ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການປັກປັນເຂດແດນລະຫວ່າງລາວ ກັບເພື່ອນບ້ານ ກໍາລັງດໍາເນີນໄປໄດ້ດີ


ຄະນະເຈົ້າໜ້າທີ່ສຳຫລວດແລະປັກປັນ ເຂດຊາຍແດນທາງນໍ້າ ລາວ-ໄທ
ຄະນະເຈົ້າໜ້າທີ່ສຳຫລວດແລະປັກປັນ ເຂດຊາຍແດນທາງນໍ້າ ລາວ-ໄທ

ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ໄທຢືນຢັນ​ວ່າ ​ບໍ່​ມີ​ບັນຫາ​ຂັດ​ແຍ້​ງ​ໃນ​ການ​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ ລະຫວ່າງ​ລາວ​ກັບ​ໄທ. ສ່ວນ​ການ​ປັກ​ປັນ​ເຂດ​ແດນ​ກັບ​ກໍາປູ​ເຈຍ​ນັ້ນ ກໍ​ບໍ່​ມີ ​ບັນຫາ​ຂັດ​ແຍ້​ງ​ເຊັ່ນ​ດຽວ​ກັນ ​ແລະກໍຈະ​ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ໄດ້​ທັງ​ໝົດ​ພາຍ​ໃນ​ທ້າຍ​ປີ​ນີ້.

ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ​ຂອງ​ສປປ ລາວ ປະ​ຈໍາ​ປະ​ເທດ​ໄທ ​ໄດ້​ໃຫ້ການ​ຢືນຢັນ​ວ່າການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບປະ​ເທດ​ເພື່ອນ​ບ້ານ​ ໄດ້​ຄືບ​ໜ້າ​ໄປ​ຫລາຍ​ແລ້ວ​ໃນ​ປັດຈຸບັນ​ນີ້ ​ໂດຍ​ທີ່ໄດ້​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ສໍາ ​ເລັດ​ແລ້ວ​ນັ້ນ ກໍ​ຄື​ເຂດ​ແດນ​ທີ່​ຕິດ​ຕໍ່ກັບ​ຈີນ ພະມ້າ ແລ​ະ ຫວຽດນາມ ສ່ວນ​ກັບ​ກໍາປູ​ເຈຍ​ຈະ​ສໍາ​ເລັດ​ພາຍ​ໃນ​ປີ​ນີ້ ​ແລະ​ທີ່​ຍັງ​ຈະ​ຕ້ອງ​ດໍາ​ເນີນ​ການ​ປັກ​ປັນ​ໃຫ້​ສຳ​ເລັດ​ໃຫ້​ໄດ້ ​ໃນ​ໄລຍະ​ຕໍ່​ໄປ​ກໍ​ຄື​ເຂດ​ແດນ​ກັບປະ​ເທດ​ໄທ ດັ່ງ​ທີ່​ທ່ານ​ອ້ວນ​ໄດ້​ໃຫ້ການ​ຊີ້​ແຈງ​ເຖິງ​ການ​ປັກ​ປັນ​ເຂດແດນ​ລະຫວ່າງ​ລາວ​ກັບປະ​ເທດ​ເພື່ອນ​ບ້ານ​ ໃນ​ໄລ​ຍະ​ທີ່​ຜ່ານມາ​ຈົນ​ເຖິງ​ປັດຈຸບັນ​ນີ້ໃນ​ຕອນ​ນຶ່ງ​ວ່າ:

“ກັບປະ​ເທດ​ຈີນ​ນີ້ ປະມານ 505 ກິ​ໂລ​ແມັດ​ກໍ​ໄດ້​ສຳ​ເລັດ​ແລ້ວ ​ແລະ​ພວກ​ຂ້າພ​ະ​ເຈົ້າກໍ​ໄດ້​ສຳ​ເລັດການ​ປັກ​ປັນເຂດ​ແດນ​ກັບປະ​ເທດ​ຫວຽດນາມ​ ທີ່ມີ​ລະ​ຍະ​ທາງ​ຍາວ 2,070 ກິ​ໂລ​ແມັດ ​ແລ້ວ​ກໍ​ສຳ​ເລັດ​ການ​ປັກ​ຫລັກ​ໝາຍ​ເຂດ​ແດນ​ກັບ​ມຽນມາ ທີ່​ມີ​ຄວາມ​ຍາວ 236 ກິ​ໂລ​ແມັດ ສ່ວນ​ຊາຍ​ແດນ​ກັບ​ກໍາປູ​ເຈຍ​ ກໍ​ສິ​ແລ້ວ​ປີ​ນີ້ ​ທັງໝົດ 535 ກິ​ໂລແມັດ ​ແລະ​ກັບ​ໄທ​ ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ 1,835 ກິ​ໂລ​ແມັດ​ນັ້ນ ທາງ​ໜ້າດິນ 735 ກິ​ໂລ​ແມັດ​ ກໍ​ໄດ້​ສຳ​ເລັດ​ໄປແລ້ວ 92%.”

ກ່ອນ​ໜ້າ​ນີ້ ຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກລະຫວ່າງ​ລາວ-​ໄທ​ ​ໄດ້ສະ​ເໜີ​ລາຍ​ງານ​ວ່າ​ການ​ດໍາ​ເນີນ​ງານ ຮ່ວມ​ກັນ​ໄດ້​ເພີ່ມ​ຂຶ້ນ 15 ຫລັກ ຊຶ່ງ​ກໍ​ເປັນ​ຜົນ​ທໍາ​ໃຫ້ການ​ດໍາ​ເນີນ​ງານ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ ປີ 2009 ນັ້ນ ທາງ​ການລາວ-​ໄທ ສາມາດ​ປັກ​ຫລັກ​ເຂດ​ຊາຍ​ແດນ​ຮ່ວມ​ກັນ​ໄດ້​ແລ້ວ 204 ຫລັກ.

ພ້ອມ​ກັນ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ສຳ​ຫລວດ​ເສັ້ນ​ສັນ​ປັນ​ນໍ້າ​ ຊຶ່ງ​ໃຊ້​ເປັນ​ເສັ້ນ​ແບ່ງ​ເຂດ​ແດນ​ທາ​ງບົກ​ລະຫວ່າງ​ກັນ​ໄດ້​ ໃນ​ລະຍະ​ທາງ 679 ກິ​ໂລ​ແມັດ ຫລື​ຄິດ​ເປັນ 94% ຂອງ​ເຂດ​ແດນ​ທາງບົກ​ທັງ​ໝົດ ​ເພາະສະ​ນັ້ນ ຈຶ່ງ​ຍັງ​ຄົງ​ເຫລືອ​ເຂດ​ແດນ​ທາງບົກ​ອີກ 50 ​ກິ​ໂລ​ແມັດເທົ່າ​ນັ້ນ ​ທີ່​ທາງ​ການ​ລາ​ວ-​ໄທ​ຈະ​ຕ້ອງ​ດໍາ​ເນີນ​ການ​ສໍາ​ຫລວດ​ເພື່ອ​ຕົກລົງ​ປັກ​ປັນ​ຮ່ວມ​ກັນ​ໃຫ້​ໄດ້​ຕໍ່​ໄປ.

ສ່ວນ​ເຂດ​ແດນ​ທາງ​ນໍ້າ ຊຶ່ງ​ກໍ​ຄື​ເຂດ​ຊາຍ​ແດນ​ໃນ​ແນວ​ແມ່​ນໍ້າຂອງ​ແລະ​ນໍ້າ​ເຫືອງ​ທີ່​ມີ​ລະຍະ​ທາງ​ຍາວ​ປະມານ 1,100 ກິ​ໂລ​ແມັດ​ນັ້ນ ທ່ານ​ອ້ວນກໍ​ໄດ້​ຢືນຢັນ​ວ່າ​ທາງ​ການ​ລາວ​ພ້ອມ​ຈະ​ປະຕິບັດ​ໃຫ້​ເປັນ​ໄປ​ຕາມ​ການ​ຕົກລົງ​ຮ່ວມ ລະຫວ່າງລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ ​ທີ່​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ​ຈະ​ດໍາ​ເນີນ​ການ​ສໍາ​ຫລວດ ​ເພື່ອ​ປັກ​ປັນ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2010 ​ໂດຍ​ໃນ​ປັດຈຸບັນ​ນີ້ ຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກກໍ​ກໍາລັງ​ຮ່ວມ​ກັນ ​ດໍາ​ເນີນ​ການຈັດ​ທໍາ​ແຜນ​ທີ່​ພາບ​ຖ່າຍ​ທາງ​ອາກາດ ​ເພື່ອ​ໃຫ້​ເຫັນ​ສະພາບ​ຂອງ​ພື້ນ​ທີ່​ທີ່​ເປັນ​ຢູ່​ຈິງ​ໃນ​ທຸກ​ມື້​ນີ້. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ອ້ວນ​ກໍ​ໄດ້​ເນັ້ນ​ຍໍ້າວ່າ ​ແຜນ​ທີ່​ພາບ​ຖ່າຍ​ທາງ​ອາກາດ​ທີ່​ໄດ້​ມີ​ການຈັດ​ທໍາ​ຂຶ້ນຮ່ວມ​ກັນ​ນີ້ ຈະ​ໃຊ້​ເພື່ອ​ທຽບ​ຄຽງ​ກັບ​ແຜນ​ທີ່​ເດີມ​ທີ່​ຝລັ່ງ​ເສດ​ກັບ​ສະ​ຢາມ​(ໄທ) ໄດ້​ຈັດ​ທໍາໄວ້​ຮ່ວມ​ກັນ​ເມື່ອ​ເກືອບ 100 ປີ ມາ​ແລ້ວ​ເທົ່າ​ນັ້ນ ຊຶ່ງ​ກໍ​ຄື​ແຜນ​ທີ່ ​ທີ່​ແນບ​ທ້າຍ​ສົນທິສັນຍາ​ລະຫວ່າງ​ສະ​ຢາມ​ກັບ​ຝລັ່ງ​ເສດ​ນັ້ນ ​ຈະ​ຍັງ​ຄົງ​ເປັນແຜນ​ທີ່ ​ທີ່​ໃຊ້​ເປັນ​ຫລັກ​ ໃນ​ການ​ປັກ​ປັນ​ເຂດ​ແດນ​ທາງ​ນໍ້າ​ລະຫວ່າງ​ລາວ-​ໄທ​ຢູ່​ນັ້ນ​ເອງ.

ການ​ສໍາ​ຫລວດ​ເພື່ອ​ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບ​ໄທ​ໄດ້​ມີ​ການ​ຊັກ​ຊ້າ ​ແລະ​ຕ້ອງ​ ມີ​ການ​ເລື່ອນ​ເປົ້າໝາຍ​ທີ່​ຈະ​ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ມາ​ໂດຍ​ຕະຫລອດ ຊຶ່ງ​ກໍ​ຄື​ນັບ​ຈາກ​ປີ 2003 ​ເປັນ​ຕົ້ນ​ມາ​ແລ້ວ ​ເພາະທາງ​ການ​ລາວ​ກັບ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ ​ຈະ​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ທາງ​ບົກໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2003 ​ແລະ​ປັກ​ປັນ​ເຂດ​ແດນ​ນໍ້າ​ໃຫ້​ສໍາ​ເ​ລັດ​ ພາຍ​ໃນ​ປີ 2005.

ຫາກ​ແຕ່​ດ້ວຍ​ຂໍ້​ຂັດ​ແຍ້​ງ​ໃນ​ການ​ອ້າງ​ພະຍານ​ຫລັກ​ຖານ​ຕ່າງໆ​ທີ່​ແຕກຕ່າງ​ກັນ​ໃນ 35 ພື້ນ​ທີ່​ເປັນ​ຢ່າງ​ໜ້ອຍ ຊຶ່ງ​ລວມ​ເຖິງ​ພື້ນ​ທີ່​ສູ້​ລົບ​ໃນ​ເຂດ​ບ້ານ​ຮົ່ມ​ເກົ້າ ​ແລະ​ເຂດ 3 ໝູ່​ບ້ານ ​ຄືບ້ານ​ສະຫວ່າງ ບ້ານ​ກາງ ​ແລະ​ບ້ານ​ໃໝ່​ ທີ່ຢູ່​ໃນ​ເຂດ​ຕິດ​ຕໍ່​ຊາຍ​ແດນ​ລະຫວ່າງ​ແຂວງ​ໄຊ​ຍະ​ບູລີ​ຂອງ​ລາວ​ ກັບ​ຈັງຫວັດ​ອຸດຕະລະ​ດິດ ​ແລະ​ຈັງຫວັດ​ພິດ​ສະນຸ​ໂລກ​ຂອງ​ໄທ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້ການ​ປັກ​ປັນ​ເຂດ​ແດນ ລະຫວ່າງ​ລາວ​ກັບ​ໄທ ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ ມາໂດຍ​ຕະ ຫລອດ. ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ປະ​ເທດ​ໄທ​ມີ​ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ພາຍ​ໃນ ກໍ​ຍັງ​ເຮັດ​ໃຫ້ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບ​ໄທ​ ບໍ່ສາມາດ​ປະຕິບັດ​ໄດ້​ຕາມ​ປົກກະຕິ​ອີກ​ດ້ວຍ.

XS
SM
MD
LG