ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ ກ່າວວ່າ ການຊ້ອມລົບ ກັບ ສຫລ ຍັງຈະ ດຳເນີນ ຕໍ່ໄປ (ວີດີໂອ)


ທ່ານ Kim Min-seok ໂຄສົກ ກະຊວງປ້ອງກັນປະເທດ ເກົາຫຼີໃຕ້.
ທ່ານ Kim Min-seok ໂຄສົກ ກະຊວງປ້ອງກັນປະເທດ ເກົາຫຼີໃຕ້.
ເກົາຫຼີໃຕ້ໄດ້ປະຕິເສດທີ່ຈະເລື່ອນເວລາໃນການຊ້ອມລົບທາງ
ທະຫານກັບສະຫະລັດໄວ້ຕາມທີ່ທາງເກົາຫຼີເໜືອໄດ້ຂໍຮ້ອງມາ ໃນການໂອ້ລົມສົນທະນາຂັ້ນສູງກັນ ໃນສັບປະດານີ້.

ການຊ້ອມລົບປະຈໍາປີຫຼືທີ່ເອີ້ນວ່າການຫຼິ້ນເກມສົງຄາມຈໍາລອງ ມີກໍານົດທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ ພໍປະມານ ໃນເວລາດຽວ
ກັນກັບການເຕົ້າໂຮມ ພວກຄອບຄົວຊາວເກົາຫລີທີ່ໄດ້ພັດພາກ
ຈາກກັນ ຍ້ອນສົງຄາມເກົາຫຼີນັ້ນ.

ໂຄສົກຂອງກະທວງປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Min-
seok ກ່າວວ່າ ການຂົ່ມຂູ່ຂອງເກົາຫລີເໜືອ ທີ່ຈະຍົກເລີກການ
ເຕົ້າໂຮມກັນທີ່ໄດ້ວາງແຜນໄວ້ແລ້ວ ຍ້ອນການຊ້ອມລົບນັ້ນແມ່ນບໍ່ເໝາະສົມຊຶ່ງທ່ານ
Kim ກ່າວວ່າ:

“ການຊ້ອມລົບຮ່ວມກັນ ລະຫວ່າງເກົາຫຼີໃຕ້ແລະສະຫະລັດນັ້ນ ແມ່ນມີຄວາມ ຈໍາເປັນແລະສໍາຄັນຍິ່ງ ເພື່ອປ້ອງກັນສາທາລະນະລັດເກົາຫຼີ. ເຖິງແມ່ນພວກ ເຮົາຈະໄດ້ແຈ້ງໄປໃຫ້ທາງເກົາຫຼີເໜືອຊາບໃນວັນທີ 9 ກຸມພາຜ່ານມານີ້ ແຕ່ ແຜນການສໍາລັບການຊ້ອມລົບ ກໍໄດ້ມີການຢືນຢັນ ເມື່ອຫລາຍໆເດືອນກ່ອນ ໜ້ານີ້ ແລະອີກປະການນຶ່ງ ພວກທະຫານກໍແມ່ນໄດ້ເລີ້ມຕຽມພ້ອມກັນແລ້ວ.”

ວັນພຸດວານນີ້ ທັງສອງຝ່າຍໄດ້ໂອ້ລົມສົນທະນາຂັ້ນສູງສຸດ ລະຫວ່າງກັນ ໃນຮອບ 7 ປີ ທາງກຸງໂຊລກ່າວວ່າ ກຸງພຽງຢາງໄດ້ຮຽກຮ້ອງໃຫ້ເລື່ອນການຝຶກຊ້ອມອອກໄປ 2 ມື້.

ເກົາຫຼີເໜືອໄດ້ຮ້ອງຂໍມາຫຼາຍອາທິດແລ້ວ ໃຫ້ຍົກເລີກການຊ້ອມລົບດັ່ງກ່າວແລະຫຼ້າສຸດ ກໍໄດ້ຂໍໃຫ້ຍ້າຍສະຖານທີ່ຝຶກຊ້ອມ. ເກົາຫລີເໜືອ ມອງເຫັນການຊ້ອມລົບນີ້ວ່າ ເປັນການ
ຝຶກແອບສໍາລັບການຮຸກຮານຕົນ ຊຶ່ງເປັນທີ່ຮັບເອົາບໍ່ໄດ້.

ສະຫະລັດແລະເກົາຫລີໃຕ້ຢືນຢັນວ່າ ການຊ້ອມລົບນີ້ໄດ້ມີການວາງແຜນໄວ້ມາດົນແລ້ວ
ແລະກໍເປັນການຝຶກຊ້ອມແບບປ້ອງກັນຕົວ.

Korea War Drills
please wait
Embed

No media source currently available

0:00 0:01:07 0:00
XS
SM
MD
LG