ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຕ້ອງການເງິນທຶນ 3 ພັນລ້ານໂດລາ ເພື່ອຮັບປະກັນ ການຂະຫຍາຍໂຕ ຂອງເສດຖະກິດ


ການຊ່ວຍເຫລືອຂອງຈີນ ແກ່ລາວໃນການສ້າງສະໜາມບິນສາກົນວັດໄຕ ທີ່ນະຄອນຫລວງວຽງຈັນ
ການຊ່ວຍເຫລືອຂອງຈີນ ແກ່ລາວໃນການສ້າງສະໜາມບິນສາກົນວັດໄຕ ທີ່ນະຄອນຫລວງວຽງຈັນ

ລັດຖະບານລາວຕ້ອງການເງິນລົງທຶນຄິດເປັນມູນຄ່າລວມເກືອບ 3,000 ລ້ານໂດລາ ເພື່ອ ຮັບປະກັນການຂະຫຍາຍຕົວທາງເສດຖະກິດໃຫ້ຢູ່ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 8.5% ໃນຕະ ຫລອດແຜນການປະຈໍາປີ 2011-2012.

ກະຊວງແຜນການແລະການລົງທຶນຂອງລາວ ໄດ້ສະເໜີລາຍງານວ່າ ການທີ່ຈະເຮັດໃຫ້
ເສດຖະກິດຂອງລາວ ມີການຂະຫຍາຍຕົວເພິ່ມຂຶ້ນໃນອັດຕາສະເລ່ຍຕໍ່າກວ່າ 8.5% ໃນຕະ ຫລອດແຜນການປະຈໍາປີ 2011-2012 ທີ່ຈະເລີ່ມລົງມືປະຕິບັດ ນັບຈາກເດືອນຕຸລາປີນີ້ໄປ ຈົນເຖິງທ້າຍເດືອນກັນຍາ 2012 ນັ້ນ ຈໍາເປັນທີ່ຈະຕ້ອງມີເງິນທຶນໄຫລເຂົ້າສູ່ເສດຖະກິດ
ມະຫາພາກຂອງລາວ ໃນມູນຄ່າບໍ່ໜ້ອຍກວ່າ 2,900 ລ້ານໂດລາ ຫຼືຫຼາຍກວ່າ 23,775
ຕື້ກີບ.

ເງິນທຶນໃນມູນຄ່າລວມດັ່ງກ່າວນີ້ ຄິດເປັນເຖິງ 34% ຂອງຄາດໝາຍມູນຄ່າຜະລິດຕະພັນ
ລວມພາຍໃນ ຫຼື GDP ຕະຫລອດທັງປີ ຊຶ່ງເກີນກວ່າລະດັບຄວາມສາມາດທາງດ້ານງົບປະ
ມານຂອງລັດຖະບານລາວ ຈຶ່ງເຮັດໃຫ້ຈຳເປັນທີ່ຈະຕ້ອງດຶງເອົາການລົງທຶນຂອງພາກເອກ
ກະຊົນລາວ ແລະຕ່າງຊາດເປັນດ້ານຫລັກ ກໍ່ຄືລັດຖະບານລາວ ສາມາດທີ່ຈະປະກອບສ່ວນ
ໄດ້ພຽງແຕ່ 10% ຂອງເງິນທຶນທີ່ຕ້ອງການທັງໝົດເທົ່ານັ້ນ. ສ່ວນອີກ 90% ນັ້ນ ກໍຈະ
ຕ້ອງດຶງເອົາຈາກການລົງທຶນຂອງພາກເອກກະຊົນລາວ ແລະຕ່າງຊາດນັ້ນເອງ.

ພິທີເປີດຕົວປຶ້ມສີຟ້າ "Blue Book" ຂອງ EU ທີ່ລະບຸກ່ຽວກັບ ການຮ່ວມມືທາງດ້ານການພັດທະນາຕ່າງໆ ລະຫວ່າງລາວກັບ ສະຫະພາບຢູໂຣບ
ພິທີເປີດຕົວປຶ້ມສີຟ້າ "Blue Book" ຂອງ EU ທີ່ລະບຸກ່ຽວກັບ ການຮ່ວມມືທາງດ້ານການພັດທະນາຕ່າງໆ ລະຫວ່າງລາວກັບ ສະຫະພາບຢູໂຣບ

ທັງນີ້ ໂດຍລັດຖະບານລາວ
ໄດ້ວາງເປັນເປົ້າໝາຍທີ່ຈະ ດຶງເອົາການປະກອບສ່ວນ
ຈາກພາກເອກກະຊົນລາວ
ແລະຕ່າງຊາດໃຫ້ໄດ້ໃນສັດ
ສ່ວນ 54% ພາກທະນາ
ຄານພາຍໃນປະເທດ 12%
ແລະການຊ່ວຍເຫລືອຈາກ
ຕ່າງປະເທດ 24% ຫຼືຄິດ
ເປັນມູນຄ່າລວມຂອງທັງ 3
ພາກສ່ວນດັ່ງກ່າວໄດ້ເຖິງ
21,397.5 ຕື້ກີບ ຫຼືຫຼາຍກວ່າ 2,600ລ້ານໂດລາ ໂດຍໃນນີ້ກໍ່ຈະເປັນການຊ່ວຍເຫລືອ
ຫລ້າຈາກຕ່າງປະເທດ 700 ລ້ານໂດລາ.

ແຕ່ຢ່າງໃດກໍ່ຕາມ ທາງການລາວກໍ່ເຊື່ອໝັ້ນວ່າ ຈະໄດ້ຮັບການຕອບສະໜອງຈາກຕ່າງ
ປະເທດເປັນຢ່ງດີ ເພາະວ່າລັດຖະບານລາວ ໄດ້ດຳເນີນການພັດທະນາ-ປັບປຸງລະບົບ
ກົນໄກຕ່າງໆ ໄວ້ສຳລັບຮອງຮັບການລົງທຶນຈົນເປັນທີ່ຍອມຮັບຂອງບັນດານັກລົງທຶນ
ຊາວຕ່າງຊາດຫຼາຍຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການແລະການລົງ
ທຶນໄດ້ໃຫ້ການຊີ້ແຈງວ່າ:

ທີ່ສຳຄັນທີ່ສຸດຄື ພວກເຮົາໄດ້ປຸກລະດົມເຮັດໃຫ້ຕ່າງປະເທດຫັ້ນ ເຫັນໄດ້ຄວາມ
ສຳຄັນບົດບາດຂອງ ສປປ.ລາວ ແລະເຂົາເຈົ້າກະມີຄວາມເຊື່ອໝັ້ນ ສປປ.ລາວ
ແລ້ວກະເຂົ້າມາລົງທຶນຢູ່ ສປປ.ລາວ ແລ້ວກະໃຫ້ການຊ່ວຍເຫລືອ ສປປ.ລາວ
ໃຫ້ການສະໜັບສະໜູນ ສປປ.ລາວ ແລະເຮັດໃຫ້ ສປປ.ລາວ ພວກເຮົານີ້ ສາມາດຍາດແຍງການຊ່ວຍເຫລືອທີ່ຈຳເປັນໃນຫຼາຍໆຮູບການ. ອັນນີ້ກະຖືວ່າ
ເປັນອັນທີ່ດີເດັ່ນ

ໂຮງງານຫລອມຄໍາຂອງບໍ່ຄໍາເຊ ໂປນ ທີ່ຜະລິດເພື່ອສົ່ງອອກໄປ ຂາຍຕ່າງປະເທດ
ໂຮງງານຫລອມຄໍາຂອງບໍ່ຄໍາເຊ ໂປນ ທີ່ຜະລິດເພື່ອສົ່ງອອກໄປ ຂາຍຕ່າງປະເທດ

ໃນໄລຍະແຜນການປີ 2006-2010 ນັ້ນ ນາໆຊາດໄດ້
ໃຫ້ການຊ່ວຍເຫລືອທາງດ້ານງົບປະມານ ແກ່ລັດຖະບານ
ລາວ ຄິດເປັນມູນຄ່າຫລາຍກວ່າ 2.3 ລ້ານໂດລາ ໃນຂະ
ນະດຽວກັນ ກໍມີການລົງທຶນໂດຍກົງຈາກຕ່າງປະເທດໃນ
ລາວ ຄິດເປັນມູນຄ່າຫລາຍກວ່າ 11 ພັນລ້ານໂດລາ. ຊຶ່ງ
ມີສ່ວນອັນສໍາຄັນ ໃນການເຮັດໃຫ້​ເສດຖະກິດຂອງລາວມີ
ການຂະຫຍາຍ​ຕົວ​ໃນ​ອັດຕາສະ​ເລ່ຍ 7.9% ຕໍ່ປີ ແລະ
ເຮັດໃຫ້ລວ​ມຍ​ອດມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ ຫລື GDP ສະ​ເລ່ຍຕໍ່ຫົວຂອງປະຊາຊົນລາວ
ໄດ້ ເພີ້ມຂຶ້ນຈາກ 5.9 ລ້ານກີບຕໍ່ຄົນໃນປີ 2005 ເປັນ 8.7 ລ້ານ​ກີບ​ຕໍ່ຄົນ ໃນປີ2010.

ໄຟຟ້າທີ່ອໍານວຍຄວາມສະດວກ ໃຫ້ເດັກນ້ອຍໃນເຂດຊົນນະບົດ ຂອງລາວອ່ານໜັງສືໄດ້ສະດວກຂຶ້ນ
ໄຟຟ້າທີ່ອໍານວຍຄວາມສະດວກ ໃຫ້ເດັກນ້ອຍໃນເຂດຊົນນະບົດ ຂອງລາວອ່ານໜັງສືໄດ້ສະດວກຂຶ້ນ

ສ່ວນ​ໃນ​ໄລຍະ​ແຜນການ ປີ 2011-2015 ນີ້ລັດຖະ
ບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ຍອດຜະລິດ
ຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນ
ບໍ່ຕໍ່າກວ່າ 8% ຊຶ່ງກໍຈະເຮັດໃຫ້ມູນຄ່າGDP ໄລ່ສະ
ເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6 ລ້ານກີບ
ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ. ສໍາລັບໃນໄລຍະ
6 ເດືອນທີ່ຜ່ານມາ ຂອງແຜນການປີ 2010- 2011 ນີ້
ກໍປາກົດວ່າ ເສດຖະກິດຂອງລາວ ໄດ້ຂະຫຍາຍຕົວເພີ້ມ
ຂຶ້ນໃນອັດຕາສະເລ່ຍເຖິງ 8.3% ຊຶ່ງເຮັດໃຫ້ທາງການ
ລາວ ເຊື່ອໝັ້ນວ່າ ຈະຂະຫຍາຍຕົວເພີ້ມຂຶ້ນເຖິງ 8.5%
ເມື່ອສິ້ນສຸດແຜນການໃນທ້າຍເດືອນກັນຍາ ປີນີ້.

XS
SM
MD
LG