ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

​ສຫລ ຈະ​ຊ່ວຍ​ເຫລືອລາວ ຫລາຍ​ຂື້ນ ໃນ​ການເກັບ​ກູ້ ລະ​ເບີດ UXO ​


ລະເບີດທີ່ບໍ່ທັນແຕກ ຖືກທໍາລາຍຖິ້ມ
ລະເບີດທີ່ບໍ່ທັນແຕກ ຖືກທໍາລາຍຖິ້ມ

ເອກ​ອັກ​ຄະ​ລັດຖະທູດ​ລາວ​ຢືນຢັນ​ວ່າ ​ທາງ​ການ​ສະຫະລັດ​ໄດ້ຮັບປາກ​ທີ່​ຈະ​ໃຫ້ການຊ່ວຍ ເຫລືອລາວ ໃນ​ການ​ເກັບ​ກູ້ລະ​ເບີດ UXO ​ຫລາຍ​ຂື້ນ​ ​ແລະ​ຈະ​ເປັນການຊ່ວຍ​ເຫລືອ​ ໄລຍະ​ຍາວ​ ເປັນ​ເວລາ 10 ປີ​ ໃນ​ແຕ່​ລະ​ຄັ້ງ.

ທ່ານ​ຢົງ ຈັນທະ​ລັງ​ສີ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​
ປະ​ເທດ​ສວີສ​ເຊີ​ແລນ​ດ໌​ໄດ້​ໃຫ້ການ​ຢືນຢັນ​ກັບ VOA ວ່າ
ສະ​ເພາະ​ໃນ​ໄລຍະ 2 ປີ​ມາ​ນີ້ ທາງ​ການສະຫະລັດໄດ້​ໃຫ້
ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ການ​ເກັບກູ້ລະ​ເບີດບໍ່ທັນ​ແຕກ​ຫລື
UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວຄິ​ດ​ເປັນ​ມູນ​ຄ່າ​ສະ​ເລ່ຍ 5 ລ້ານ
ໂດ​ລາ​ຕໍ່​ປີ ຫາກ​ແຕ່​ການ​ຊ່ວຍ​ເຫລືອ​ໃນ​ໄລຍະ​ໃໝ່​ນັ້ນ
ທາງ​ການ​ສະຫະລັດ​ກໍ​ໄດ້​ຮັບປາກ​ວ່າ ​ຈະ​ເພີ່​ມກາ​ນຊ່ວຍ​
ເຫລືອ​ໃຫ້​ຫລາຍ​ຂຶ້ນ​ ແລະ​ກໍ​ຈະ​ເປັນ​ການ​ຊ່ວຍເຫລືອ​ ໄລຍະ​ຍາວ​ອີກ​ດ້ວຍ.

ທ່ານທອງລຸນ ສີສຸລິດ ຮອງ​ນາຍົກລັດຖະມົນຕີ​ແລະ​ ລັດຖະມົນຕີ​ຕ່າງປະ​ເທດລາວ​ ພົບປະກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ສະຫະລັດ ໃນໂອກາດມາຢ້ຽມຢາມວໍຊິງຕັນ ເມື່ອເດືອນກໍລະກົດ 2010.
ທ່ານທອງລຸນ ສີສຸລິດ ຮອງ​ນາຍົກລັດຖະມົນຕີ​ແລະ​ ລັດຖະມົນຕີ​ຕ່າງປະ​ເທດລາວ​ ພົບປະກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ສະຫະລັດ ໃນໂອກາດມາຢ້ຽມຢາມວໍຊິງຕັນ ເມື່ອເດືອນກໍລະກົດ 2010.

ທັງ​ນີ້​ໂດຍ​ການ​ຢືນຢັນ​ຂອງ​ທ່ານຢົ້ງ​ໃນ​ຄັ້ງ​ດັ່ງກ່າວ​ນີ້ ທ່ານ​ໄດ້​ອ້າງ​ເຖິງ​ໝາກຜົນ​ທີ່​ໄດ້​ຮັບ
ຈາກ​ການ​ພົບ​ປະ​ເຈລະຈາ ລະ
ຫວ່າງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ
ຮອງ​ນາຍົກລັດຖະມົນຕີ​ແລະ
ລັດຖະມົນຕີ​ຕ່າງປະ​ເທດ​ກັບ
ທ່ານ​ນາງ ຮິ​ລ​ລາຣີ ຄລິນ​ຕັນ,
ລັດຖະມົນຕີ​ວ່າການ​ຕ່າງປະ
ເທດ​ສະຫະລັດ ຊຶ່ງ​ໄດ້​ມີ​ຂຶ້ນ​ໃນ​
ໂອກາດ​ທີ່ທ່ານ​ທອງ​ລຸນ ​ເດີນ
ທາງ ໄປ​ຢ້ຽມຢາມ​ສະຫະລັດ
ຢ່າງ​ເປັນ​ທາງ​ການ​ເມື່ອ​ທ້າຍ
ເດືອນ​ກໍລະກົດ​ທີ່​ຜ່ານ​ມາ ດັ່ງ
ທີ່​ທ່ານ​ຢົງ​ໄດ້​ໃຫ້ການ​ຊີ້​ແຈງ
ໃນ​ຕອນ​ນຶ່ງ​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ນີ້​ແມ່ນ​ຫ້າ​ລ້ານ​ຕໍ່​ປີ ​ແລ້ວ​ກະ​ຕອນ​ທີ່​ທ່ານ​ທອງ​ລຸນ ​ໄດ້​ພົບ​ປ​ະ​ເຈລະຈາ​ກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ​ເພີ່ນ​ກໍ​ໄດ້​ຮັບປາກ​ວ່າ​ຈະ​ພິຈາລະ​ນາ​ເພີ່ມ​ທະວີ​ຂຶ້ນ ​ແລະ​ກໍ​ຈະ​ໃຫ້​ພາຍໃນ​ໄລຍະ​ສິບ​ປີ ອັນ​ນີ້ ​ເປັນຄວາມ​ຄືບ​ໜ້າ​ທີ່​ດີ ​ແລະເປັນ​ກ້າວ​ກະ​ໂດດ​ໃນ​ຂັ້ນ​ທີ່​ວ່າ​ ເປັນ​ກ້າວ​ກະ​ໂດດອີກ​ຂັ້ນ​ນຶ່ງ​ໃນ​ການ​ພົວພັນ​ລະຫວ່າງ ສະຫະລັດ​ກັບ​ລາວ”

ຍີ່​ງ​ໄປ​ກວ່າ​ນັ້ນ ການ​ທີ່​ລັດຖະບານ​ລາວ​ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມຄັ້ງ​ທໍ​າອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ ຫລື​ສົນທິສັນຍາ OSLO ​ເມື່ອ​ວັນ​ທີ່ 9-12 ​ເດືອນ​ພະຈິກ​ທີ່​ຜ່ານ​ມານັ້ນ ກໍ​ຍັງ​ປາກົດ​ວ່າ​ ມີ​ຫລາຍ​ປະ​ເທດ​ທີ່​ໄດ້​ຕົກລົງ​ຫລື​ຮັບປາກ​ ແລະ​ປະກາດ​ທ່າ​ທີ​ທີ່ຈະ​ໃຫ້ການ​ຊ່ວຍ​ເຫລືອ​ລາວ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ຫລາຍ​ຂຶ້ນອີກ​ດ້ວຍ.

ກອງ​ປະຊຸມຄັ້ງ​ທໍ​າອິດ​ຂອງ​ລັດ​ພາຄີ ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຫລື​ສົນທິສັນຍາ OSLO ຈັດຂຶ້ນທີ່ວຽງຈັນ ​ເມື່ອ​ວັນ​ທີ່ 9-12 ​ພະຈິກ​ 2010.
ກອງ​ປະຊຸມຄັ້ງ​ທໍ​າອິດ​ຂອງ​ລັດ​ພາຄີ ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຫລື​ສົນທິສັນຍາ OSLO ຈັດຂຶ້ນທີ່ວຽງຈັນ ​ເມື່ອ​ວັນ​ທີ່ 9-12 ​ພະຈິກ​ 2010.

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ເອກ​ະສານ​ສໍາຄັນ 4 ສະບັບດ້ວຍ​ກັນ ກໍ​ຄື​ຖະ​ແຫລ​ງການ​ວຽງ​ຈັນ ​ແຜນ​ປະຕິບັດ​ການວຽງ​ຈັນ​ກ່ຽວ​ກັບ​ການ ຈັດ​ຕັ້ງ​ປະ​ຕິ​ບັດ​ສົນ​ທິສັນຍາ ​ຮູບ​ແບບ​ລາຍ​ ງານ​ການ​ປະຕິບັດ​ສົນ​ທິສັນຍາ ​ແລະ​ແຜນ ການ​ປະຊຸມ​ສໍາລັບ​ລັດ​ພາຄີ​ ໃນ​ປີ 2011.

ນັບ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ ອົງການເກັບ
ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ ຫລື Lao UXO
ສາມາດເກັບກູ້ລະເບີດ ແລະທໍາລາຍ UXO
ໄປຫລາຍກວ່າ 1 ລ້ານໜ່ວຍ ໂດຍເປັນ
ການເກັບກູ້ UXO ອອກໄປຈາກພື້ນທີ່
ກວ້າງກວ່າ 25,000 ເຮັກຕ້າ ຫລືໜ້ອຍ
ກ່ວາ 1% ຂອງພື້ນທີ່ທີ່ມີ​ລະ​ເບີດ UXO
ຕົກຄ້າງຢູ່ໃນລາວ ຊຶ່ງໝາຍ​ຄວາມ​ວ່າ ​ຖ້າ
ຫາກ​ສະພາບ​ການເກັບ​ກູ້​ຍັງ​ຄົງ​ເປັນ​ຄື​ກັບ​ໃນ​ໄລຍະ 15 ປີທີ່​ຜ່ານ​ມານີ້ ກໍ​ຈະ​ເຮັດ​ໃຫ້ການ
ເກັບ​ກູ້ ​UXO ​ໃນລາວ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານກວ່າ 100 ປີ. ດ້ວຍ​ເຫດ​ນີ້​ ຈຶ່ງ​ເຮັດ​
ໃຫ້​ທາງ​ການ​ລາວຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ
ບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກ
ຈາກພື້ນທີ່ເພື່ອການກະເສດໄດ້ເພີ່ມຂຶ້ນອີກ 183,000 ເຮັກຕ້າພາຍໃນປີ 2020 ໃນຂະນະ
ທີ່ໃນໄລຍະ 5 ປີທີ່ຜ່ານມານັ້ນ ລາວກໍໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດໂດຍສະເລ່ຍ
19 ລ້ານໂດລາໃນແຕ່ລະປີ. ສ່ວນ​ສະຫະລັດ​ນັ້ນ​ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໄປ​ແລ້ວ​ຫລາຍ
ກວ່າ 30 ລ້ານ​ໂດ​ລາ ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ.

XS
SM
MD
LG