຢູ່ພາຍໃຕ້ ເງື່ອນໄຂ ຂອງການເປັນປະເທດສະມາຊິກຂອງອົງການການຄ້າໂລກ
WTO ແລະ ການເປີດເສລີດັ່ງກ່າວນີ້ກໍຍັງຈະສົ່ງຜົນດີຕໍ່ການ
ພັດທະນາພາກການເງິນ ແລະບໍລິການຂອງລາວໃຫ້ເຊື່ອມ
ໂຍງກັບຕ່າງປະເທດ ທັງໃນ ອາຊ່ຽນ ແລະສາກົນ ໄດ້ຢ່າງ
ທົ່ວເຖິງອີກດ້ວຍ ດັ່ງທີ່ທ່ານນາງ ເຂັມມະນີ ໄດ້ຢືນຢັນວ່າ:

ການເຂົ້າເປັນສະມາຊິກອົງການການຄ້າໂລກນີ້
ພວກເຮົາເຫັນວ່າຍັງເປັນການເປີດໂອກາດໃຫ້
ສປປ. ລາວ ຂອງພວກເຮົານີ້ໄດ້ເຂົ້າຮ່ວມໃນເວທີ
ເຈລະຈາການຄ້າໂລກ ເປັນຕົ້ນແມ່ນຮ່ວມກັບບັນດາປະເທດສະມາຊິກອາຊ່ຽນນີ້ ເພາະວ່າ ຢູ່ອົງການການຄ້າໂລກນີ້ ເພື່ອວ່າເຮັດແນວໃດ ເຮັດໃຫ້ພວກເຮົາບໍ່ໂດດ ດ່ຽວ ຊຶ່ງວ່າການເຈລະຈາເປັນກຸ່ມດັ່ງກ່າວນີ້ ສາມາດເພີ່ມອໍານາດການຕໍ່ຮອງ
ຂອງປະເທດໃດນຶ່ງ ທີ່ລວມເຖິງ ສປປ. ລາວ ຂອງພວກເຮົານໍາ.”


ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ໃຫ້ການຢືນຢັນໃນຖານະຫົວໜ້າຄະນະຜູ້ແທນຂອງລັດຖະບານລາວ ທີ່ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ 2012 ຂອງ WTO ຢູ່ກຸງເຈນີວາ ປະເທດສະວິດເຊີ ແລນດ໌ ທີ່ໄດ້ລົງມະຕິຮັບຮອງເອົາ ສປປ.ລາວເຂົ້າໄປເປັນສະມາຊິກຂອງ WTO ຢ່າງ ເປັນທາງການເມື່ອວັນທີ່ 26 ຕຸລາທີ່ຜ່ານມາວ່າ ສປປ.ລາວ ຈະປະຕິບັດໜ້າທີ່ຂອງຕົນ ຢ່າງດີທີ່ສຸດ.

ທັງນີ້ໂດຍຈະສຸມທຸກຄວາມອາດສາມາດເຂົ້າໃນການປະຕິບັດຕາມບັນດາກົດລະບຽບ
ແລະຂໍ້ບັງຄັບຕ່າງໆຂອງ WTO ຢ່າງເຄັ່ງຄັດ ໂດຍສະເພາະແມ່ນການປະຕິບັດຕາມ ຫຼັກການຄ້າເສລີ ແລະການແກ້ໄຂບັນດາຂໍ້ຂັດແຍ້ງຕ່າງໆດ້ວຍການເຈລະຈາ.

ພາຍ​ໃຕ້​ຫຼັກການ​ຄ້າ​ເສລີ​ຂອງ WTO ນັ້ນ ທາງ​ການ​ລາວ​ໄດ້​ຕົກລົງ​ທີ່​ຈະປັບຫຼຸດ​ອາກອນ​ການ​ຄ້າ​ໃຫ້​ຢູ່​ໃນ​ອັດຕາ​ສ​ະ​ເລ່ຍບໍ່​ເກີນ 18.8% ສໍາລັບ​ສິນຄ້າ​ປະ​ເພ ​ເຄື່ອງ​ໃຊ້​ສອຍຕ່າງໆ
​ແລະ​ສິນຄ້າ​ປະ​ເພດ​ທີ່​ເປັນ​ຜົນ​ຜະລິດ​ຈາກ​ການ​ກະ​ເສດ ​ກໍ​ຈະ​ຈັດເກັບອາກອນ​ການ​ຄ້າ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 19.3%. ສ່ວນ​ນອກ​ນັ້ນ​ຈະ​ຈັດ ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 18.7%.
ຄະນະກໍາມະການເຈລະຈາ ການເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ທີ່ນໍາພາໂດຍ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ
ຄະນະກໍາມະການເຈລະຈາ ການເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ທີ່ນໍາພາໂດຍ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ

ຊຶ່ງດ້ວຍການປັບລົດອາກອນການຄ້າແລະການເປີດຕະຫຼາດ
ໃນພາກບໍລິການພາຍໃນປະເທດດັ່ງກ່າວນີ້ ກໍເຮັດໃຫ້ຫຼາຍຝ່າຍ
ຢ້ານກົວວ່າ ຈະສົ່ງຜົນກະທົບຕໍ່ການຮັບເຂົ້າງົບປະມານຂອງລັດ
ຖະບານລາວໂດຍກົງ ສ່ວນພາກເອກກະຊົນນັ້ນ ກໍຍັງມີລະດັບ ຄວາມສາມາດໃນການແຂ່ງຂັນ ທີ່ຕໍ່າກວ່າເອກກະຊົນຈາກຕ່າງ
ຊາດເຊັ່ນດຽວກັນ ຊຶ່ງເຊື່ອວ່າຈະໄດ້ຮັບຜົນກະທົບບໍ່ໜ້ອຍຄືກັນ

ແຕ່ຢ່າງໃດກໍຕາມ ທາງດ້ານສະພາຫໍການຄ້າແລະອຸດສາຫະກໍາ
ແຫ່ງຊາດລາວ ກໍເຊື່ອໝັ້ນວ່າ ລາວຈະໄດ້ຮັບຜົນປະໂຫຍດຫຼາຍ
ກວ່າ ຜົນກະທົບຈາກການເຂົ້າໄປເປັນສະມາຊິກຂອງ WTO ດັ່ງ
ທີ່ສະມາຊິກໃນຄະນະ ກໍາມະການບໍລິຫານຂອງສະພາການຄ້າ ທ່ານນຶ່ງໄດ້ໃຫ້ການຢືນ ຢັນວ່າ:

ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍໃຫ້​ແກ່ ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ ​ເພາະ​ມັນ​ຈະ​ເປີດ​ຕະຫຼາດ​ການ​ຄ້າ​ຢ່າງ​ກວ້າງຂວາງ ​ໃຫ້​ພວກ​ເຮົາ ​ແຕ່​ທາງ​ພາກ​ລັດ​ແລະ​ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ​ນີ້ ຈະ​ຕ້ອງ​ໄດ້​ປັບປຸງ​ໂຄງ​ສ້າງ​ພື້ນຖານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການຄ້າ ​ແລະ​ການ​ລົງທຶນ​ຢູ່ ສປປ.ລາວ.”

ທັງ​ນີ້​ໂດຍ​ທາງການ​ລາວ​ໄດ້​ສະ​ແດງ​ເຈດ​ຈໍານົງ ​ເພື່ອ​ຂໍ​ເຂົ້າ​ໄປ​ເປັນ​ປະ​ເທດ​ສະມາຊິກ​ຂອງ WTO ​ນັບ​ຕັ້ງ​ແຕ່ປີ 1997 ​ເປັນ​ຕົ້ນ​ມາ​ ​ໂດຍໄດ້​ພົບ​ປະ​ເຈລະຈາ ​ແລະ​ຕອບ​ຂໍ້​ສົງ​ໄສ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໄປ​ທັງ​ໝົດ​ຫຼາຍ​ກວ່າ 1,000 ກໍລະນີ ລວມທັງ​ຍັງ​ໄດ້​ຕົກລົງ​ເປີດ​ຕະຫຼາດ​ສິນຄ້າ​ແລະ​ການ​ບໍລິການ​ແບບທະວິ ພາກ​ຮ່ວມ​ກັບ 9 ປະ​ເທດ ຊຶ່ງ​ລວມ​ເຖິງ​ການ​ຕົກລົງ​ຮ່ວມ​ກັບ​ສະຫະລັດ​ອະເມຣິກາ ອີກດ້ວຍ.
XS
SM
MD
LG