ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ລາວ ຈະເລັ່ງການພັດທະນາ ຊັບພະຍາກອນມະນຸດ


ບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມຕ້ອງການແຮງງານທີ່ ມີຝີມືເກີນກວ່າ 60,000 ຄົນ ໃນໄລຍະນີ້ຈົນເຖິງປີ 2017.
ບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມຕ້ອງການແຮງງານທີ່ ມີຝີມືເກີນກວ່າ 60,000 ຄົນ ໃນໄລຍະນີ້ຈົນເຖິງປີ 2017.

ລັດຖະບານ ລາວ ຕ້ອງການຈະເລັ່ງການຈັດຕັ້ງປະຕິບັດແຜນການພັດທະນາຊັບພະຍາ ກອນມະນຸດ ແລະ ຍົກລະດັບຝີມືແຮງງານ ລາວ ໃຫ້ໄດ້ມາດຕະຖານສາກົນ ແຕ່ຍັງປະ ເຊີນກັບການຂາດເຂີນງົບປະມານຢ່າງໜັກ.

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ແລະ ປະທານສູນກາງແນວລາວສ້າງຊາດ ຖະແຫຼງຍອມຮັບວ່າການຈັດຕັ້ງປະຕິບັດ ວຽກງານໃນດ້ານຕ່າງໆ ເພື່ອໃຫ້ສາມາດບັນລຸເປົ້າໝາຍໃນການເຮັດໃຫ້ ລາວ ຫຼຸດພົ້ນ ຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງນັ້ນຍັງມີບັນຫາທ້າທາຍໃນຫຼາຍໆດ້ານ ໂດຍສະເພາະແມ່ນການຂາດແຄນຊັບພະຍາກອນມະນຸດທີ່ຈະຕ້ອງເລັ່ງການພັດທະນາ ຢ່າງຮີບດ່ວນ ຫາກແຕ່ລັດຖະບານ ລາວ ກໍຍັງປະເຊີນກັບການຂາດເຂີນໃນດ້ານງົບປະ ມານຢ່າງໜັກໃນເວລານີ້ ດັ່ງທີ່ທ່ານໃຫ້ການຢືນຢັນວ່າ.

"ຄວາມຫຍຸ້ງຍາກ ສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ພື້ນຖານເສດຖະກິດຍັງອ່ອນດ້ອຍ ຂອງພວກເຮົາ ການສະໜອງກັບຄວາມຕ້ອງການບໍ່ສາມາດດຸ່ນດ່ຽງກັນໄດ້ແລ້ວເສດຖະ ກິດຂອງພວກເຮົາກໍຍັງບອບບາງ ທັນມີຄວາມເຂັ້ມແຂງ ບັນຫາໜີ້ສິນກໍຍັງຫຼວງຫຼາຍ ຄຽງຄູ່ກັນນັ້ນ ພວກເຮົາຍັງຂາດເຂີນຊັບພະຍາກອນມະນຸດທີ່ມີຄຸນນະພາບ ນັບທັງ ຂາດເຂີນກຳມະກອນນາຍຊ່າງທີ່ມີຝີມືແຮງງານດີ ທີ່ຈະມານຳພາພັດທະນາປະເທດ ຊາດ."

ແຕ່ຢ່າງໃດກໍຕາມ ກະຊວງແຮງງານ ແລະ ສະວັດດີການສັງຄົມ ກໍຄາດຫວັງວ່າການທີ່ ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບຮອງ ເອົາຖະແຫຼງການວຽງຈັນ ວ່າດ້ວຍການຫັນການຈ້າງງານນອກລະບົບໄປສູ່ການຈ້າງງານ ໃນລະບົບສົ່ງເສີມວຽກທີ່ມີ ຄຸນຄ່າ ແລະ ເປັນທຳໃນ ອາຊຽນ ເມື່ອຕົ້ນປີ 2016 ນີ້ຈະເປັນ ຜົນເຮັດໃຫ້ຕ້ອງມີການເລັ່ງຈັດຕັ້ງປະຕິບັດໂຄງງານພັດທະນາເພື່ອຍົກລະດັບຝີມືແຮງ ງານ ລາວ ໃຫ້ໄດ້ມາດຕະຖານຂອງ ອາຊຽນ ແລະ ສາກົນຫຼາຍຂຶ້ນ.

ທັງນີ້ໂດຍຕາມແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ນັ້ນລັດຖະ ບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາຫຼັກສູດເພື່ອສ້າງແຮງງານທີ່ມີ ຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນສຳລັບຕອບສະໜອງໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ ລົງທຶນໃນ ລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມືແຮງງານໃໝ່ໃຫ້ໄດ້ໃນ 25 ອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານຝີມືແຮງງານ 27 ສາຂາອາຊີບໃຫ້ກັບແຮງງານ ລາວ 12,500 ຄົນເພື່ອໃຫ້ສາມາດໄປທຳງານໄດ້ໃນທຸກ ປະເທດໃນ ອາຊຽນ ດ້ວຍກັນ.

ແຕ່ຢ່າງໃດກໍຕາມ ການທີ່ ລາວ ຕ້ອງປະເຊີນໜ້າກັບບັນຫາຂາດແຄນແຮງງານມີຝີມື ແລະ ບໍ່ສາມາດຕອບສະໜອງແຮງງານມີຝີມືໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງພຽງພໍນັ້ນກໍເຮັດໃຫ້ທາງການ ລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດຕ່າງຊາດຈ້າງ ແຮງງານມີ ຝີມືຈາກຕ່າງປະເທດໄດ້ຈຳນວນຫຼາຍໝື່ນ ແລະ ການທີ່ແຮງງານ ລາວ ສ່ວນ ຫຼາຍກໍໄດ້ພາກັນເດີນທາງໄປທຳງານຢູ່ໃນປະເທດ ໄທ ກໍຍັງເຮັດໃຫ້ເກີດບັນຫາຂາດ ແຄນແຮງງານຫຼາຍຂຶ້ນນັບມື້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ຍັງປາກົດວ່າມີແຮງງານຈາກ ຫວຽດນາມ ແລະ ຈີນ ເຂົ້າມາທຳງານຢ່າງບໍ່ ຖືກຕ້ອງໃນ ລາວ ເພີ່ມຂຶ້ນນັບມື້ເຊັ່ນດຽວກັນ ຊຶ່ງກໍເຮັດໃຫ້ທາງການ ລາວ ຕ້ອງດຳເນີນ ການຂຶ້ນທະບຽນ ແລະ ອອກບັດອະນຸຍາດໃຫ້ກັບບັນດາແຮງງານຕ່າງຊາດຫຼາຍກວ່າ 30,000 ຄົນ ນັບຕັ້ງແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາ.

ແຕ່ຢ່າງໃດກໍຕາມ ທ່ານ ສົມພຽນ ໄຊຍະເດດ ຮອງປະທານສະມາຄົມອຸດສາຫະກຳຕັດ ຫຍິບ ລາວ ຍອມຮັບວ່າ ການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະ ສັກສຳຄັນຕໍ່ການພັດທະນາອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ ຊຶ່ງຈະ ເຫັນໄດ້ຈາກຈຳນວນໂຮງງານຕັດຫຍິບທີ່ຫຼຸດຈາກ 110 ໂຮງງານໃນເດືອນກຸມພາ 2015 ເປັນ 99 ໂຮງງານໃນປະຈຸບັນນີ້.

ທັງນີ້ໂດຍຄາດໝາຍວ່າບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມຕ້ອງການແຮງງານທີ່ ມີຝີມືເກີນກວ່າ 60,000 ຄົນໃນໄລຍະນີ້ຈົນເຖິງປີ 2017 ແຕ່ໃນຄວາມເປັນຈິງກໍປາກົດ ວ່າຢູ່ໃນ ລາວ ມີແຮງງານທີ່ຕອບສະໜອງໄດ້ພຽງ 31,000 ກວ່າຄົນເທົ່ານັ້ນ ຊຶ່ງດ້ວຍສະ ພາບການດັ່ງກ່າວນີ້ກໍຍັງເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນເສື້ອຜ້າສຳເລັດຮູບ ຂອງ ລາວ ຫຼຸດລົງຫຼາຍກວ່າ 201 ລ້ານໂດລາ ໃນປີ 2013 ລົງມາເປັນ 186 ລ້ານໂດລາ ໃນ ປີ 2014 ແລະ ຫຼຸດລົງເປັນ 174 ລ້ານໂດລາໃນປີ 2015 ຊຶ່ງຫຼຸດລົງເກີນກວ່າ 13 ເປີ ເຊັນທຽບໃສ່ປີ 2013 ທັງຍັງຈະຫຼຸດລົງຕື່ມອີກໃນຕະຫຼອດປີ 2016 ນີ້ອີກດ້ວຍ.

XS
SM
MD
LG