ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທາງການ ລາວ ຈະດັດແກ້ດຳລັດນາຍົກ ລັດຖະມົນຕີ ເພື່ອສົ່ງເສີມ ການລົງທຶນໃນ ເຂດເສດຖະກິດ ພິເສດ


ຕົວຢ່າງເຂດເສດຖະກິດພິເສດ ບໍ່ເຕັນ ລາວ-ຈີນ.
ຕົວຢ່າງເຂດເສດຖະກິດພິເສດ ບໍ່ເຕັນ ລາວ-ຈີນ.

ທາງການ ລາວ ໄດ້ດັດແກ້ດຳລັດນາຍົກລັດຖະມົນຕີ ເພື່ອສົ່ງເສີມໃຫ້ເອກະຊົນ ລາວ
ແລະ ຕ່າງປະເທດເຂົ້າມາລົງທຶນໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ
ເພາະໃນ ລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຖະ
ແຫຼງຢືນຢັນວ່າ ການດັດແກ້ດຳລັດນະຍົກລັດຖະມົນຕີເລກທີ 443/ນຍ ວ່າດ້ວຍການ
ພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດຄັ້ງນີ້ມີເປົ້າໝາຍທີ່ຈະໃຫ້ການສົ່ງເສີມ
ເພື່ອດຶງດູດການລົງທຶນຂອງທັງເອກະຊົນ ແລະ ຕ່າງຊາດໃຫ້ເຂົ້າມາໃນເຂດເສດຖະ
ກິດພິເສດ ແລະ ເຂດເສດຖະກິດສະເພາະໃນ ລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ທັງນີ້ ໂດຍແນໃສ່ການແກ້ໄຂບັນຫາທີ່ຈັດຕັ້ງປະຕິບັດບໍ່ທັນໄດ້ດີໃນ 4 ດ້ານດ້ວຍກັນ ດັ່ງທີ່
ທ່ານ ຄຳລຽນ ໄດ້ໃຫ້ການອະທິບາຍວ່າ.

"ນິຕິກຳ ກ່ຽວກັບ ເຂດເສດຖະກິດພິເສດທີ່ມີໃນປັດຈຸບັນ ຍັງບໍ່ທັນໜັກແໜ້ນພຽງພໍ
ເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງພົບຄວາມຫຍຸ້ງຍາກ ໂດຍສະເພາະການສ້າງ
ຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນ ອັນດັບທີ 2 ນີ້ ກໍແມ່ນການຈັດສັນ ແລະ ການກຳ
ນົດເນື້ອທີ່ດິນ ເພື່ອພັດທະນາເຂດເສດຖະກິດພິເສດຍັງພົບຄວາມຫຍຸ້ງຍາກ, ອັນ
ດັບທີ 3 ແມ່ນການສ້າງ ແລະ ສະໜອງ ແຮງງານເພື່ອປ່ຽນແທນແຮງງານຕ່າງປະ
ເທດຍັງບໍ່ທັນເປັນລະບົບ ການສ້າງໂຄງການທີ່ມີ ສ່ວນຮ່ວມກັບປະຊາຊົນໃນທ້ອງ
ຖິ່ນ ໂດຍສະເພາະການຜະລິດເພື່ອສະໜອງເຄື່ອງອຸປະໂພກ- ບໍລິໂພກໃຫ້ແກ່
ຄວາມຕ້ອງການ ກໍຍັງເຮັດໃຫ້ບໍ່ທັນໄດ້ດີ."


ໂດຍດຳລັດນາຍົກລັດຖະມົນຕີເລກທີ 443/ນຍ ໄດ້ປະກາດບັງຄັບໃຊ້ນັບຕັ້ງແຕ່ປີ
2010 ເປັນຕົ້ນມາປະກອບດ້ວຍການປະກາດບັງຄັບໃຊ້ກົດໝາຍວ່າດ້ວຍການສົ່ງ
ເສີມການລົງທຶນ ສະບັບປັບປຸງໃນທ້າຍປີ 2016 ຈຶ່ງເຮັດໃຫ້ຕ້ອງດັດແກ້ດຳລັດນາຍົກ
ລັດຖະມົນຕີ ເລກທີ 443/ນຍ ໃຫ້ສອດຄ້ອງກັບສະພາບການຕົວຈິງໃນປັດຈຸບັນດ້ວຍ
ເຊັ່ນກັນ. ທັງນີ້ໂດຍດຳລັດວ່າດ້ວຍເຂດເສດຖະກິດພິເສດສະບັບປັບປຸງມີ 13 ໝວດ
62 ມາດຕາທີ່ໄດ້ບັນຍັດ ກ່ຽວກັບ ການສ້າງຕັ້ງ ແລະ ການລົງທຶນນະໂຍບາຍສົ່ງເສີມ ການລົງທຶນສຳລັບຜູ້ພັດທະນາ ແລະ ຜູ້ລົງທຶນ ແລະ ກົງຈັກການຈັດຕັ້ງຂັ້ນມະຫາ
ພາກ ແລະ ຈຸລະພາກ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການ
ລົງທຶນ ໄດ້ຢືນຢັນວ່າ ມາດຕະການສຳຄັນທີ່ລັດຖະບານ ລາວ ຈະນຳໃຊ້ ເພື່ອດຶງດູດ
ການລົງທຶນຂອງເອກະຊົນ ລາວ ແລະ ຕ່າງຊາດໃຫ້ໄດ້ຫຼາຍຂຶ້ນນັບມື້ ກໍຄືການຍົກ
ເວັ້ນອາກອນກຳໄລເປັນເວລາ 10 ປີ ໂດຍມີເງື່ອນໄຂວ່າບໍລິສັດເອກະຊົນຈະຕ້ອງລົງ
ທຶນຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະເທົ່ານັ້ນ ແລະ ຫຼັງ
ຈາກຄົບກຳນົດ 10 ປີແລ້ວນັ້ນ ຈຶ່ງຈະມີການຈັດເກັບພາສີກຳໄລໃນອັດຕາສະເລ່ຍດຽວ
ກັນກັບບໍລິສັດເອກະຊົນທີ່ລົງທຶນຢູ່ໃນເຂດອື່ນໆ ກໍຄືໃນອັດຕາ 24 ເປີເຊັນຕໍ່ໄປ.

ໂດຍໃນປັດຈຸບັນ ການລົງທຶນໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ
ເພາະທັງ 13 ແຫ່ງຂອງ ລາວ ມີມູນຄ່າລວມຫຼາຍກວ່າ 4,000 ລ້ານໂດລາ ໂດຍເປັນ
ການລົງທຶນຂອງເອກະຊົນ ລາວ ແລະ ຕ່າງຊາດ 500 ກວ່າລາຍ ແບ່ງເປັນການລົງທຶນ
ໃນພາກບໍລິການ 40 ເປີເຊັນ, ອຸດສາຫະກຳ 32 ເປີເຊັນ ແລະ ການຄ້າ 28 ເປີເຊັນ ມີການຈ້າງງານຫຼາຍກວ່າ 22,000 ຄົນ.

ທາງດ້ານກະຊວງແຜນການ ແລະ ການລົງທຶນລາຍງານວ່າ ບໍລິສັດຈາກ ຈີນ ເປັນຜູ້ລົງ
ທຶນອັນດັບ 1 ຈາກທັງໝົດ 53 ປະເທດທີ່ລົງທຶນໃນ ລາວ ທີ່ມີມູນຄ່າລວມຫຼາຍກວ່າ
28,000 ລ້ານໂດລາ ໂດຍສາເຫດທີ່ເຮັດໃຫ້ບໍລິສັດຈາກ ຈີນ ມີການລົງທຶນໃນ ລາວ ຫຼາຍທີ່ສຸດນັ້ນ ເພາະວ່າທາງການ ລາວ ກັບ ຈີນ ໄດ້ຕົກລົງເສີມຂະຫຍາຍການຮ່ວມ
ມືກັນຢ່າງຮອບດ້ານ ໂດຍການສ້າງແຜນແມ່ບົດການຮ່ວມມືທາງເສດຖະກິດ ແລະ ເທັກນິກເພື່ອຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2016-2020 ອັນເປັນປີທີ່ລັດຖະບານ
ລາວ ໄດ້ວາງຄາດໝາຍວ່າ ຈະນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະ
ນາໃຫ້ໄດ້ຢ່າງແທ້ຈິງນັ້ນ.

ໂດຍການລົງທຶນຂອງບໍລິສັດເອກະຊົນ ຈີນ ໃນ ລາວ ມີເຖິງ 765 ໂຄງການ ມີມູນຄ່າ
ການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາທີ່ເນັ້ນໜັກໃນພາກກະສິກຳ-ປ່າໄມ້, ພາກພະລັງງານ ໂດຍສະເພາະແມ່ນການກໍ່ສ້າງເຂື່ອນ, ການຂຸດຄົ້ນແຮ່ທາດ ຊຶ່ງໃນນີ້
ກໍມີເຖິງ 234 ໂຄງການລົງທຶນໃນເຂດເສດຖະກິດພິເສດ.

XS
SM
MD
LG