ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລາວວ່າ ​ຜູ້​ນໍາລັດ​ຖະສະພາ ​​​ຂອງຢ່າງໜ້ອຍ 10 ປະ​ເທດ​ ​ຈະບໍ່ມາ​ຮ່ວມ​ກອງ​ປະຊຸມ ASEP


ທ່ານ ວິ​ເສດ ສະ​ແຫວ​ງສຶກສາ ຮອງ​ຫົວໜ້າ ​ຫ້ອງ​ວ່າ ການ​ສະ​ພາ​ແຫ່ງ​ຊາດ​ລາວ
ທ່ານ ວິ​ເສດ ສະ​ແຫວ​ງສຶກສາ ຮອງ​ຫົວໜ້າ ​ຫ້ອງ​ວ່າ ການ​ສະ​ພາ​ແຫ່ງ​ຊາດ​ລາວ

ທ່ານ ວິ​ເສດ ສະ​ແຫວ​ງສຶກສາ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ
​ແຫ່ງ​ຊາດ​ລາວ ຖະ​ແຫຼ​ງຍອມຮັບ​ວ່າ ​ມີ​ຜູ້​ນໍາ​ລັດຖະສະພາ 10
ປະ​ເທດ​ແລ້ວ ​ທີ່​ໄດ້​ໃຫ້ການ​ຢືນຢັນ​ມາເຖິງ​ຄະນະ​ກໍ​າມະ​ການ
​ລະດັບຊາດຂອງລາວ​ວ່າ ​ຈະ​ບໍ່​ສາມາດ​ເດີນທາງ​ມາ​ຮ່ວມ​ໃນ
ກອງ​ປະຊຸມຄູ່ພາຄີລັດຖະສະພາ​ເອ​ເຊຍ-ຢູ​ໂຣບ ASEP ຄັ້ງ​ທີ
7 ຊຶ່ງ​ສະພາ​ແຫ່ງ​ຊາດ​ລາວ​ ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ວັນ​ທີ
3-4 ​ເດືອນ​ຕຸລາ ປີ 2012 ຢູ່ນະຄອນ​ວຽງ​ຈັນ ​ເນື່ອງ​ຈາກ​ຕິດ
​ພາລະກິດ​ທີ່​ສໍາຄັນ​ອື່ນໆ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ຊ່ວງ​ດຽວ​ກັນ​ນີ້ ກໍ​ປາກົດ​ວ່າ​ມີ​ຜູ້​ນໍາ​ລັດ​ຖະ
ສະພາ​ຈາກ 24 ປະ​ເທດ​ທີ່​ໄດ້​ໃຫ້ການ​ຢືນຢັນ​ຢ່າງຄັກ​ແນ່​ແລ້ວ​
ວ່າ​ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຢ່າງ​ແນ່ນອນ ​ໂດຍ​ໃນ​ນີ້​ກໍແບ່ງ​ເປັນ
13 ປະ​ເທດ​ຈາກ​ເອ​ເຊຍ ​ແລະ 11 ປະ​ເທດ​ຈາກຢູ​ໂຣບ. ນອກ​ຈາກ​ນີ້ ກໍ​ຍັງ​ມີ​ແຂກ​ຂອງເຈົ້າພາບ ​ເຊັ່ນ​ກອງ​ທຶນ​ການ​ເງິ​ນສາກົນ (IMF) ​ແລ​ະອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຍຸດ ທະສາດການ​ຫລຸດຜ່ອນ​ໄພພິບັດ (UNISDR) ທີ່​ໄດ້​ໃຫ້ການ​ຢືນຢັນ​ວ່າ​ ຈະເຂົ້າຮ່ວມໃນກອງ
​ປະຊຸມ​ຄັ້ງ​ນີ້​ອີກດ້ວຍ.

​ເນື່ອງ​ຈາກ​ວ່າການ​ປະຊຸມ ASEP ຄັ້ງ​ທີ 7 ນີ້​ໄດ້​ໃຫ້​ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ ຕໍ່​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ເປັນ​ປຶກ​ແຜ່ນໃນ​ບັນຫາ​ຕ່າງໆ ລະຫວ່າງ ອົງການ​ນິຕິບັນ​ຍັດ​ຂອງ​ປະຊາຊົນ​ທັງ​ສອງ​ທະວີບ ດັ່ງ​ທີ່​ທ່ານ​ວິ​ເສດ ​ໄດ້​ຖະ​ແຫຼ​ງ ຢືນຢັນ​ວ່າ:


“ກອງ​ປະຊຸມ​ການ​ເປັນ​ຄູ່​ຮ່ວມ​ລັດຖະສະພາ​ອາຊີ​-​ເອີ​ໂຣບ
ມີ​ຈຸດປະສົງ ເພື່ອສ້າງຄວາມ​ເປັນ​ປຶກ​ແຜ່​ນ ລະຫວ່າງ​ອົງ
ການ​ຕົວ​ແທນ​ຂອງ​ປະຊາຊົນ ອົງການ​ນິຕິ​ບັນ​ຍັດຂອງ​
ສອງ​ທະ​ວີ​ບ ​ແມ່ນ​ເວທີ​ທີ່​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ
​ແລະ​ທັດສະນະ ຊຶ່ງກວາມ​ເອົາ​ທາງ​ດ້ານ​ການ​ເມືອງ ​ເສດ
ຖະກິດ ສັງຄົມ ​ແລະ​ວັດທະນະ​ທໍາ ​ແນ​ໃສ່ເພື່ອ​ເອົາ​ຈຸດ​ຢືນ
​ທີ່​ເປັນ​ເອກ​ກະພາບ​ຕໍ່​ບັນຫາ​ສາກົນ.”


ນອກຈາກ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ASEP ຄັ້ງ​ທີ 7 ​ແລ້ວ
ທາງ​ການລາວ ​ກໍ​ຍັງ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​
ເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ 9 ​ໃນ​ວັນ​ທີ່ 5-6 ​ເດືອນພະຈິກ​ປີ​ນີ້​
ອີກ​ດ້ວຍ ​ແຕ່​ວ່າ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ​ຜູ້​ນໍາຈາກ​ທັງ​ເອ​ເຊຍ ​ແລະ​ຢູ​ໂຣບ ຈະ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມຢ່າງ​ຄົບ​ຖ້ວນ ​ຫຼື​ບໍ່.

ທັງ​ນີ້​ໂດຍທ່ານ Michel Goffin ຜູ້ຕາງໜ້າ​ຂອງ​ສະຫະພາບ​ຢູ​ໂຣບ ຫຼື ​ອີ​ຢູ ປະຈໍາ​ປະເທດ
​ລາວ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ ຜູ້​ນໍາ​ສ່ວນ​ໃຫຍ່​ ຂອງອີ​ຢູ ທີ່ໄດ້​ມີ​ການ​ຢືນຢັນວ່າ ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ASEM ​ໄດ້​ຫຼື​ບໍ່​ນັ້ນ ກໍ​ຈະ​ຕ້ອງ​ລໍຖ້າ​ຈົນ​ເຖິງ​ເດືອນ​ກັນ ຍາ ຫາກ​ແຕ່​ພາກສ່ວນ​ຂອງອີ​ຢູ ຈະໄດ້​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ແລ້ວ​ວ່າ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຢ່າງ​ແນ່ນອນ ກໍ​ຄື​ປະທານ​ສະພາ​ມົນຕີ ​ແລະ ປະທານ​ຄະນະ​ກໍາມາ​ທິການສະຫະ ພາບ​ຢູ​ໂຣບນັ້ນ​ເອງ.


ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ສ່ວນ​ກ່ຽວ​ກັບ​ການ​ດໍາ​ເນີນວຽກ​
ງານໃນ​ດ້ານ​ຕ່າງໆ​ຂອງ​ທາງ​ການ​ລາວ ​ເພື່ອ​ຕຽມ​ຄວາມ​ພ້ອມ​
ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸມ​ ASEM ຄັ້ງ​ທີ 9 ນັ້ນ
ຄະນະ​ຜູ້​ແທນຂອງ​ອີ​ຢູ ກໍ​ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ ​ພາຍຫຼັງ
​ທີ່​ໄດ້​ໄປ​ກວດ​ເບິ່ງ​ຄວາມ​ຄືບ​ໜ້າ ​ເມື່ອ​ບໍ່​ດົນ​ມາ​ນີ້.

ການ​ກະກຽມ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​
ແບ່ງ​ການ​ດໍາເນີນ​ງານ​ອອກ​ເປັນ 6 ພາກສ່ວນ​ດ້ວຍ​ການ ກໍ​ຄື​
ການ​ກໍ່ສ້າງ​ສູນ​ການ​ປະຊຸມ​ນານາຊາດ ທີ່​ໄດ້​ຮັບ​ກາ​ນຊ່ວຍ​ເຫຼືອ
ຈາກ​ລັດຖະບານ​ຈີນ ​ໃນ​ມູນ​ຄ່າ​ລວມ 80 ລ້ານ​ໂດ​ລາ.

​ໂຄງການ​ທີ 2 ກໍ​ແມ່ນ​ການ​ຂະຫຍາຍ​ບ່ອນ​ຈອດ​ເຮືອບິນ​ຢູ່​ສະໜາ​ມບິນ​ນານາ​ຊາດ​ວັດ​ໄຕ
​ເພື່ອ​ໃຫ້​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່​ໄດ້​ເຖິງ 40 ລໍາ ພ້ອມ​ດ້ວຍອຸບປະກອນ​ຮັກ
ສາ​ຄວາມ​ປອດ​ໄພ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຕ່າງໆ​ຢ່າງ​ຄົບຊຸດ ​ໂດຍ​ເປັນ​ການ​ຊ່ວຍ
​ເຫຼື​ອຈາກ​ລັດຖະບານ​ຍີ່ປຸ່ນ​ ມູນ​ຄ່າ 1,246 ລ້ານ​ເຢັນ.

ສ່ວນ​ອີກ 4 ​ໂຄງການທີ່​ເຫຼືອ ​ກໍ​ປະກອບ​ດ້ວຍ​ການ​ພັດທະນາ​ປັບປຸງ​ຖະໜົນ​ 21 ​ເສັ້ນທາງ​
ໃນ​ເຂດ​ນະຄອນ​ວຽງ​ຈັນ ການ​ກໍ່ສ້າງ​ເຮືອນ​ຮັບ​ແຂກ​ຈໍານວນ 52 ຫຼັງ​ຢູ່ດອນ​ຈັນ ການ​ກໍ່ສ້າງ
ໂຮງ​ແຮມ 8 ຊັ້ນ ລະດັບ 5 ດາວ ຢູ່​ດອນ​ຈັນ ​ແລະ​ການກໍ່ ສ້າງ​ເຮືອນ​ພັກ​ສໍາລັບ​ຄະນະ​ຜູ້​
ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ອີກ 50 ຫຼັງ​ຢູ່​ບ້ານ​ພະຂາວ ​ເມືອງ​ໄຊ​ທາ​ນີ ຊຶ່ງ​ທັງ​ໝົດ​ນີ້ກໍ​
ເປັນ​ການ​ລົງທຶນ​ແລະ​ການ​ຊ່ວຍ​ເຫຼືອຈາກ​ຈີນ ​ເຊັ່ນ​ດຽວ​ກັນ.
XS
SM
MD
LG