ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາວສາມາດຢຶດໄມ້ ແລະເຄື່ອງມືຕັດໄມ້ເຖື່ອນ ໄດ້ຫຼາຍຂຶ້ນ


Iສະໜາມຂອງໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ
Iສະໜາມຂອງໄມ້ທີ່ຖືກລັກລອບຕັດຢ່າງຜິດກົດໝາຍ

ຕໍາ​ຫຼວດ​ປ່າ​ໄມ້​ລາວ​ສາມາດ​ຢຶດ​ໄມ້ແລະເຄື່ອງມື​ຕ່າງໆຈາກ​ກຸ່ມລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​​ ເຖື່ອນ​ໄດ້​ຫຼາຍ​ຂຶ້ນ​ ໃນ​ຂະນະ​ທີ່​ພາກ​ລັດກໍ່ຕ້ອງ​ສູນ​ເສຍ​ລາຍ​ໄດ້​ຈາກການ​ຂາຍ​ໄມ້ຫຼາຍ​ຂຶ້ນ​ ອີກ​ດ້ວຍ.

ກະຊວງ​ກະສິກໍາ-ປ່າ​ໄມ້​ລາວ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​
ປຶກສາ​ຫາລື ​ແລະຖອດ​ຖອນ​ບົດຮຽນທີ່​ກ່ຽວກັບ​ການ​ຄຸ້ມ​ຄອງ ​ແລະກວດກາ​ປ່າ​ໄມ້​ໃນ​ທົ່ວ​ປະ​ເທດ​ເມື່ອ​ບໍ່​ນານ​ມາ​ນີ້​ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສີ​ຕາ​ເຮັງ ລາດ​ຊະ​ພົນ, ລັດຖະມົນຕີ​ວ່າການ​ກະຊວງ​ດັ່ງກ່າວ. ​ໂດຍ​ການ​ປະຊຸມ​ໃນ​ຄັ້ງ​ນີ້​ໄດ້​ມີ​ການ​ຍອມຮັບວ່າ ການ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ເຖື່ອນ ຫຼືບໍ່​ໄດ້ຮັບອະ​ນຸຍາດ​ນັ້ນ​ຍັງ​ຄົງ​ເປັນ​ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງຍິ່ງ.

ທ່ານ ສີຕາເຮັງ ລາດຊະພົນ, ລັດຖະມົນຕີ ກະຊວງກະຊວງກະສິກໍາ-ປ່າໄມ້ລາວ
ທ່ານ ສີຕາເຮັງ ລາດຊະພົນ, ລັດຖະມົນຕີ ກະຊວງກະຊວງກະສິກໍາ-ປ່າໄມ້ລາວ

ທັງນີ້​ ໂດຍ​ສະ​ເພາະແມ່ນໃນ​ຊ່ວງ 6 ​ເດືອນທີ່​ຜ່ານ​ມາ​ຂອງ​ແຜ​ນການ​ປະ​ຈໍາປີ 2010-2011 ນີ້​ກໍປະກົດ​ວ່າ​ໄດ້​ມີ​ການກວດ​ຢຶດຂອງ​ກາງ​ໄດ້​ຈາກ​ກຸ່ມ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ເຖື່ອນ​ໄດ້​ຫຼາຍ​ຂຶ້ນ​. ໂດຍ​ຂ​ອງກາງ​ທີ່​ຢຶດ​ໄດ້​ນັ້ນ​ກໍ​ເປັນ​ໄມ້​ທ່ອນ​ຈໍານວນ 10,597 ທ່ອນ​ ຫຼື​ເກືອ​ບ 9,000 ​ແມັດ​ກ້ອນ ພ້ອມ​ດ້ວຍ​ໄມ້​ແປຮູບຫຼາຍ​ກວ່າ 65,000 ​ແຜ່ນ, ລົດ​ບັນທຸກ 37 ຄັນ, ຈັກສໍາລັບ​ຕັດ​ໄມ້ 10 ​ເຄື່ອງ ​ແລະ ​ອາ​ວຸດ​ປືນ 354 ກະບອກ​ ເຊິ່ງຂອງກາງ​ທັງ​ໝົດນີ້​ເປັນ​ການ​ຢຶດ​ໄດ້​ຈາກ​ການ​ຈັບ​ກຸມ​ຜູ້​ກະທໍາ​ຄວາມ​ຜິດ​ເຖິງ 159 ກໍລະນີ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ປະກົດ​ວ່າ​ມີ​ເຈົ້າໜ້າທີ່​ລາວ​ຈໍານວນ​ບໍ່ໜ້ອຍຕ່າງ​ກໍບໍ່​ໄດ້​ໃຫ້​ຄວາມ​ສໍາ​ຄັນ​ໃນ​ການຮັກສາດູ​ແລ​ຂອງ​ກາງ​ທີ່​ຢຶດ​ໄດ້ຈາກ​ຜູ້​ກະທໍາ​ຄວາມ​ຜິດນັ້ນ ​ກໍເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູນ​ເສຍ​ຜົນ​ປະ​ໂຫຍ​ດ ທີ່​ຄວນ​ຈະ​ໄດ້ຮັບຈາ​ກການ​ຂາຍ​ໄມ້ ​ຫຼືຂ​ອງກາງ​ເຫຼົ່າ​ນັ້ນ​ອີກ​ດ້ວຍ ດັ່ງ​ເຈົ້າໜ້າທີ່​ໃນ​ກົມ​ປ່າ​ໄມ້​ລາວ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“ຈໍານວນໄມ້ທີ່ວ່າລັດຢຶດມານັ້ນ ບໍ່ທັນໄດ້ຮັບການຂາຍອອກ ແລະ ຖືກຢາຍໄວ້
ກອງໄວ້ ຕາກແດດ ຕາກຝົນມາເປັນເວລາສອງປີກວ່າແລ້ວ ແລະໄມ້ຈຳນວນນຶ່ງ
ກະກາຍເປັນໄມ່ເສຍຄຸນ ຕົກເກດ ຊໍ້າບໍ່ໜໍາກະຍັງມີຄົນບໍ່ດີຈຳນວນນຶ່ງມາລັກ
ຊໍ້າສອງ ເທື່ອທີນຶ່ງແມ່ນລັກແລ້ວ ລັດຢຶດມາກອງໄວ້ ກໍຍັງມີຄົນບໍ່ດີຈຳນວນນຶ່ງ
ມາ​ລັກ​ເປັນຄັ້ງທີສອງ”

ນອກຈາກນັ້ນ ບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າ ໄດ້ມີການລັກລອບຕັດໄມ້ໃນເຂດ ປ່າສະຫງວນນັບມື້ເພີ່ມຫຼາຍຂຶ້ນ, ໂດຍພື້ນທີ່ ທີ່ມີການລັກລອບຕັດໄມ໊ຫຼາຍທີ່ສຸດກໍ່ຄື: ແຂວງ
ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ອັດຕະປື, ຊຽງຂວາງ, ອຸດົມໄຊ ແລະຜົ້ງສາລີ.

ການລໍາລຽງຂົນສົ່ງໄມ້ ທ່ອນອອກໄປຂາຍຕ່າງ ປະເທດ
ການລໍາລຽງຂົນສົ່ງໄມ້ ທ່ອນອອກໄປຂາຍຕ່າງ ປະເທດ

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາ
ກອນທໍາມະຊາດໃນເຂດລຸ່ມແມ່ນ້ຳຂອງໄດ້ລາຍງານວ່າ:
ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນໃນລາວ
ຫຼາຍທີ່ສຸດກໍຄື ເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດ
ນາມ, ຈີນ ແລະ ໄທ, ຊຶ່ງຄາດວ່າ ໄດ້ມີການລັກລອບຕັດ
ໄມ້ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວ
ໃນປະລິມານຫລາຍ​ກວ່າ 200,000 ແມັດກ້ອນໃນແຕ່ລະປີ.

ທັງນີ້ ຈາກການສໍາຫຼວດສະພາບປ່າໄມ້ໃນລາວເມື່ອປີ 1992 ພົບວ່າ ລາວມີອັດຕາ ຄວາມໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດD ຫາກແຕ່ວ່າອັດຕາ
ຄວາມໜາແໜ້ນຂອງປ່າໄມ້ກໍ່ໄດ້ຫຼຸດລົງສູ່ລະດັບ 41% ໃນປີ 2002 ແລະ ໃນປັດຈຸບັນ
ນີ້ກໍເຊື່ອວ່າ ສະພາບປ່າໄມ້ຂອງລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງແຕ່ບໍ່ເກີນ 35%
ຂອງພື້ນທີ່ທັງໝົດເທົ່ານັ້ນ. ເຖິງແມ່ນວ່າທາງການລາວຈະເຊື່ອວ່າມີຢູ່ເຖິງ 53% ກໍຕາມ.

ແຕ່​ຢ່າງ​ໃດ​ກໍຕາມ ດ້ວຍ​ກາ​ນສົ່ງ​ເສີມ​ໃຫ້​ພາກ​ເອກະຊົນ​ດຳ​ເນີນ​ໂຄງການລົງທຶນ​ປູກຕົ້ນໄມ້​ອຸດສາຫະກໍາ​ແປ​ຮູບ​ຢ່າງ​ຕັ້ງໜ້ານັ້ນ ກໍ​ເຮັດ​ໃຫ້​ທາງ​ການ​ລາວເຊື່ອໝັ້ນວ່າ ຈະ​ເປັນ​ຜົນ​ເຮັດ​ໃຫ້ປ່າ​ໄມ້ລາວ​ມີ​ລະດັບ​ຄວາມໜາແໜ້ນ​ເພີ້ມຂຶ້ນ​ເປັນ 70% ຂອງ​ພື້ນທີ່​ທັງໝົດຂອງ​ປະ​ເທດ​ໃຫ້​ໄດ້​ໃນ​ປີ 2020.

XS
SM
MD
LG