ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການ​ຮົ່ວ​ໄຫລ ​ຂອງ​ສານ​ອໍາໂມເນຍ ຢູ່​ສະຖານີອະ​ວະ​ກາດ ຖືກສ້ອມແປງແລ້ວ (ວີດິໂອ)


 ພາບຈາກໂທລະພາບຂອງອົງການ NASA TV ນັກ​ບິນ​
ອະວະກາດ Chris Cassidy (ຂ້າງເທິງ)ແລະ Tom Marshburn ເພື່ອ​ສ້ອມແປງການ​ຮົ່ວ​ໄຫລ​ ຂອງ​ສານ​ເຮັດ​ຄວາມ​ເຢັນ
ammonia ຢູ່​ນອກ​ສະຖານີອະ​ວະ​ກາດສາກົນ ໃນວັນເສົາ ທີ 11 ພຶດສະພາ, 2013.
ພາບຈາກໂທລະພາບຂອງອົງການ NASA TV ນັກ​ບິນ​ ອະວະກາດ Chris Cassidy (ຂ້າງເທິງ)ແລະ Tom Marshburn ເພື່ອ​ສ້ອມແປງການ​ຮົ່ວ​ໄຫລ​ ຂອງ​ສານ​ເຮັດ​ຄວາມ​ເຢັນ ammonia ຢູ່​ນອກ​ສະຖານີອະ​ວະ​ກາດສາກົນ ໃນວັນເສົາ ທີ 11 ພຶດສະພາ, 2013.
ນັກ​ບິນ​ອະວະກາດອາ​ເມຣິກັນສອງຄົນ ໄດ້ອອກໄປ​ເຮັດ​ວຽກ
ຢູ່ໃນອະວະກາດ​ເປັນເວລາ 6 ຊົ່ວໂມງ ໃນວັນເສົາວານນີ້ ​
ເພື່ອ​ສ້ອມແປງການ​ຮົ່ວ​ໄຫລ​ ຂອງ​ສານ​ເຮັດ​ຄວາມ​ເຢັນ
ammonia ຢູ່​ນອກ​ສະຖານີອະ​ວະ​ກາດສາກົນ.

​ຂະນະ​ທີ່ລອຍ​ໂຕຢູ່ໃນອະວະກາດ ນອກ​ສະຖານີ​ນັ້ນ ​ນັກ​ບິນ​
ອະວະກາດ Chris Cassidy ແລະ Tom Marshburn ໄດ້
ມ້າງຫີບ ທີ່ໜັກ 113 ກິໂລກຣາມ ທີ່ບັນຈຸປໍ້າທີ່ເພນັ້ນອອກ ແລະເອົາອັນໃໝ່ທີ່ມີສໍາຮອງໄວ້ນັ້ນ ປ່ຽນໃສ່ແທນ.

ນັກວິສະວະກອນຂອງອົງການ​ອະວະກາດສະຫະລັດ ຫຼື
NASA ກ່າວ​ວ່າ ພວກເຂົາເຈົ້າບໍ່ເຫັນຮ່ອງຮອຍການຮົ່ວໄຫລ​ໃໝ່ໃດໆ ແລະກໍດີໃຈຫລາຍ.
ແຕ່ ກໍເວົ້າວ່າ ມັນຈະໃຊ້ເວລາເປັນຫລາຍເດືອນຈຶ່ງຈະຮູ້ໄດ້ວ່າ ບັນຫາໄດ້ຖືກແກ້ໄຂ ຢ່າງຖາວອນ ຫລືບໍ່.

ສານ Ammonia ​ໃຊ້ຊ່ວຍເຮັດ​ໃຫ້ລະບົບ​ໄຟຟ້າ​ຂອງ​ສະຖານີ​ອະວະ​ກາດເຢັນລົງ. ພວກ​
ນັກ​ບິນ​ອະວະກາດ ​ທີ່ຢູ່​ເທິງ​ສະຖານີ​ອະວະກາດດັ່ງກ່າວ ພົບເຫັນວ່າ ມີການ​ຮົ່ວ​ໄຫລ
ຄັ້ງທໍາອິດ​ ໃນ​ວັນ​ພະຫັດ​ຜ່ານມາ​ນີ້ ເມື່ອພວກເຂົາເຈົ້າລາຍງານວ່າ ມີຝຸ່ນລະອອງຂອງ
ສານ Ammonia ລອຍ​ອອກ​ໄປໃນອະວະກາດ. ອົງການ NASA ເວົ້າວ່າ ສະພາບການ
ແມ່ນຮ້າຍແຮງ ແຕ່ວ່າພວກນັກ​ອະວະ ກາດ ຢູ່​ໃນ​ສະຖານີ ບໍ່​ໄດ້ຕົກ​ຢູ່​ໃນອັນຕະລາຍ
ໃດໆ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG