ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນ.ຍ.ລາວ ຢືນຢັນທີ່ຈະລົບລ້າງ ຄວາມທຸກຈົນ ຂອງປະຊາຊົນ ໃຫ້ໄດ້ພາຍໃນປີ 2015


ການຕັດຖະໜົນໄປຫາສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ຊຶ່ງເປັນໂຄງ ການໃຫຍ່ອັນນຶ່ງ ທີ່ລັດຖະບານລາວເຊື່ອວ່າ ຈະນໍາລາຍໄດ້ເຂົ້າປະ
ເທດ ແລະປະກອບສ່ວນເຮັດໃຫ້ລາວຫລຸດຜ່ອນຄວາມທຸກຈົນລົງໄດ້.
ການຕັດຖະໜົນໄປຫາສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ຊຶ່ງເປັນໂຄງ ການໃຫຍ່ອັນນຶ່ງ ທີ່ລັດຖະບານລາວເຊື່ອວ່າ ຈະນໍາລາຍໄດ້ເຂົ້າປະ ເທດ ແລະປະກອບສ່ວນເຮັດໃຫ້ລາວຫລຸດຜ່ອນຄວາມທຸກຈົນລົງໄດ້.

ນາຍົກລັດຖະມົນຕີລາວຢືນຢັນທີ່ຈະສຸມທຸກກໍາລັງຄວາມສາມາດ ເຂົ້າໃນການພັດທະນາ ເພື່ອລົບລ້າງຄວາມທຸກຈົນຂອງປະຊາຊົນລາວ ໃຫ້ໄດ້​ຕາມເປົ້າໝາຍສະຫັດສະວັດຂອງ ສະຫະປະຊາຊາດພາຍໃນປີ 2015.

ທ່ານ ທອງສິງ ທໍາມະວົງ, ນາ
ຍົກລັດຖະມົນຕີ ໄດ້ຖະແຫຼງຢືນ
ຢັນຕໍ່ກອງປະຊຸມຄັ້ງປະຖົມມະ
ເລີກຂອງສະພາແຫ່ງຊາດຊຸດທີ່
7 ວ່າ ເປົ້າໝາຍທີ່ສຳຄັນຢ່າງ
ຍິ່ງທີ່ຄະນະລັດຖະບານລາວຈະ
ດໍາເນີນການຈັດຕັ້ງປະຕິບັດໃຫ້
ໄດ້ຢ່າງແທ້ຈິງພາຍໃນ 5 ປີຕໍ່
ໜ້າ ຫຼືພາຍໃນປີ 2015 ນັ້ນ
ກໍຄືການລົບລ້າງຄວາມທຸກຍາກ
ຂອງປະຊາຊົນລາວບັນດາເຜົ່າໃຫ້ໄດ້ທັ້ງປະເທດ,​ ເຊິ່ງຖືເປັນອັນດັບດຽວກັນກັບເປົ້າໝາຍ
ສະຫັດສະວັດການພັດທະນາ (MDG) ຂອງສະຫະປະຊາຊາດ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

ເພື່ອເປັນການເຮັດໃຫ້ສາມາດ​ບັນລຸ​ຜົນຕາມ​ເປົ້າໝາຍທີ່​
ວາງ​ເອົາ​ໄວ້ໄດ້​ຢ່າງ​ແທ້ຈິງນັ້ນ ທ່ານ ທອງສິງ ກໍໄດ້ປະຕິ ຍານຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ
ລາວຊຸດທີ່ 7 ວ່າ:

“ສຸມທຸກກຳລັງເຂົ້າໃສ່ການແກ້ໄຂຄວາມທຸກຍາກ
ຂອງປະຊາຊົນ,
ຊຸກຍູ້ສົ່ງເສີມການຜະລິດເປັນສິນ
ຄ້າຂອງຄອບຄົວຢ່າງເຂັ້ມແຂງ, ໂດຍຕິດພັນກັບ
ການຈັດສັນອາຊີບ ບ່ອນທໍາມາຫາກິນ ແລະພູມ
ລໍາເນົາຄົງທີ່ ເພື່ອຢຸດຕິການຖາງປ່າເຮັດໄຮ່ເລື່ອນ
ລອຍ, ຍູ້ແຮງການພັດທະນາກະສິກຳຮອບດ້ານ
ແລະສ້າງຄວາມໝັ້ນຄົງດ້ານສະບຽງອາຫານ,​ ປົກ
ປັກຮັກສາສະພາບແວດລ້ອມ ແລະຊີວະນາໆພັນ ໃຫ້ມີຄວາມຍືນຍົງ
.

ຖະໜົນຕັດໃໝ່ເສ້ນນຶ່ງໃນເຂດຊົນນະ ບົດ ຂອງລາວ.
ຖະໜົນຕັດໃໝ່ເສ້ນນຶ່ງໃນເຂດຊົນນະ ບົດ ຂອງລາວ.

ກ່ອນໜ້ານີ້ ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ, ປະທານປະເທດລາວ ແລະ​ ເລຂາທິການ​ໃຫຍ່​ຂອງ​ພັກ​ປະຊາຊົນປະຕິວັດລາວ ກໍໄດ້
ຢືນຢັນໄວ້ ໃນ​ລາຍ​ງານ​ການ​ເມືອງ​ຕໍ່ກອງ
ປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່​ໄດ້ ມີຂຶ້ນ
ຢ່າງເປັນທາງການ​ໃນວັນທີ 17-21 ມີນາ
2011 ທີ່​ຜ່ານ​ມານັ້ນວ່າ ​ເປົ້າໝາຍທີ່ສໍາຄັນ
ຂອງການພັດທະນາທາງເສດຖະກິດແລະ
ສັງຄົມ​ແຫ່ງ​ຊາດຂອງລາວ ປະຈໍາປີ 2011-
2015 ນີ້ ກໍ​ຄື​ການ​ເຮັດໃຫ້ເສດຖະກິດມີ
ການຂະຫຍາຍໂຕໃນ​ອັດຕາ​ສະ​ເລ່ຍ ບໍ່ຫຼຸດ 8% ຕໍ່ປີ.


ການປະຕິບັດ​ໃຫ້ໄດ້ເປົ້າໝາຍທີ່ວາງ​ໄວ້​ດັ່ງກ່າວ​ ນອກຈາກຈະເປັນຜົນເຮັດໃຫ້ຍອດຜະລິດ
ຕະພັນລວມພາຍໃນ ຫຼື GDP ຂອງ​ລາວ ມີມູນຄ່າລວມທີ່​ສາມາດສະເລ່ຍເປັນລາຍຮັບຂອງ
ປະຊາກອນລາວໄດ້ໃນ​ລະດັບ​ສູງ​ຂຶ້ນ ເປັນ 1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວ
ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ ​ຫຼຸດລົງມາເຫຼືອຢູ່ບໍ່​ເກີນ
10% ຂອງ​ຈຳນວນ​ປະຊາກອນທັງໝົດໃນ​ປີ 2015 ອີກ​ດ້ວຍ.

ໂຮງງານຕັດຫຍິບກອງທັບ ຊຶ່ງສ້າງວຽກເຮັດງານທໍາ ໃຫ້ແກ່ຊາວໜຸ່ມ ທີ່ອາດ ພາໃຫ້ພວກເຂົາເຈົ້າຫລຸດ ພົ້ນຄວາມທຸກຈົນໄດ້.
ໂຮງງານຕັດຫຍິບກອງທັບ ຊຶ່ງສ້າງວຽກເຮັດງານທໍາ ໃຫ້ແກ່ຊາວໜຸ່ມ ທີ່ອາດ ພາໃຫ້ພວກເຂົາເຈົ້າຫລຸດ ພົ້ນຄວາມທຸກຈົນໄດ້.

ທ່ານ ຈູມມະລີ ໄດ້ສະ​ແດງຄວາມ​ເຊື່ອໝັ້ນວ່າ ​ກາ​ນນໍາພາ
ຂອງ​ພັກ ຈະເຮັດ​ໃຫ້​ສາມາດ​ບັນລຸ​ຜົນຕາມ​ເປົ້າໝາຍທີ່​
ວາງ​ເອົາ​ໄວ້ໄດ້​ຢ່າງ​ຄົບ​ຖ້ວນ ເນື່ອງ​ຈາກວ່າ​ໃນໄລຍະ 5
ປີ​ທີ່​ຜ່ານ​ມາ ກໍ​ຄື​ໃນ​ຊ່ວງ​ປີ2006-2010 ນັ້ນ ພັກ​ກໍ​ສາ
ມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍ ທີ່​ວາງ​ໄວ້ໃນຫລາຍໆດ້ານ
ເຊັ່ນ ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວໂດຍສະ​ເລ່ຍ
7.9% ຕໍ່ປີ, ລວ​ມຍ​ອດມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນສົກ
ງົບປະມານ 2009-2010 ສະ​ເລ່ຍຕໍ່ພົນລະ​ເມືອງບັນລຸ​ໄດ້
8.7 ລ້ານ​ກີບ​ ຕໍ່ຄົນ. ຄອບຄົວ​ທຸກ​ຍາກ​ໃນທົ່ວ​ປະ​ເທດ​ກໍ
ຫລຸດ​ລົງ​ມາ​ເປັນ 20.4%​ໃນ​ປີ 2009-2010 ຊຶ່ງ​ສະພາບ
ການ​ດັ່ງກ່າວ ກໍ​ຍັງເຮັດ​ໃຫ້​ຜູ້​ນໍາ​ຂອງ​ລາວ ມີ​ຄວາມເຊື່ອ
ໝັ້ນວ່າ ການພັດທະນາທາງເສດຖະກິດ-ສັງຄົມ​ຂອງລາວ​
ໃນ​ໄລຍະ 5 ປີຕໍ່ໜ້ານີ້ ກໍ​ຄື​ໃນ​ຊ່ວງປີ 2011-2015 ລັດຖະບານລາວມີ​ຄວາມ​ເຊື່ອໝັ້ນວ່າ
ຈະ​ສາມາດ​ແກ້​ໄຂບັນຫາຄວາມທຸກຈົນຂອງປະຊາຊົນໄດ້ ໂດຍພື້ນຖານຢ່າງແນ່ນອນ.

ໂຮງງານຫລອມຄໍາຂອງ ບໍ່ຄໍາເຊໂປນ ທີ່ຜະລິດ ເພື່ອສົ່ງອອກຂາຍຕ່າງ ປະເທດ.
ໂຮງງານຫລອມຄໍາຂອງ ບໍ່ຄໍາເຊໂປນ ທີ່ຜະລິດ ເພື່ອສົ່ງອອກຂາຍຕ່າງ ປະເທດ.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ລັດຖະບານລາວກໍຍັງໄດ້ວາງ
ແຜນການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດ
ໃຫ້ໄດ້​ໃນ​ມູນ​ຄ່າ 4 ໝື່ນລ້ານໂດລາ ສຳລັບໂຄງການຂະ
ໜາດໃຫຍ່ ຫລື Mega Projects ຈໍານວນຫລາຍກວ່າ
200 ໂຄງການ. ​ໂດຍທີ່ສໍາຄັນນັ້ນກໍຄື ໂຄງການສ້າງທາງ
ລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະ
ຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການ
ສ້າງທາງຫລວງແຫ່ງຊາດຂະໜານກັບເສັ້ນທາງເລກ 13
ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງ
ດ່ວນໄປຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣ
ແຕສ ແລະ ແຮ່ບ໊ອກໄຊດ໌ ຢູ່​ພາກ​ໃຕ້ເປັນຕົ້ນ.

ສ່ວນ​ໃນ​ໄລຍະ​ແຜນການ ປີ 2011 - 2015 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະ
ເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 8%
ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6 ລ້ານ
ກີບ ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ.

XS
SM
MD
LG