ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ມີລາຍງານວ່າ ອີຣັກກໍາລັງ​ຊ່ວຍ​​ອິຣ່ານ​ ຫລີກ​ລ່ຽງ​ຈາກ​ການ​ລົງ​ໂທດ ທາງ​ເສດຖະກິດ


ຕະຫລາດແຫ່ງນຶ່ງ ໃນນະຄອນຫລວງແບກແດດ ຂອງອິຣັກ, ວັນທີ 14 ສິງຫາ B 2012.
ຕະຫລາດແຫ່ງນຶ່ງ ໃນນະຄອນຫລວງແບກແດດ ຂອງອິຣັກ, ວັນທີ 14 ສິງຫາ B 2012.
ລາຍ​ງານ​ຂ່າວໃນ​ໜັງສືພິມ​ທີ່​ມີ​ຊື່​ສຽງສະບັບ​ນຶ່ງ​ຂອງ​ສະຫະລັດ ​ເວົ້າ​ວ່າ ອີຣັກກໍາລັງ​ຊ່ວຍອິຣ່ານ​ ຫລີກ​ລ່ຽງ​ຈາກ​ການ​ລົງ​ໂທດທາງ​ເສດຖະກິດ​ທີ່​ນາໆ​ຊາດ​ໄດ້ບັງຄັບ​ໃຊ້​ຕໍ່​ເຕຣະຣ່ານ ຍ້ອນ​ໂຄງການ​ນີວ​ເຄຼຍຂອງ​ຕົນ​ນັ້ນ.

ໜັງສືພິມ​ New York Times ລາຍ​ງານ​ຂ່າວ​ໃນ​ວັນ​ອາທິດ​ມື້ນີ້​ວ່າ ອິຣັກ​ໄດ້ໃຊ້​ເຄືອຂ່າຍ​ຂອງ​ສະ​ຖາ​ບັນ​ການ​ເງິນ ​ແລະກິດຈະການ​ລັກລອບ​ຂົນ​ສົ່ງ​ນໍ້າມັນ​ ຊ່ວຍອິຣ່ານຫລີກ​ເວ້ນ​ຈາກ​ການ​ລົງ​ໂທດ.

​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ສັ່ງ​ຫ້າມ ບໍ່​ໃຫ້​ທະນາ ຄານແຫ່ງ​ນຶ່ງ​ທີ່ນະຄອນຫລວງ​ແບກ​ແດດ​ຂອງ​ອິຣັກ ທໍາ​ທຸລະ​ກໍາ​ໃດໆກັບ​ລະບົບ​ທະນາ ຄານ​ຂອງ​ສະຫະລັດ. ​ ທ່ານ​ໂອ​ບາ​ມາກ່າວຢູ່ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ວ່າ ທະນາຄານ Elaf Islamic Bank ​ໄດ້​ຊ່ວຍ​ທໍາ​ທຸລະ​ກໍາ​ ມູນ​ຄ່າຫຼາຍລ້ານ​ໂດ​ລາ ​ໃນ​ນາມຂອງທະນາ ຄານ​ຕ່າງໆຂອງ ອິຣ່ານທີ່​ຖືກ​ລົງ​ໂທດ​ ຍ້ອນ​ການ​ເຊື່ອມ​ໂຍງ​ກັບ​ກິດຈະ​ກາ​ແຜ່​ຜາຍ​ນີວ​ເຄຼຍທີ່​ຜິດ​ກົດໝາຍ ຂອງ​ອິຣ່ານນັ້ນ.

ໜັງສືພິມ New York Times ​ເວົ້າ​ອີກ​ວ່າ ​ເຖິງແມ່ນໄດ້ຖືກ​ລົງ​ໂທດ​ຕາມການ​ຕັດສິນ​ໃຈ​ດັ່ງກ່າວຂອງ​ປະທານາທິບໍດີ​ໂອ​ບາ​ມາ​ກໍ​ຕາມ ​ແຕ່ທະ ນາຄານ Elaf Islamic ກໍ​ຍັງ​ສືບ​ຕໍ່​ປະກອບສ່ວນໃນ​ການ​ປະມູນ​ປະ​ຈໍາ​ວັນ​ຂອງ​ທະນາຄານ​ກາງຂອງ​ອິຣັກຢູ່​ຕໍ່​ມາ ຊຶ່ງ​ໃນ​ການ​ປະມູນ​ດັ່ງກ່າວ​ນັ້ນ ທະນາຄານ​ພານິດ​ທັງ​ຫຼາຍ ສາມາດ​ຂາຍເງິນຕາ ດີ​ນາ ຂອງ​ອິຣັກ ​ແລະ​ຊື້ເອົາເງິນ​ໂດ​ລາ​ຂອງສະຫະລັດ​ໄດ້.
XS
SM
MD
LG