ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ລາວ​ວ່າ ​ເຈົ້າ​ຂອງ​ກິດຈະການຜະລິດ​ໄມ້ ມີສ່ວນ​ກ່ຽວຂ້ອງ ໃນ​ການ​​ລັກລອບຕັດໄມ້


ການຕັດໄມ້ ທຳລາຍປ່າທີ່ລາວ
ການຕັດໄມ້ ທຳລາຍປ່າທີ່ລາວ

ຫົວໜ້າ​ກົມ​ກວດກາ​ປ່າ​ໄມ້​ລາວ​ຢືນຢັນ​ວ່າ ບັນດາ​ເຈົ້າ​ຂອງ​ໂຮງ​ເລື່ອຍ​ແລະໂຮງງານ​ແປ​ຮູບໄມ້​ຫຼາຍ​ແຫ່ງ ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ລັກລອບ​ຕັດໄມ້ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຢ່າງ​ຖືກຕ້ອງ ​ຕາມ​ກົດໝາຍ.

ທ່ານ ພູມີ ພູ​ມະນີ​ວົງ, ຫົວໜ້າ​ກວດກາ​ປ່າ​ໄມ້, ກະຊວງ
ກະສິກຳ-ປ່າ​ໄມ້​ລາວ​ ໄດ້​ຖະ​ແຫຼ​ງຢືນຢັນ​ຕໍ່​ກອງ​ປະ​ຊຸມປຶກ
ສາ​ຫາລື ​ແລະຖອດ​ຖອນ​ບົດຮຽນກ່ຽວ​ກັບການ​ຄຸ້ມ​ຄອງແລະ
ກວດກາ​ປ່າ​ໄມ້​ໃນ​ທົ່ວ​ປະ​ເທດ​ລາວ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ ການ​ລັກລອບ​ຕັດ​ໄມ້​ໂດຍ​ບໍ່​ໄດ້​ຮັບ
ອະນຸຍາດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ຍັງ​ຄົງ​ເປັນ​ບັນຫາ​ໃຫຍ່​ທີ່​ຍາກ​ຕໍ່​ການ​ປ້ອງ​ກັນ ແລະປາບ​ປາມ.

ທັງນີ້​ ກໍ​ເນື່ອງ​ຈາກ​ວ່າ ອຳນາດ​ການ​ປົກຄອງ​ທັ້ງທີ່ຢູ່​ໃນ​ສູນ​ກາງ ​ແລະລະດັບ​ທ້ອງ​ຖິ່ນ​ໄດ້​ມີ​
ການ​ອະນຸຍາດ​ໃຫ້​ມີ​ການສ້າງ​ຕັ້ງ​ໂຮງ​ເລື່ອຍ ​ແລະໂຮງ​ງານ​ແປ​ຮູບ​ໄມ້​ຈຳນວນ​ຫຼາຍ​ຈົນເກີນ
ໄປ ​ຈຶ່ງ​ເຮັດ​ໃຫ້​ຍາກ​ຕໍ່​ການ​ທີ່​ຈະ​ຄວບ​ຄຸມ ​ແລ​ະກວດກາ​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະໃນ​ຂະນະ​ດຽວ
ກັນຜົນ​ຂອງ​ການ​ກວດກາ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ່​ພົບ​ວ່າ ມີ​ເຈົ້າ​ຂອງກິດຈະການ​ຫຼາຍ​ໂຮງ
ງານທີ່​ໄດ້​ລະ​ເມີດ​ກົດໝາຍດ້ວຍ​ການ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ນຳ​ເອົາ​
ມາ​ປ້ອນໂຮງງານ​ຂອງ​ພວກ​ຕົນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ພູມີ ​ໄດ້​ຢືນ​ຢັນວ່າ:

“ມີ​ໂຮງງານ​ຈຳນວນ​ໜຶ່ງ​ທີ່​ຕັ້ງ​ຢູ່​ບໍ່​ເໝາະ​ສົມ ຢູ່​ໃກ້​ປ່າ​ດົງ​ທີ່​ຕຶບໜາ​ເກີນ​ໄປ, ພ້ອມ​
ດຽວ​ກັນ​ນີ້​ທາງ​ດ້ານ​ໜ້າ​ມີ​ຮົ້ວ ​ແຕ່​ກົງກັນຂ້າມ​ກັບ​ດ້ານ​ຫຼັງ​ພັດ​ມີ​ທາງ​ອອກ​ໄປ​ຫາ​ປ່າ
ໄມ້. ບັນຫາ​ດັ່ງກ່າວ​ນັ້ນ​ມັນ​ແມ່ນ​ການ​ເອື້ອ​ອຳນວຍ​ໃຫ້​ແກ່​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​
ສວຍໂອກາດ​ລັກລອບ​ຕັດ​ໄມ້​ເຂົ້າ​ໄປ​ທຳ​ການ​ຜະລິດ​ຢູ່​ໂຮງງານ​ໂດຍ​ບໍ່​ຖືກຕ້ອງ​
ຕາມກົດໝາຍ”
.

ສະໜາມຂອງໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ
ສະໜາມຂອງໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ

ທ່ານ ພູມີ ຍັງ​ໄດ້​ລາຍ​ງານຕໍ່​
ກອງ​ປະຊຸມ​ດ້ວຍ​ວ່າໃນ​ຊ່ວງ 6
ເດືອນ​ທີ່​ຜ່ານ​ມາ​ຂອງ​ແຜນການ
ປະຈຳ​ປີ 2010 – 2011 ນີ້
ກົມ​ກວດກາ​ປ່າ​ໄມ້​ສາມາດ​ຢຶດ
ຂອງ​ກາງ​ເປັນ​ໄມ້​ທ່ອນໄດ້ຈຳ
ນວນ 64,000 ກ່ວາ​ທ່ອນ,
ພ້ອມ​ດ້ວຍ​ໄມ້​ແປ​ຮູບ​ຫຼາຍກ່ວາ
324,000 ​ແຜ່ນ, ​ໄມ້​ຄ້ຳ​ແບບ
50 ພັນ​ກ່ວາ​ລຳ, ຍານ​ພະຫາ
ນະ 200 ກ່ວາຄັນ, ຈັກ​ສຳລັບ
ຕັດ​ໄມ້ 164 ​ເຄື່ອງ ​ແລະມີ​ປ່າ​ໄມ້​ຖືກ​ບຸກລຸກ​ກ້ວາງ​ກ່ວາ 7,200 ​ເຮັກ ຕາ​ໃນ 8 ​ແຂວງ.

ນອກຈາກ​ນີ້​ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ​ກໍ່​ຄືການ​ທີ່​ປະກົດ​ວ່າໄດ້​ມີ​ການ​ລັກລອບ​ຕັດ​ໄມ້​ໃນ
ເຂດ​ປ່າ​ສະຫງວນແຫ່ງ​ຊາດ​ນັບ​ມື້ເພີ່ມ​ຫຼາຍ​ຂຶ້ນ​ໂດຍ​ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​ຫຼາຍ​ທີ່​ສຸດ​
ນັ້ນ​ກໍ​ຄື​ແຂວງ​ວຽງ​ຈັນ, ສາລະ​ວັນ, ບໍ່​ແກ້ວ, ຫົວພັນ, ​ໄຊ​ຍະ​ບູລີ, ຫຼວງ​ນ້ຳ​ທາ, ຈຳປາ​ສັກ
ແລະ ຜົ້ງ​ສາລີ.

ປ່າໄມ້ອຸດສາຫະກໍາ ໃນລາວ
ປ່າໄມ້ອຸດສາຫະກໍາ ໃນລາວ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ປະກົດ​ວ່າ​
ມີ​ເຈົ້າໜ້າທີ່​ລາວ​ຈໍານວນ​ບໍ່ໜ້ອຍ
ຕ່າງ​ກໍບໍ່​ໄດ້​ໃຫ້​ຄວາມ​ສໍາຄັນ​ໃນ
ການຮັກສາດູ​ແລ​ຂອງ​ກາງ​ທີ່​ຢຶດ
ໄດ້ຈາກ​ຜູ້​ກະທໍາ​ຄວາມ​ຜິດນັ້ນ ​
ກໍເປັນ​ຜົນ​ເຮັດ​ໃຫ້ລັດຖະບານ
ລາວ​ຕ້ອງ​ສູນ​ເສຍ​ຜົນ​ປະ​ໂຫຍ​ດ
ທີ່​ຄວນ​ຈະ​ໄດ້ຮັບຈາ​ກການ​ຂາຍ
ໄມ້ ​ຫຼືຂ​ອງກາງ​ເຫຼົ່າ​ນັ້ນ​ອີກ​ດ້ວຍ.

ນອກຈາກນັ້ນ ບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າໄດ້ມີການລັກລອບຕັດໄມ້ໃນເຂດ ປ່າສະຫງວນນັບມື້ເພີ່ມຫຼາຍຂຶ້ນ, ໂດຍພື້ນທີ່ ທີ່ມີການລັກລອບຕັດໄມ໊ຫຼາຍທີ່ສຸດກໍ່ຄື:
ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ອັດຕະປື, ຊຽງຂວາງ, ອຸດົມໄຊ ແລະ
ຜົ້ງສາລີ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມ
ແມ່ນ້ຳຂອງໄດ້ລາຍງານວ່າ: ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນໃນລາວຫຼາຍ
ທີ່ສຸດກໍຄື ເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດນາມ, ຈີນ ແລະ ໄທ, ຊຶ່ງຄາດວ່າ
ໄດ້ມີການລັກລອບຕັດໄມ້ ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວໃນປະລິ
ມານຫລາຍ​ກວ່າ 200,000 ແມັດກ້ອນໃນແຕ່ລະປີ.

ພາບຂອງພູຜານັງໃນເຂດ ເໜືອຂອງແຂວງວຽງຈັນທີ່ ຖືກຄົນຕັດໄມ້ຈົນຈະໝົດ ແລ້ວ
ພາບຂອງພູຜານັງໃນເຂດ ເໜືອຂອງແຂວງວຽງຈັນທີ່ ຖືກຄົນຕັດໄມ້ຈົນຈະໝົດ ແລ້ວ

ທັງນີ້ ຈາກການສຳຫຼວດສະພາບປ່າໄມ້ໃນລາວເມື່ອປີ
1992 ພົບວ່າ ລາວມີອັດຕາ ຄວາມໜາແໜ້ນຂອງປ່າໄມ້
ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດ
ຕາຄວາມໜາແໜ້ນຂອງປ່າໄມ້ກໍ່ໄດ້ຫຼຸດລົງສູ່ລະດັບ 41%
ໃນປີ 2002 ແລະ ໃນປັດຈຸບັນນີ້ກໍເຊື່ອວ່າ ສະພາບປ່າໄມ້
ຂອງລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງແຕ່ບໍ່ເກີນ 35%
ຂອງພື້ນທີ່ທັງໝົດເທົ່ານັ້ນ. ເຖິງແມ່ນວ່າທາງການລາວຈະ
ເຊື່ອວ່າມີຢູ່ເຖິງ 53% ກໍຕາມ.

ແຕ່​ຢ່າງ​ໃດ​ກໍຕາມ ດ້ວຍ​ກາ​ນສົ່ງ​ເສີມ​ໃຫ້​ພາກ​ເອກະຊົນ​ດຳ
ເນີນ​ໂຄງການລົງທຶນ​ປູກຕົ້ນໄມ້​ອຸດສາຫະກໍາ​ແປ​ຮູບ​ຢ່າງ
ຕັ້ງໜ້ານັ້ນ ກໍ​ເຮັດ​ໃຫ້​ທາງ​ການ​ລາວເຊື່ອໝັ້ນວ່າ ຈະ​ເປັນ​ຜົນ​ເຮັດ​ໃຫ້ປ່າ​ໄມ້ລາວ​ມີ​ລະດັບ​
ຄວາມໜາແໜ້ນ​ເພີ້ມຂຶ້ນ​ເປັນ 70% ຂອງ​ພື້ນທີ່​ທັງໝົດຂອງ​ປະ​ເທດ​ໃຫ້​ໄດ້​ໃນ​ປີ 2020.

XS
SM
MD
LG