ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການປິດ ລັດຖະບານ ຈະບໍ່ປ່ຽນແປງ ຄວາມໝາຍໝັ້ນ ຂອງ ສຫລ ຕໍ່ເອເຊຍ (ວີດີໂອ)


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ ກ່າວໃນລະຫວ່າງການຖະແຫຼງຂ່າວ ຂອງກອງປະຊຸມລັດຖະມົນຕີ ອົງການ APEC ທີ່ເກາະບາຫລີ ປະເທດອິນໂດເນເຊຍ (5 ຕຸລາ 2013)
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ ກ່າວໃນລະຫວ່າງການຖະແຫຼງຂ່າວ ຂອງກອງປະຊຸມລັດຖະມົນຕີ ອົງການ APEC ທີ່ເກາະບາຫລີ ປະເທດອິນໂດເນເຊຍ (5 ຕຸລາ 2013)
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດກ່າວ
ວ່າການປິດລັດຖະບານສະຫະລັດແມ່ນໃນອັນທີ່ທ່ານເອີ້ນວ່າບົດ
ຕອນຊົ່ວຂະນະແລະບໍ່ໄດ້ປ່ຽນແປງຄວາມໝັ້ນໝາຍຂອງວໍຊິງຕັນ ຕໍ່ຂົງເຂດເອເຊຍແຕ່ຢ່າງໃດເລີຍ.


ທ່ານ Kerry ກ່າວວ່າ “ຂ້າພະເຈົ້າຢາກໃຫ້ເປັນທີ່ຈະແຈ້ງວ່າ
ສິ່ງທີ່ກຳລັງເກີດຂຶ້ນ ຢູ່ກຸງວໍຊິງຕັນນັ້ນ ຈະບໍ່ເຮັດໃຫ້ຄວາມ ໝາຍໝັ້ນຂອງພວກເຮົາຫຼຸດນ້ອຍຖອຍລົງ ແມ່ນແຕ່ໜ້ອຍ
ດຽວຕໍ່ພາຄີຂອງພວກເຮົາໃນເອເຊຍຮວມທັງການດຳເນີນຄວາມພະຍາຍາມ ຂອງພວກເຮົາ ທີ່ຈະຊຸກຍູ້ສົ່ງເສີມການຄ້າ ແລະການລົງທຶນ ຢູ່ໃນທົ່ວຂົງເຂດ ແລະນີ້ ແມ່ນຍັງສືບຕໍ່ເປັນນຶ່ງໃນບູລິມະສິດຂອງພວກເຮົາ.”


ໃນການຖະແຫຼງ ຕໍ່ພວກນັກຂ່າວທີ່ເກາະບາຫລີ ປະເທດອິນໂດເນເຊຍນັ້ນ ທ່ານ Kerry ປະກາດ ໃນວັນເສົາມື້ນີ້ວ່າ ສະຫະລັດຈະສືບຕໍ່ ເຮັດຫລ້ອນຄວາມຮັບຜິດຊອບຂອງຕົນ ໃນລະຫວ່າງທີ່ມີການປິດລັດຖະບານເປັນບາງສ່ວນນັ້ນ.

ທ່ານ Kerry ພວມຢູ່ທີ່ເກາະບາຫລີ ເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳຂອງ 21 ປະເທດໃນ ເຂດອ່າງມະຫາສະມຸດປາຊີຟິກໃນອາທິດຈະມາ. ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີແຜນການທີ່ຈະໄປຮ່ວມ ກອງປະຊຸມດັ່ງກ່າວ ແຕ່ໄດ້ຍົກເລີກແຜນການເດີນ ທາງ ເພື່ອຈະຢູ່ທີ່ກຸງວໍຊິງຕັນ ແລະຮັບມືກັບການປິດລັດຖະບານ.

KERRY ASIA
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG