ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນັກການທູດ ທີ່ສຳຄັນ ຂອງ ສຫລ ແລະ ຈີນ ຢືນຢັນ ສາຍພົວພັນ ແບບ 'ສ້າງສັນ'


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈັບມືກັບ ລັດຖະມົນຕີພິ​ເສດ​ຂອງຈີນ ທ່ານ Yang Jiechi ຢູ່ທີ່ ກະຊວງການຕ່າງປະເທດ ສະຫະລັດ ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈັບມືກັບ ລັດຖະມົນຕີພິ​ເສດ​ຂອງຈີນ ທ່ານ Yang Jiechi ຢູ່ທີ່ ກະຊວງການຕ່າງປະເທດ ສະຫະລັດ ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ພົບປະ ກັບ
ທ່ານ Yang Jiechi ລັດຖະມົນຕີພິ​ເສດ​ຂອງຈີນ ໃນວັນອັງຄານວານນີ້ ຢູ່ທີ່ນະຄອນ
ຫຼວງ ວໍຊິງຕັນ ໂດຍພວກນັກການທູດທັງສອງ ​ໃຫ້ການຢືນຢັນເຖິງ “ຄວາມສຳຄັນ
ຂອງສາຍພົວພັນ​ແບບສ້າງສັນ”
ລະຫວ່າງ ສອງປະເທດ ແລະ ການເຈລະຈາ
ລະດັບສູງ ທີ່ເປັນປົກກະຕິ ລະຫວ່າງ ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງພວກເພິ່ນ.

ທ່ານ Tillerson ແລະ ທ່ານ Yang ໄດ້ປຶກສາຫາລື ໃນເລື່ອງ “ຄວາມສຳພັນທາງ
ດ້ານເສດຖະກິດທີ່ມີຜົນປະໂຫຍດຮ່ວມກັນ”
ລະຫວ່າງ ສະຫະລັດ ແລະ ຈີນ ຊຶ່ງທັງ
ສອງປະເທດ ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ຄວາມເປັນຫ່ວງ ຂອງພວກ
ເພິ່ນ ກ່ຽວກັບໂຄງການອາວຸດນິວເຄລຍ ຂອງເກົາຫຼີເໜືອ ອີງຕາມຄຳ​ເວົ້າຂອງໂຄສົກ
ຂອງກະຊວງການຕ່າງປະເທດ. ຈີນ ເປັນພັນທະມິດທີ່ສຳຄັນ ຂອງພຽງຢາງ ແຕ່ຄືກັນ
ກັບ ສະຫະລັດ ໄດ້ສະແດງການຄັດຄ້ານ ຕໍ່ການທົດລອງຍິງລູກສອນໄຟ ຊ້ຳແລ້ວຊ້ຳອີກ ຂອງເກົາຫຼີເໜືອ ອັນເປັນການລະເມີດ ຕໍ່ມາດຕະການລົງໂທດ ຂອງອົງການສະຫະ
ປະຊາຊາດ.

ທ່ານ Yang ໄດ້ເຊື້ອເຊີນ ທ່ານ Tillerson ໃຫ້ໄປຢ້ຽມຢາມ ປັກກິ່ງ ໂດຍທີ່ນັກການທູດ
ຂັ້ນສູງສະຫະລັດ ສະແດງທ່າທີວ່າ ທ່ານຢາກຈະເດີນທາງໄປ ໃນໄວໆນີ້.

US China
please wait
Embed

No media source currently available

0:00 0:00:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG