ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຂໍໃຫ້ປະຊາຊົນ ຢ່າໄດ້ຕື່ນຕົກໃຈກັບ ແຜ່ນດິນໄຫວ ທີ່ເກີດຂຶ້ນເມື່ອໝໍ່ໆມານີ້


ແຜນທີ່ປະເທດລາວ. ແຂວງໄຊຍະບູລີແມ່ນຕັ້ງຢູ່ຊາຍແດນ ກໍ້າຕາເວັນຕົກຂອງລາວ ຕິດກັບຫລວງພະບາງ.
ແຜນທີ່ປະເທດລາວ. ແຂວງໄຊຍະບູລີແມ່ນຕັ້ງຢູ່ຊາຍແດນ ກໍ້າຕາເວັນຕົກຂອງລາວ ຕິດກັບຫລວງພະບາງ.

ທາງການລາວປະກາດແຈ້ງການຂໍໃຫ້ປະຊາຊົນລາວ ໂດຍສະເພາະແມ່ນໃນເຂດແຂວງພາກ ເໜືອ ຢ່າໄດ້ພາກັນແຕກຕື່ນຕໍ່ເຫດການແຜ່ນດິນໄຫວ ເພາະເປັນແຜ່ນດິນໄຫວ ທີ່ບໍ່ຮຸນແຮງ ແຕ່ຢ່າງໃດ.

ທາງການລາວປະກາດແຈ້ງການຂໍໃຫ້ປະຊາຊົນລາວ ໂດຍສະເພາະແມ່ນໃນເຂດແຂວງພາກ
ເໜືອ ຢ່າໄດ້ພາກັນແຕກຕື່ນໄປກັບເຫດການແຜ່ນດິນໄຫວ ເພາະເປັນແຜ່ນດິນໄຫວທີ່ບໍ່ຮຸນ
ແຮງແຕ່ຢ່າງໃດ.

ທ່ານນາງສຸວັນນີ ພອນວິໄລ ຮອງຫົວໜ້າກົມອຸຕຸນິຍົມວິທະຍາຖະແຫຼງວ່າ ກົມອຸຕຸນິຍົມ
ວິທະຍາໄດ້ອອກປະກາດແຈ້ງການໄປຍັງໜ່ວຍງານຕ່າງໆຂອງລັດຖະບານ ລວມທັງສື່ມວນ
ຊົນລາວທຸກແຂວງ ເພື່ອໃຫ້ຄໍາເນີນການໂຄສະນາປະຊາສໍາພັນກ່ຽວກັບການປະກາດແຈ້ງ
ການໄປເຖິງປະຊາຊົນລາວໃນທົ່ວປະເທດລາວ ໂດຍສະເພາະແມ່ນປະຊາຊົນລາວໃນເຂດ
ແຂວງພາກເໜືອນັ້ນ ເພື່ອຂໍໃຫ້ຢ່າໄດ້ພາກັນແຕກຕື່ນໄປກັບເຫດການແຜ່ນດິນໄຫວໃນ ຄັ້ງຫຼ້າສຸດນີ້.

ທັງນີ້ກໍເນື່ອງຈາກວ່າ ເຫດການແຜ່ນດິນໄຫວຄັ້ງຫຼ້າສຸດ ທີ່ເກີດຂຶ້ນໃນເຂດເມືອງທົ່ງມີໄຊ
ແລະເມືອງພຽງໃນແຂວງໄຊຍະບຸລີນັ້ນ ເປັນເຫດການແຜ່ນດິນໄຫວທີ່ບໍ່ເປັນອັນຕະລາຍຕໍ່
ທັງຊີວິດ ຮ່າງກາຍ ແລະຊັບສິນຂອງປະຊາຊົນລາວແຕ່ຢ່າງໃດ ເພາະເປັນເຫດການແຜ່ນ
ດິນໄຫວທີ່ມີການສັ່ນສະເທືອນບໍ່ຮຸນແຮງ ແລະຍັງຢູ່ເລິກລົງໄປໃຕ້ດິນເຖິງ 40 ກິໂລແມັດ
ອີກດ້ວຍ ດັ່ງທີ່ທ່ານນາງສຸວັນນີ ໄດ້ຊີ້ແຈງວ່າ:

ແຜນທີ່ເຂດແຜ່ນດິນໃຫຍ່ເອເຊຍຕາເວັນອອກສຽງໃຕ້ ທີ່ສະແດງ ທາງລົດເຊື່ອມຕໍ່ລະຫວ່າງປະເທດຕ່າງໆ ຜ່ານ ສປປ ລາວ ຈາກຕາເວັນອອກຫາຕາເວັນຕົກ ແລະເໜືອຫາໃຕ້.
ແຜນທີ່ເຂດແຜ່ນດິນໃຫຍ່ເອເຊຍຕາເວັນອອກສຽງໃຕ້ ທີ່ສະແດງ ທາງລົດເຊື່ອມຕໍ່ລະຫວ່າງປະເທດຕ່າງໆ ຜ່ານ ສປປ ລາວ ຈາກຕາເວັນອອກຫາຕາເວັນຕົກ ແລະເໜືອຫາໃຕ້.

“ສັງເກດເຫັນໄດ້ຂໍ້ມູນຈາກ
ພາກພື້ນແມ່ນມີຈຸດໃຈກາງ
ແຜ່ນດິນໄຫວຫັ້ນຢູ່ລະຫວ່າງ
ເຂດເສັ້ນຂະໜານທີ່ 18.55
ອົງສາເໜືອແລະ 101.27
ອົງສາ ຕະວັນອອກມີຄວາມ
ແຮງສັ່ນສະເທືອນປະມານ
4.7 ຣິກເຕີ ແລະຄວາມເລິກ
ຈາກໜ້າດິນປະມານ 40
ກິໂລແມັດ”

ທ່ານນາງສຸວັນນີ ບອກອີກດ້ວຍ
ວ່າເຫດແຜ່ນດິນໄຫວທີ່ຈະສົ່ງຜົນ
ກະທົບຕໍ່ຊີວິດຮ່າງກາຍແລະຊັບ
ສິນຂອງປະຊາຊົນໄດ້ນັ້ນຈະຕ້ອງ
ມີລະດັບຄວາມຮຸນແຮງ ຕັ້ງແຕ່ 6 ຣິກເຕີຂຶ້ນໄປ. ນອກຈາກນີ້ ການທີ່ລາວເປັນປະເທດທີ່ມີ
ທີ່ຕັ້ງຢູ່ໃນເຂດທີ່ບໍ່ຕິດກັບທະເລອີກດ້ວຍນັ້ນ ກໍຍັງນັບເປັນອີກເງື່ອນໄຂນຶ່ງທີ່ເຮັດໃຫ້ລາວ
ບໍ່ຕ້ອງປະເຊີນກັບບັນຫາແຜ່ນດິນໄຫວ ລະດັບທີ່ຮຸນແຮງຄືກັບຫຼາຍໆປະເທດ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລາວກໍປະສົບກັບເກີດເຫດການແຜ່ນດິນໄຫວ ທີ່ມີລະດັບຄວາມຮຸນແຮງ
ເຖິງ 6.1 ຣິກເຕີມາແລ້ວຄັ້ງນຶ່ງເມື່ອປີ 2007 ຊຶ່ງເກີດຂຶ້ນຢູ່ໃນເຂດແຂວງຫຼວງນໍ້າທາແລະ
ແຂວງບໍ່ແກ້ວ ທາງພາກເໜືອຂອງລາວເຊັ່ນດ່ຽວກັນ. ຫາກແຕ່ວ່າເຫດແຜ່ນດິນໄຫວໃນ
ຄັ້ງນັ້ນກໍບໍ່ໄດ້ສົ່ງຜົນກະທົບຢ່າງຮຸນແຮງແຕ່ຢ່າງໃດ ເນື່ອງຈາກວ່າພື້ນທີ່ທີ່ເປັນສູນກາງຂອງ
ແຜ່ນດິນໄຫວນັ້ນ ບໍ່ໄດ້ຢູ່ໃນເຂດຊຸມຊົນແຕ່ເປັນພື້ນທີ່ໃນເຂດຊາຍແດນທີ່ຕິດຕໍ່ກັບປະເທດ
ມຽນມາ ຊຶ່ງເປັນປະເທດທີ່ຕັ້ງຢູ່ເຂດຮອຍເລື່ອນຂອງເປືອກໂລກໃຕ້ດິນຢູ່ແລ້ວນັ້ນເອງ.

XS
SM
MD
LG