ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈະເຈລະຈາກັນ ເລື້ອງເຂດ​ Kaesong (ວີດິໂອ)


ພວກປະທ້ວງຊຶ່ງປະກອບມີທັງນາຍຈ້າງແລະພະນັກງານເກົາຫລີໃຕ້ ທີ່ເຮັດວຽກຢູ່ໃນໂຮງງານຕ່າງໆ ໃນເຂດອຸດສະຫະກໍາ Kaesong (KIC) ຮ້ອງຄໍາຂວັນໃນລະຫວ່າງທີ່ ໂຮມຊຸມນຸມກັນ ທີ່ທາງນອກຕຶກ Imjingak ຢູ່ໃກ້ບ້ານ Paju, ທີ່ຕັ້ງຢູ່ເໜືອເຂດປອດທະຫານ ທີ່​ແບ່ງຊາຍແດນຂອງສອງ
ປະເທດ ເກົາຫລີອອກ​ຈາກກັນ ໃນວັນທີ 7 ສິງຫາ 20013.
ພວກປະທ້ວງຊຶ່ງປະກອບມີທັງນາຍຈ້າງແລະພະນັກງານເກົາຫລີໃຕ້ ທີ່ເຮັດວຽກຢູ່ໃນໂຮງງານຕ່າງໆ ໃນເຂດອຸດສະຫະກໍາ Kaesong (KIC) ຮ້ອງຄໍາຂວັນໃນລະຫວ່າງທີ່ ໂຮມຊຸມນຸມກັນ ທີ່ທາງນອກຕຶກ Imjingak ຢູ່ໃກ້ບ້ານ Paju, ທີ່ຕັ້ງຢູ່ເໜືອເຂດປອດທະຫານ ທີ່​ແບ່ງຊາຍແດນຂອງສອງ ປະເທດ ເກົາຫລີອອກ​ຈາກກັນ ໃນວັນທີ 7 ສິງຫາ 20013.
ເກົາຫລີເໜືອ ແລະເກົາຫລີໃຕ້ໄດ້ຕົກລົງທີ່ຈະທໍາການເຈລະ
ຈາກັນຮອບໃໝ່ ໃນອາທິດໜ້າກ່ຽວກັບເຂດ​ອຸດສາຫະກຳ
ຮ່ວມທີ່ໄດ້ປິດຢູ່ນັ້ນ ລຸນຫລັງທີ່ປະກົດວ່າກຸງພຽງຢາງ
ໄດ້ເຮັດຕາມຄວາມຮຽກຮ້ອງຕ້ອງການຂອງກຸງໂຊລທີ່
ຢາກໃຫ້ມີ.

ໃນວັນພຸດມື້ນີ້ ຄະນະກໍາມະການທ້ອນໂຮມຊາດເກົາຫລີ
ຂອງເກົາຫລີເໜືອໄດ້ສະເໜີ ໃຫ້ມີການເຈລະຈາກັນ ໃນ
ວັນທີ 14 ສິງຫາ ກ່ຽວກັບເຂດອຸດສະຫະກໍາ Kaesong ທີ່ຕັ້ງຢູ່ເໜືອເຂດປອດທະຫານ ທີ່​ແບ່ງຊາຍແດນຂອງສອງ
ປະເທດ ເກົາຫລີອອກ​ຈາກກັນນັ້ນ ຂຶ້ນໄປໜ້ອຍນຶ່ງ.

ຖະແຫລງການ ທີ່ໄດ້ນໍາອອກເຜີຍແຜ່ໃນວັນພຸດມື້ນີ້ ​ໂດຍອົງການຂ່າວສູນກາງຂອງທາງ
ການ​ເກົາຫລີ ເວົ້າວ່າ ທັງສອງປະເທດຄວນຮັບປະກັນວ່າ ການດໍາເນີນງານຢູ່ໃນເຂດ
ອຸດສາ​ຫະກຳດັ່ງກ່າວ ຈະບໍ່ໄດ້ຮັບຜົນກະທົບກະເທືອນ ຈາກພາຍນອກ ໃນອະນາຄົດ.

ຖ້ອຍຄໍາດັ່ງກ່າວ ປະກົດວ່າໄດ້ເປັນ​ໄປຕາມຄວາມຮຽກຮ້ອງຕ້ອງການຂອງກຸງໂຊລທີ່ຢາກ
ໃຫ້ມີການຮັບປະກັນວ່າ ​ເຂດ​ອຸດສາຫະກຳ​ນີ້ ຈະບໍ່ຖືກປິດລົງ ໃນເວລາທີ່ມີຄວາມເຄັ່ງ
ຕຶງ ທາງດ້ານທະຫານ ຫລືດ້ານການເມືອງເກີດຂຶ້ນ ໃນອະນາຄົດ.

ເກົາຫລີໃຕ້ ທີ່​ໄດ້ເຕືອນຫຼາຍໆ​ຄັ້ງ​ແລ້ວວ່າ ເວລາທີ່ຈະເປີດເຂດອຸດສະຫະກໍາ Kaesong
ກໍາລັງຈະໝົດລົງນັ້ນ ໄດ້ຮັບເອົາຂໍ້ສະເໜີດັ່ງກ່າວໃນເວລາບໍ່​ດົນ​ຕໍ່​ມາ. ກະຊວງທ້ອນໂຮມ
ຊາດຂອງກຸງໂຊລເວົ້າວ່າ ຂໍ້ສະເໜີຂອງເກົາຫລີເໜືອ ແມ່ນສະແດງໃຫ້ເຫັນເຖິງ “​ແນວ ຄວາມຄິດທີ່ມຸ້ງໄປທາງໜ້າ.”

ທັງສອງຝ່າຍໄດ້​ເປີດການເຈລະຈາກັນ ທີ່ບໍ່ໄດ້ຮັບຜົນສໍາເລັດມາ​ແລ້ວ 6 ຄັ້ງ ໃນ​ໄລຍະ​ຫຼາຍໆອາທິດຜ່ານມານີ້ ກ່ຽວກັບເຂດອຸດສະຫະກໍາ Kaesong ແຕ່ວ່າ ຈົນຮອດດຽວ ນີ້
ປະກົດວ່າ ຍັງຫ່າງໄກກັນຫລາຍຢູ່ ທີ່ຈະບັນລຸ​ການຕົກລົງກັນໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG