ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ແຂວງບໍ່ແກ້ວໄດ້ຮັບຜົນກະທົບ ເລັກນ້ອຍຈາກແຜ່ນດິນໄຫວ ໃນມຽນມາ


ແຜນທີ່ປະເທດລາວທີ່ມີແຂວງບໍ່ແກ້ວທີ່ຕິດກັບຊາຍແດນ ມຽນມາ
ແຜນທີ່ປະເທດລາວທີ່ມີແຂວງບໍ່ແກ້ວທີ່ຕິດກັບຊາຍແດນ ມຽນມາ

ເມືອງຕົ້ນ​ເຜີ້ງ​ໃນ​ແຂວງ​ບໍ່​ແກ້ວ​ໄດ້​ຮັບ​ຜົນ​ກະທົບພຽງ​ເລັກ​ນ້ອຍ​ຈາກ​​ແຜ່ນດິນ​ໄຫວ​ໃນ​ມຽນມາ ຂະນະ​ທີ່​ຜູ້​ຊ່ຽວຊານ​ຢືນຢັນ​ວ່າ ​ແຜ່ນດິນ​ໄຫວ​ຍັງ​ມີ​ໂອກາດ​ທີ່​ຈະ​ເກີດ​ຂຶ້ນອີກທັງ​​ໃນ​ມຽນມາ, ລາວ ​ແລະ​ໄທ.

ສື​ບ​ເນື່ອງມາຈາກແຜ່ນດິນ​ໄຫວ​ໃນປະ​ເທດ​ມຽນມາ ທີ່​ວັດ
ແທກ​ລະດັບ​ຄວາມ​ຮຸນ​ແຮງ​ໄດ້ 6.8 ຣິກ​ເຕີ ​ໃນ​ຕອນ​ກາງ
ຄືນ​ຂອງ​ວັນ​ທີ 24 ມີນາ​ທີ່​ຜ່ານ​ມາ ​ແລະ​ຍັງ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຕິດຕາມ​ມາ​ອີກ​ເຖິງ 2
ຄັ້ງ ທີ່​ມີ​ລະດັບ​ຄວາມ​ຮຸນແຮງ 4.8 ຣິກ​ເຕີ ​ໃນ​ຄືນ​ດຽວກັນນັ້ນ ກໍ​ປາກົດ​ວ່າ​ໄດ້​ສົ່ງຜົນກະ
ທົບ​ຕໍ່ປະ​ເທດ​ລາວ​ພຽງ​ແຕ່​ເລັກ​ນ້ອຍ​ເທົ່າ​ນັ້ນ.

ທັງ​ນີ້​ໂດຍ​ທ່ານ​ຈອມ​ສີ ​ລັດຕະນະປັ່ນ ​ເຈົ້າ​ເມືອງ ​ເມືອງ​ຕົ້ນ​ເຜີ້ງ​ໃນ​ແຂວງ​ບໍ່​ແກ້ວ ຊຶ່ງ​ເປັນ
ພື້ນທີ່ ທີ່ຢູ່​ໃກ້​ກັບ​ສູນ​ກາງຂອງ​ແຜ່ນດິນ​ໄຫວ​ໃນ​ປະ​ເທດມຽນມາຫລາຍ​ທີ່​ສຸດ​ນັ້ນ ​ໄດ້​ໃຫ້
ການ​ຢືນຢັນ​ວ່າ ຜົນ​ກະທົບ​ທີ່​ເກີດຂຶ້ນຈາກແຜ່ນດິນ​ໄຫວ​ໃນ​ຄັ້ງນີ້ ກໍ​ຄື​ຫໍ​ພັກພະນັກງານ​
ຂອງ​ຫ້ອງການ​ກະສິກຳ​ ເມືອງ​ຕົ້ນ​ເຜີ້ງ ມີ​ຮອຍ​ແຕກ​ຢູ່ 20 ຈຸດ ​ແລະແຕ່ລະ​ຈຸດ​ນັ້ນກໍ​
ຍາວກວ່າ 50 ​ຊັງ​ຕີ​ແມັດ. ສ່ວນ​ໂຮງໝໍຂອງ​ເມືອງມີ​ຮອຍ​ແຕກ 3 ຈຸດ ​ໃນ​ຂະນະ​ທີ່​ຫລັງ
ຄາ ແລະ​ເພດານ​ໃນ​ວັດ​ບ້ານ​ຍາງ​ຄໍາ ກໍ​ເກີດ​ການ​ຍຸບ​ຕົວ​ລົງ​ມາ. ນອກຈາກ​ນີ້ກໍ​ມີ​ຮອຍ
ແຕກເກີດ​ຂຶ້ນກັບ​ໂຮງ​ແຮມ​ຫລາຍ​ແຫ່ງ. ຫາກ​ແຕ່​ກໍ​ບໍ່ມີ​ລາຍ​ງານ​ການ​ບາດ​ເຈັບ​ ຫລື​ເສຍ
ຊີວິດເກີດ​ຂຶ້ນ​ແຕ່​ຢ່າງ​ໃດ.

ທາງ​ດ້ານ​ທ່ານ​ນາງ​ສຸວັນ​ນີ ພອນ​ວິ​ໄລ ຮອງ​ຫົວໜ້າກົມ​ອຸຕຸນິຍົມວິທະຍາ​ກໍ​ຖະ​ແຫລ​ງຢືນ
ຢັນ​ວ່າ ​ເຫດ​ແຜ່ນດິນ​ໄຫວ​ໃນ​ຄັ້ງຫລ້າ​ສຸດ​ນີ້ ບໍ່​ເປັນ​ອັນຕະລາຍ​ຕໍ່ຊີວິດຮ່າງກາຍ ​ແລະ​ຊັບ
ສິນ​ຂອງ​ປະຊາຊົນແຕ່​ຢ່າງ​ໃດ.​ເພາະ​ເປັນ​ເຫດ​ແຜ່ນດິນ​ໄຫວ​ທີ່​ມີ​ການ​ສັ່ນ​ສະ​ເທືອ​ນ​ເກີດ​
ຂຶ້ນ​ໃນ​ລາວ​ພຽງ​ແຕ່ 5 ຣິກ​ເຕີ ​ເທົ່າ​ນັ້ນ ​ແລະ​ຍັງ​ຢູ່ເລິກ​ລົງ​ໄປ​ໃຕ້​ດິນ​ເຖິງ 10 ກິ​ໂລ​ແມັດ
ອີກ​ດ້ວຍ.

ພະອົງນຶ່ງ ກຳລັງກວດເບິ່ງຄວາມເສຍຫາຍ ທີ່ວັດ ເຈດີຫຼວງໃນຈັງຫວັດຊຽງຮາຍ, ທາງພາກເໜືອຂອງ ໄທ (25 ມີນາ 2011)
ພະອົງນຶ່ງ ກຳລັງກວດເບິ່ງຄວາມເສຍຫາຍ ທີ່ວັດ ເຈດີຫຼວງໃນຈັງຫວັດຊຽງຮາຍ, ທາງພາກເໜືອຂອງ ໄທ (25 ມີນາ 2011)

ແຕ່​ຢ່າງ​ໃດ​ກໍ​ຕາມ ດຣ. ​ເປັນ​ນຶ່ງ ວານິດ​ໄຊ ຜູ້​ຊຳນານ​ການ​ດ້ານ​ແຜ່ນດິນ​ໄຫວ​ຂອງ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ ​ແຫ່ງ​ເອ​ເຊຍ (AIT) ກໍ​ໄດ້ ​ໃຫ້ການ​ອະທິບາຍ​ວ່າ ສາ​ເຫດ​ທີ່ເຮັດ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ໃນ​ຄັ້ງຫລ້າ​ສຸດ ກໍ​ຄື​ຮອຍ​ເລື່ອນ​ໃຕ້​ດິນ ຊຶ່ງ​ກໍ​ມີ​ຢູ່​ທັງ​ໃນ​ມຽນມາ,
ລາວ ​ແລະ​ໄທ ​ໂດຍ​ສະ​ເພາະ​
ແມ່ນ​ຮອຍ​ເລື່ອນ​ແມ່​ຈັນ​ໃນ​ຈັງ
ຫວັດ​ຊຽງລາຍຂອງ​ໄທ​ນັ້ນກໍ​
ຍັງ​ເຊື່ອ​ມຕໍ່​ໄປ​ເຖິງຮອຍເລື່ອນ
ທັງ​ໃນມຽນມາ ​ແລະລາວ​ອີກ
ດ້ວຍ ​ເພາະສະນັ້ນຈຶ່ງ​ເຮັດ​ໃຫ້​
ທັງມຽນມາ ລາວແລະໄທ​ນັ້ນຕ່າງ​ກໍ​ມີ​ຄວາມ​ສ່ຽງທີ່​ຈະ​ຕ້ອງ​ປະ​ເຊີນ​ກັບ​ໄພ​ຈາກແຜ່ນດິນ​ໄຫວ
ທີ່ອາດ​ຈະ​ເກີດ​ຂຶ້ນ​ໄດ້​ໃນ​ທຸກ​ເມື່ອ​ໃນ​ໄລຍະ​ຕໍ່​ໄປ​ນີ້ ດັ່ງ​ທີ່ດຣ. ​ເປັນ​ນຶ່ງ​ໄດ້ໃຫ້ການຢືນຢັນ​ວ່າ:

“ກາ​ນທີ່​ມັນ​ເກີດ​ຂຶ້ນ​ໃນຕໍາ​ແໜ່ງ​ເໜືອຮອຍ​ເລື່ອນ​ແມ່​ຈັນ​ຂຶ້ນ​ໄປ​ນີ້ ຕໍາ​ແໜ່ງນັ້ນມັນ​ກໍ​ຄົງ​ບໍ່​ເກີດ​ຂຶ້ນອີກ​ໃນ​ໄວໆນີ້ ຍົກ​ເວັ້ນ​ແຕ່​ຈະ​ມີ after shock ອັນ​ໃດ​ອັນ​ນຶ່ງ ​ແຕ່​ວ່າ​ຮອຍ​ເລື່ອນ​ທີ່​ຍັງ​ບໍ່​ເກີດ​ນີ້ ມັນ​ກໍ​ອາດ​ຈະ​ເກີດ​ຂຶ້ນ​ໃນອານາ​ຄົດ.”

ທັງ​ນີ້ ​ໂດຍ​ແຜ່ນດິນໄຫວ​ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ຊີວິດ​ຮ່າງກາຍ ​ແລະ ຊັບ​ສິນຂອງ​ປະຊາຊົນ​
ໄດ້ນັ້ນ ຈະ​ຕ້ອງ​ມີ​ລະດັບຄວາມ​ຮຸນ​ແຮງ​ຕັ້ງ​ແຕ່ 6 ຣິກ​ເຕີ​ຂຶ້ນ​ໄປ ນອກຈາກ​ນີ້ການ​ທີ່​ລາວ
ເປັນປະ​ເທດ​ທີ່​ມີ​ທີ່​ຕັ້ງຢູ່​ໃນ​ເຂດທີ່​ບໍ່ຕິດຕໍ່ກັບ​ທະ​ເລ​ອີກ​ດ້ວຍ​ນັ້ນ ກໍ​ຍັງນັບ​ເປັນ​ອີກ​ເງື່ອນ​ໄຂ
ໜຶ່ງທີ່​ເຮັດ​ໃຫ້ລາວ​ບໍ່ຕ້ອງ​ປະ​ເຊີນ​ກັບ​ບັນຫາແຜ່ນດິນ​ໄຫວໃນ​ລະ​ດັບ​ທີ່​ຮຸ່ນ​ແຮງຄື​ກັບຫລາຍ
ຫລາຍປະ​ເທດອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລາວ​ກໍ​ເຄີຍ​ເກີດ​ເຫດການແຜ່ນດິນໄຫວ ທີ່ມີລະດັບຄວາມຮຸນແຮງເຖິງ
6.1 ຣິກເຕີ ມາແລ້ວຄັ້ງນຶ່ງເມື່ອປີ 2007 ຊຶ່ງເກີດຂຶ້ນຢູ່ໃນເຂດແຂວງຫຼວງນໍ້າທາ ແລະ
ແຂວງບໍ່ແກ້ວ ທາງພາກເໜືອຂອງລາວເຊັ່ນດຽວກັນ. ຫາກແຕ່ວ່າເຫດແຜ່ນດິນໄຫວໃນ
ຄັ້ງນັ້ນ ກໍບໍ່ໄດ້ສົ່ງຜົນກະທົບຢ່າງຮຸນແຮງແຕ່ຢ່າງໃດ ເນື່ອງຈາກວ່າພື້ນທີ່ທີ່ເປັນສູນກາງ
ຂອງແຜ່ນດິນໄຫວນັ້ນ ບໍ່ໄດ້ຢູ່ໃນເຂດຊຸມຊົນແຕ່ເປັນພື້ນທີ່ ທີ່ໃນເຂດຊາຍແດນທີ່ຕິດຕໍ່ກັບ
ປະເທດມຽນມາ ຊຶ່ງເປັນປະເທດທີ່ຕັ້ງຢູ່ເຂດຮອຍເລື່ອນຂອງເປືອກໂລກໃຕ້ດິນຢູ່ແລ້ວນັ້ນ
ເອງ.

XS
SM
MD
LG