ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ຟີລິບປິນ ສັງຫານຜູ້ບັນຊາການ ຄົນສຳຄັນຂອງກຸ່ມ Abu Sayyaf


ເສນາທິການທະຫານ ຟີລິບປິນ ນາຍພົນ Eduardo Ano ສະແດງທ່າທີ່ການເວົ້າໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ເພື່ອປະກາດວ່າ ກອງທັບ ຟີລິບປິນ ໄດ້ສັງຫານຜູ້ບັນຊາການ
ຄົນສຳຄັນຂອງກຸ່ມ Abu Sayyaf. 12 ເມາ, 2017.
ເສນາທິການທະຫານ ຟີລິບປິນ ນາຍພົນ Eduardo Ano ສະແດງທ່າທີ່ການເວົ້າໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ເພື່ອປະກາດວ່າ ກອງທັບ ຟີລິບປິນ ໄດ້ສັງຫານຜູ້ບັນຊາການ ຄົນສຳຄັນຂອງກຸ່ມ Abu Sayyaf. 12 ເມາ, 2017.

ກອງທະຫານ ຟີລິບປິນ ໄດ້ສັງຫານຜູ້ບັນຊາການຄົນສຳຄັນຂອງກຸ່ມທະຫານບ້ານ Abu Sayyaf, ອີງຕາມການກ່າວຂອງຫົວໜ້າກອງທັບຂອງປະເທດ ວັນພຸດມື້ນີ້.

ເສນາທິການທະຫານ ນາຍພົນ Eduado Ano ໄດ້ກ່າວວ່າ ພວກກອງທັບໄດ້ກູ້ເອົາສົບ
ຂອງທ້າວ Moammar Askali ເຊິ່ງຮູ້ຈັກໃນອີກຊື່ໜຶ່ງວ່າ Abu Rami, ໃນບ້ານແຫ່ງ
ໜຶ່ງຢູ່ເກາະ Bohol ບ່ອນທີ່ກອງກຳລັງ ຟີລິບປິນ ໄດ້ປະທະກັບພວກນັກຮົບ Abu
Sayyaf.

ທ້າວ Askali ໄດ້ຖືກເຊື່ອມໂຍງໃສ່ການລັກພາຕົວ ແລະ ການຕັດຫົວຂອງຊາວ ການາ
ດາ ໃນປີກາຍນີ້ ແລະ ຄົນ ເຢຍຣະມັນ ໃນເດືອນກຸມພາທີ່ຜ່ານມາ.

ກອງທັບໄດ້ກ່າວວ່າ ພວກ Abu Sayyaf ໄດ້ພະຍາຍາມທີ່ຈະດຳເນີນການລັກພາຕົວ ເມື່ອພວກເຂົາໄດ້ເດີນທາງໄປຮອດເມືອງ Anabanga, ຕັ້ງຢູ່ເກາະ Bohol ດ້ວຍເຮືອ, ເປັນເກາະຕາກອາກາດແຫ່ງໜຶ່ງຢູ່ນອກຂົງເຂດພາກໃຕ້ຂອງ ຟີລິບປິນ, ບ່ອນທີ່ກຸ່ມ
ດັ່ງກ່າວມັກຈະປະຕິບັດການຢູ່.

ການປະທະກັນໄດ້ເກີດຂຶ້ນ ເມື່ອກອງກຳລັງລັດຖະບານໄດ້ໄປສືບສວນສອບສວນ,
ແລະ ມາຮອດວັນພຸດມື້ນີ້ ການຕໍ່ສູ້ກັນໄດ້ເຮັດໃຫ້ພວກ Abu Sayyaf 6 ຄົນ, ທະຫານ
3 ຄົນ ແລະ ຕຳຫຼວດຄົນໜຶ່ງເສຍຊີວິດ. ທາງກອງທັບກ່າວວ່າ ການຕໍ່ສູ້ກັນບາງຄັ້ງຍັງ
ສືບຕໍ່ຢູ່ໃນວັນພຸດມື້ນີ້ ໃນຂະນະທີ່ພວກເຂົາເຈົ້າໄດ້ພະຍາຍາມທີ່ຈະຕາມລ່າພວກ
ທະຫານບ້ານທີ່ຍັງເຫຼືອຢູ່.

ສະຖານທູດ ສະຫະລັດ ໃນປະເທດ ຟີລິບປິນ ໄດ້ອອກຄຳເຕືອນໃນສັບປະດາທີ່ຜ່ານ
ມາວ່າ ພວກເຂົາເຈົ້າໄດ້ຮັບ “ຂໍ້ມູນທີ່ເຊື່ອຖືໄດ້ແຕ່ຍັງບໍ່ໄດ້ຖືກຢືນຢັນເທື່ອ” ວ່າກຸ່ມ ກໍ່ການຮ້າຍອາດພະຍາຍາມທີ່ຈະທຳການລັກພາຕົວໃນແຂວງ Bohol ແລະ ແຂວງ
Cebu.

ສະຫະລັດ ແລະ ຟີລິບປິນ ຕ່າງກໍຖືວ່າ ພວກ Abu Sayyaf ເປັນອົງການກໍ່ການຮ້າຍ.

ກຸ່ມດັ່ງກ່າວໄດ້ດຳເນີນການລັກພາຕົວຫຼາຍຄັ້ງ, ວາງລະເບີດ ແລະ ຕັດຫົວຄົນ ນັບຕັ້ງ
ແຕ່ໄດ້ມີກຸ່ມນີ້ມາໃນຊຸມປີ 1990. ໃນທ້າຍເດືອນກຸມພາທີ່ຜ່ານມາ, ພວກ Abu
Sayyaf ໄດ້ຂ້າຕົວປະກັນຄົນ ເຢຍຣະມັນ ຫຼັງຈາກເວລາສຳລັບການໄຖ່ຕົວລາວດ້ວຍ
ເງິນ 600,000 ໂດລາໄດ້ໝົດກຳນົດລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG