ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອິສຣາແອລ ຜ່ອນຜັນ ການເດີນທາງ ຢູ່ເຂດ Gaza ລົງແລ້ວ


ຊາວປາແລສໄຕ ຜູ້ນຶ່ງທີ່ໄດ້ຮັບບາດເຈັບ ຍ້ອນທະຫານອິສຣາແອລ ຍິງໃສ່ຊາວປາແລສໄຕ ທີ່ເຂົ້າໄປທຳການປູກຝັງຢູ່ໃນເຂດ Younis ຢູ່ທາງພາກໃຕ້ຂອງເຂດກາຊາ ທີ່ຢູ່ໃກ້ກັບຊາຍແດນຂອງອິສຣາແອລ ໃນວັນທີ 23 ພະຈິກ 2012.
ຊາວປາແລສໄຕ ຜູ້ນຶ່ງທີ່ໄດ້ຮັບບາດເຈັບ ຍ້ອນທະຫານອິສຣາແອລ ຍິງໃສ່ຊາວປາແລສໄຕ ທີ່ເຂົ້າໄປທຳການປູກຝັງຢູ່ໃນເຂດ Younis ຢູ່ທາງພາກໃຕ້ຂອງເຂດກາຊາ ທີ່ຢູ່ໃກ້ກັບຊາຍແດນຂອງອິສຣາແອລ ໃນວັນທີ 23 ພະຈິກ 2012.
ຊາວປາແລສໄຕຢູ່ໃນເຂດ Gaza ເວົ້າວ່າ ອິສຣາແອລໄດ້ຫລຸດ
ຜ່ອນຄວາມເຂັ້ມງວດ ໃນການເກືອດຫ້າມ ກ່ຽວກັບການເດີນ
ທາງບາງຢ່າງ ນັບຕັ້ງແຕ່ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດການ
ຢຸດຍິງ ທີ່ອີຈິບເປັນຜູ້ໄກ່ເກ່ຍ ໃນແລງວັນພຸດແລ້ວນີ້ເປັນຕົ້ນມາ.

ຊາວປະມົງປາແລສໄຕເວົ້າວ່າ ພວກເຂົາເຈົ້າສາມາດໄປຫາປາ ໄກຈາກຝັ່ງຂອງຕົນໄດ້ເຖິງ 7 ກິໂລແມັດ ໂດຍທີ່ບໍ່ຖືກພວກເຈົ້າ
ໜ້າທີ່ອິສຣາແອລລົບກວນເລີຍ ລຸນຫລັງທີ່ອິສຣາແອລ ປະກາດ
ວ່າ ຕົນໄດ້ເພີ້ມໄລຍະທາງ ທີ່ອະນຸຍາດໃຫ້ເດີນທາງ ທາງນໍ້າໄດ້
ນັ້ນ ຂຶ້ນເປັນສອງເທົ່າ. ສ່ວນທາງອິສຣາແອລນັ້ນໃຫ້ເຫດຜົນວ່າ
ການປິດລ້ອມທາງນໍ້າດັ່ງກ່າວ ກໍແມ່ນເພື່ອປ້ອງກັນບໍ່ໃຫ້ມີການ
ຂົນສົ່ງ ອາວຸດເຖື່ອນ.

ສ່ວນຢູ່ທາງບົກນັ້ນ, ຊາວປາແລສໄຕກໍໄດ້ຮັບອະນຸຍາດໃຫ້ເຂົ້າ
ໄປໃນເຂດກັນຊົນ ທີ່ຄວບຄຸມໂດຍອິສຣາແອລ ເພື່ອທຳການປູກ
ຝັງຢູ່ໃກ້ກັບຊາຍແດນຂອງອິສຣາແອລໄດ້ ມື້ນຶ່ງ ລຸນຫລັງທະຫານອິສຣາແອລໄດ້ຍິງຊາວ ປາແລສໄຕຄົນນຶ່ງຕາຍ ຍ້ອນພຽງແຕ່ໄດ້ເຮັດແນວນັ້ນ.

ພ້ອມກັນນັ້ນ ບັນດາໂຮງຮຽນຢູ່ໃນເຂດ Gaza ກໍໄດ້ເປີດຄືນອີກໃນວັນເສົາວານນີ້ ລຸນ ຫລັງ ຖືກປິດມານັບແຕ່ຄວາມຮຸນແຮງທີ່ດໍາເນີນໄປເປັນເວລາແປດວັນໄດ້ລະເບີດຂຶ້ນນັ້ນ ຊຶ່ງໃນ ໄລຍະນັ້ນທັງສອງຝ່າຍຕ່າງກໍໄດ້ຍິງໂຈມຕີກັນທາງອາກາດຢ່າງຮຸນແຮງ ຊຶ່ງໄດ້ສັງຫານ
ຊີວິດຂອງຊາວປາແລສໄຕໄປ 160 ຄົນ ແລະຊາວອິສຣາແອລ 6 ຄົນ.
XS
SM
MD
LG