ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທາງ​ການ​ລາ​ວ ບໍ່ອະນຸຍາດໃຫ້ ​ເຍົາວະ​ຊົນ ອາຍຸ​ຕ່ຳກວ່າ 18 ປີ ຂ້າມໄປໄທ ຕາມລຳພັງ


ການຖະແຫລງຂ່າວຮ່ວມ ຂອງກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 20 / GBC-20 ຢູ່ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້.
ການຖະແຫລງຂ່າວຮ່ວມ ຂອງກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 20 / GBC-20 ຢູ່ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້.

ທາງ​ການ​ລາ​ວດຳ​ເນີນ​ມາດ​ຕະການ​ບໍ່​ອະ​ນຸຍາດ​ໃຫ້​ເຍົາວະ​ຊົນ
​ລາວ​ອາຍຸ​ຕ່ຳກວ່າ 18 ປີ​ເດີນ​ທາງ​ໄປ​ໄທ ຖ້າ​ຫາກ​ວ່າ​ບໍ່​ມີ​ຜູ້​ປົກ
ຄອງ​ເດີນທາງ​ໄປ​ດ້ວຍ ທັງ​ນີ້​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ
ຂອງການ​ຄ້າ​ມະນຸດ.

ກະຊວງ​ປ້ອງ​ກັນ​ຄວາມ​ສະ​ງົບ ​ໄດ້​ເລີ້ມ​ການຈັດຕັ້ງປະຕິບັດ​ມາດ​ຕະການ​ບໍ່​ອະນຸຍາດ​ໃຫ້​
ເຍົາວະ​ຊົນ​ລາວ​ທີ່​ອາຍຸ​ຕ່ຳ​ກວ່າ 18 ປີ ​ເດີນທາງ​ໄປ​ໄທ​ໂດຍ​ລຳພັງ ຢ່າງເດັດຂາດ​ເມື່ອບໍ່
ນານ​ມາ​ນີ້ ຊຶ່ງ​ຖື​ເປັນ​ມາດ​ຕະການ​ທີ່​ໄດ້​ຈັດຕັ້ງປະຕິບັດ​ຮ່ວມ​ກັນ​ກັບ​ທາງ​ການ​ໄທ ພາຍໃຕ້ ​
ເປົ້າໝາຍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຍົາວະ​ຊົນ​ລາວ​ຕ້ອງ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ
​ຢູ່​ໃນ​ປະ​ເທດ​ໄທ ​ໂດຍ​ສະ​ເພາະ​ແມ່ນ​ເຍົາວະ​ຊົນ​ລາວ​ເພດ​ວຍິງ​ນັ້ນ ຖື​ເປັນ​ກຸ່ມ​ປະຊາ​ກອນ
ລາວ​ທີ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ ​ແລະ​ຖືກ​ບີບບັງຄັບ​ໃຫ້ຕ້ອງຂາຍ ​ບໍລິການ​ທາງ​ເພດ ຢູ່​ໃນ​ໄທ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ​ສຳ​ຫລັລ​ເຍົາວະ​ຊົນ​ລາວ ທີ່​ມີ​ພໍ່​ແມ່ຫຼື​ຜູ້​ປົກຄອງ​ເດີນທາງ​ໄປ​ດ້ວຍ​ນັ້ນ
ກໍ​ຍັງ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ເດີນທາງ​ໄປ​ໄທ​ໄດ້​ຕາມ​ປົກກະຕິ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້
ຫຼາຍພາກສ່ວນ​ຫວັ່ນ​ເກງ​ວ່າ ການ​ດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ນີ້ ອາດ​ຈະ​ບໍ່​ມີ​ປະສິດທິ​
ຜົນ​ໃນ​ການຈັດຕັ້ງປະຕິບັດ​ພາກ​ຕົວ​ຈິງ ຖ້າ​ຫາກ​ວ່າ​ພະນັກງານ​ຂອງ​ລັດຖະບານ​ລາວ ​
ແລະ ​ໄທ​ບໍ່​ຈິງ​ຈັງ​ ໃນ​ການກວດ​ສອບ​ເອກະສານ ​ແລະ​ໜັງສື​ເດີນທາງ​ຂອງ​ເຍົາວະ​ຊົນ​
ລາ​ວ ​ແ​ລະ​ຜູ້​ປົກຄອງ​ຢ່າງຮອບ​ຄອບ ​ເພາະ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ຂະ​ບວນການ​ຄ້າ​ມະນຸດ​ ສາມ​າດທີ່​ຈະ​ປອມ​ແປງ​ເອກະສານ​ໄດ້​ ຕະຫລອດ​ເວລາ​ນັ້ນ​ເອງ.

ເປົ້າໝາຍ​ຂອງມາດຕະການ ແມ່ນເພື່ອ​ປ້ອງ​ກັນ​ບໍ່ໃຫ້​ເຍົາວະ​ຊົນ​ລາວ​ ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ ມະນຸດ​ຢູ່​ໃນ​ປະ​ເທດ​ໄທ ​ໂດຍ​ສະ​ເພາະ​ແມ່ນ​ເຍົາວະ​ຊົນ​ລາວ​ເພດ​ວຍິງ​ນັ້ນ.
ເປົ້າໝາຍ​ຂອງມາດຕະການ ແມ່ນເພື່ອ​ປ້ອງ​ກັນ​ບໍ່ໃຫ້​ເຍົາວະ​ຊົນ​ລາວ​ ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ ມະນຸດ​ຢູ່​ໃນ​ປະ​ເທດ​ໄທ ​ໂດຍ​ສະ​ເພາະ​ແມ່ນ​ເຍົາວະ​ຊົນ​ລາວ​ເພດ​ວຍິງ​ນັ້ນ.

ກ່ອນ​ໜ້າ​ນີ້ ກະຊວງ​ແຮງ​ງານ ​ແລະ ​ສະ​ຫວັດ​ດີກາ​ນສັງຄົມຂອງ
​ລາວ ກໍ​ລາຍ​ງານ​ວ່າ ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ສຳນັກ​ບໍລິຫານ​
ແຮງ​ງານ​ຕ່າງ​ດ້າວ ກະຊວງ​ແຮງ​ງານ​ຂອງໄທ​ວ່າ ມີ​ແຮງ​ງານ​ລາວ
173,000 ກວ່າ​ຄົນ​ທີ່​ໄດ້​ແຈ້ງ​ຈົດ​ທະບຽນ​ເພື່ອ​ຂໍອະນຸຍາດ​ທຳ​ງານ​
ໃນ​ໄທ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຊຶ່ງເມື່ອ​ລວມກັບ​ຈຳນວນ​ແຮງ
​ງານ​ລາວ​ ທີ່​ໄດ້​ຮັບ​ອະ​ນຸຍາດ​ໃຫ້​ທຳ​ງານ​ຢ່າງ​ຖືກຕ້ອງ​ຢູ່​ໃນ​ໄທ​
ກ່ອນໜ້າ​ນີ້ ກໍຈະ​ໄດ້​ວ່າ​ມີ​ແຮງ​ງານ​ລາວ 256,000 ກວ່າ​ຄົນ ​ທີ່​
ທຳງານ ​ຢູ່ໄທ​ໃນ​ເວລາ​ນີ້.

​ແຕ່​ຢ່າງ​ໃດ​ກໍຕາມ ຖ້າ​ຫາກ​ອິງ​ຕາມ​ສະຖິຕິ​ຫລ້າ​ສຸດ ຂອງ​ສຳນັກ
​ບໍລິຫານ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ​ນັ້ນ ກໍ​ປາກົດ​ວ່າ​ ​ໃນ​ຈຳນວນແຮງ​ງານ​ລາວ 256,000
ກວ່າ​ຄົນ​ດັ່ງກ່າວ​ນີ້ ກໍ​ແບ່ງ​ອອກ​ເປັນ​ແຮງ​ງານ​ລາວ​ ທີ່​ໄດ້​ຜ່ານ​ການ​ພິສູດ​ສັນຊາດ ​ແລະ ​ໄດ້​
ຮັບ​ອະນຸຍາດໃຫ້​ທຳ​ງານ​ຢູ່​ໃນ​ໄທ​ຕໍ່​ໄປ​ຈຳນວນ 40,500 ຄົນ​ ​ແລະ​ອີກ 41,700 ກວ່າ​ຄົນ​
ເປັນ​ແຮງ​ງານ​ລາວ​ ທີ່​ສິ້ນສຸດ​ສັນຍາ​ຈ້າງ​ໃນ​ໄທ ​ນັບ​ແຕ່​ທ້າຍ​ເດືອນ​ສິງຫາ ທີ່​ຜ່ານ​ມາ​ແລ້ວ
ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ມີ​ແຮງ​ງານ​ລາວ​ທີ່​ໄດ້​ແ​ຈ້ງຈົດ​ທະ​ບຽນ​ໄວ້​ກັບ​ທາງ​ການ​ໄທ​ຈຳນວນ
173,000 ກວ່າ​ຄົນ​ເທົ່າ​ນັ້ນ ທີ່​ມີ​ສິດ​ຈະ​ໄດ້​ຮັບ​ການ​ພິສູດສັນຊາດເພື່ອ​ຂໍ​ທຳ​ງານ​ໃນ​ໄທ​ໄດ້
​ຕໍ່​ໄປ.

ກ່ອນໜ້າ​ນີ້ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ຖະ​ແຫລ​ງຢືນ​ຢັນ​ວ່າ ລັດຖະບານ​ໄທ ​ໄດ້​ສ້າງ​ຕັ້ງຄະນະ​ກຳມະການ​ບໍລິຫານ​ແຮງ​ງານ​ຕ່າງ​ດ້າວ​ເປັນ​ການສະ​
ເພາະ​ແລ້ວ ​ໂດຍ​ມາດ​ຕະການ​ທຳ​ອິດ ທີ່​ຕ້ອງ​ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວຍນທີ່​ສຸດ ຄື​ການ​ພິ
ສູດ​ສັນຊາດ​ຂອງ​ແຮງ​ງານ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ:

“​ໃນ​ເລື້ອງ​ຂອງ​ການ​ບໍລິຫານ​ຈັດການ​ແຮງ​ງານ​ຕ່າງ​ດ້າວ ມີ​ແຮງ​ງານ​ຕ່າງ​ດ້າວ​ຢູ່​
ຈຳນວນ​ປະມານ 9 ໝື່ນ​ຄົນ​ ທີ່​ຍັງ​ບໍ່​ໄດ້​ຢູ່​ໃນ​ການ​ຄວບ​ຄຸມ​ຢ່າງ​ຊັດ​ເຈນ ​ແລ້ວ​ກໍ​ສິ່ງ
​ທີ່​ເປັນ​ບັນຫາ​ໃນ​ຂະນະ​ນີ້ ກໍ​ຄື​ການ​ຄວບ​ຄຸມ​ແຮງ​ງານ​ທັງ​ເຊົ້າ​ໄປ-​ແລງ​ກັບ ທັງ​ຕາມ
​ລະດູ​ການ ​ແລ້ວ​ກໍ​ໃນ​ສ່ວນ​ຂອງ​ລາຍ​ປີ ບັນຫາ​ກໍ​ຄື​ການ​ລໍພິສູດ​ສັນຊາດ ຊຶ່ງ​ເຮົາຈຳ
​ເປັນ​ຈະ​ຕ້ອງຕັ້ງສູນ​ພິສູດ​ສັນ​ຊາດ ຂ້າພະ​ເຈົ້າຄິວ່າ ຈະ​ເລັ່ງ​ໃຫ້​ເສັດ​ໂດຍ​ໄວ ພາຍ​ໃນ​ລະຍະ​ເວລາ 1 ປີ.”

ຫາກ​ແຕ່ ອົງການ​ເຄືອ​ຂ່າຍ​ເພື່ອ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ແຮງ​ງານ​ລາວ ກຳປູ​ເຈຍ ​ແລະ​
ມຽນມາ ​ໃນ​ໄທ ກັບປະ​ເມີນ​ວ່າ​ມີ​ແຮງ​ງານ​ຈາກ 3 ປະ​ເທດ​ດັ່ງກ່າ​ວນີ້ ຢູ່ໃນ​ໄທຫຼາຍກວ່າ
4 ລ້ານ​ຄົນ​ໂດຍ 80 ​ເປີ​ເຊັນ ​ເປັນ​ແຮງ​ງານ​ມຽນມາ ສ່ວ​ນທີ່​ເຫຼືອ​ເປັນ​ແຮງ​ງານ​ລາວ ​ແລະ
ກຳ​ປູ​ເຈຍ ປະ​ເທດ​ລະ 4 ​ແສນ​ຄົນ ​ດ້ວຍ​ເຫດ​ນີ້ ຈຶ່ງ​ເຊື່ອ​ວ່າ​ ມີ​ແຮງ​ງານ​ລາວຫຼາຍກວ່າ 3
​ແສນ​ຄົນ ທີ່​ລັກລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍ​ຢູ່​ໄທ ​ແລະ​ມີ​ຄວາມ​ສ່ຽງ​ຢ່າງ​ສູງ ທີ່​ຈະ​ຕົກ​
ເປັນ​ເຫຍື່ອ​ຂອງ​ຂະ​ບວນການ ຄ້າ​ມະນຸດ​ໃນ​ໄທ ​ໃນ​ປັດຈຸບັນ​ນີ້ ​ໂດຍ ​ໃນ​ລະຍະ 14 ປີ
ທີ່​ຜ່ານ​ມາ​ທາງ​ການ​ໄທ ກໍ​ສາມາດ​ໃຫ້ກາ​ນຊ່ວຍ​ເຫຼືອ​ໄດ້​ພຽງ 2,217 ຄົນ​ເທົ່າ​ນັ້ນ.

ເບິ່ງວີດີໂອ ຂ່າວພາສາອັງກິດຂອງ ໂທລະພາບແຫ່ງຊາດລາວ:

XS
SM
MD
LG