ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ລັດອິນເດຍນາ ມີຄວາມຫວັງທີ່ຈະກາຍເປັນສະຖານທີ່ທາງດ້ານເທັກໂນໂລຈີລະດັບສູງຕໍ່ໄປ


ລັດອິນເດຍນາ ກັບການສະໜອງເທັກໂນໂລຈີລະດັບສູງພາບໃນປະເທດ

ລັດອິນເດຍນາ ທີ່ຕັ້ງຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດແຫ່ງນີ້ ມີຄວາມຕ້ອງການທີ່ຈະກາຍເປັນສູນກາງທີ່ຍິ່ງໃຫຍ່ຕໍ່ໄປທາງດ້ານເທັກໂນໂລຈີ ເນື່ອງຈາກສະຫະລັດ ກໍາລັງສຸມໃສ່ການລົງທຶນເພື່ອການພັດທະນາ ແລະການຜະລິດໄມໂຄຣຊິບຢູ່ພາຍໃນປະເທດ. ເຄນ ຟາຣາບໍ ນັກ​ຂ່າວ​ VOA ມີ​ລາຍ​ງານ​ເພີ້ມ​ເຕີມກ່ຽວກັບເລື້ອງນີ້ ​ຈາກເມືອງຫຼວງອິນເດຍນາໂພລິສ.

ໃນປີ 1990, ສະຫະລັດ ຜະລິດເຊມມີຄອນດັກເຕີ້ (semiconductors) ອອກມາປະມານ 40 ເປີເຊັນຂອງໂລກ. ໃນຂະນະທີ່ການຜະລິດໄດ້ຍ້າຍໄປສູ່ເອເຊຍ, ໄດ້ເຮັດໃຫ້ການຜະລິດຂອງສະຫະລັດຕົກລົງມາປະມານ 12 ເປີເຊັນ.

ທ່ານມາກ ລູນສໂຕຣມ (Mark Lundstrom), ຜູ້ທີ່ເຮັດວຽກຮ່ວມກັບ semiconductors ຫຼື microchips ທີ່ສໍາຄັນສໍາລັບເຄື່ອງອີເລັກໂທຣນິກທີ່ທັນສະໄຫມ ທັງໝົດຊີວິດຂອງທ່ານ, ແລະເຊື່ອວ່າ ພວກເຂົາໄດ້ປະເມີນຄ່າຕ່ໍາເກີນໄປ ຈົນຮອດຍາມມັນຂາດເຂີນ.

ທ່ານມາກ ລູນສໂຕຣມ, ຮັກສາການຄະນະບໍດີ ພາກວິຊາວິສະວະກໍາສາດ ມະຫາວິທະຍາໄລເພີດູ ກ່າວວ່າ:

"ໃນລະຫວ່າງການລະບາດຂອງພະຍາດໂຄວິດ ພວກເຮົາໄດ້ຮັບການຕື່ນໂຕ."

ການລະບາດໃຫຍ່ຂອງພະຍາດໄວຣັສໂຄໂຣນາໃນປີ 2020 ໄດ້ເຮັດໃຫ້ການຜະລິດຢູ່ເອເຊຍຊ້າລົງ, ອັນໄດ້ສົ່ງຜົນຕໍ່ລະບົບຕ່ອງໂສ້ການສະໜອງຢູ່ໃນທົ່ວໂລກເປັນໄລຍະໆ ແລະ ນຳໄປສູ່ການຂາດເຂີນທຸກຢ່າງ ນັບຕັ້ງແຕ່ໂທລະສັບມືຖືຈົນເຖິງພາຫະນະ. ການເພິ່ງພາຕໍ່ຜູ້ຜະລິດຊິບຕ່າງປະເທດຂອງສະຫະລັດ ເປັນການເປີດເຜີຍຈຸດອ່ອນອັນສໍາຄັນຂອງຕົນ.

ທ່ານ ລູນສໂຕຣມ ກ່າວວ່າ:

“ພວກເຮົາຮູ້ວ່າ AI ກໍາລັງຈະຫັນປ່ຽນສັງຄົມໃນອີກບໍ່ເທົ່າປີຂ້າງໜ້າ, ເຊິ່ງມັນຕ້ອງການຊິບທີ່ມີປະສິດທິພາບສູງທີ່ສຸດ.”

ທ່ານ ລູນສໂຕຣມ, ເປັນຮັກສາການຄະນະບໍດີພາກວິສະວະກໍາສາດ ຢູ່ທີ່ມະຫາວິທະຍາໄລເພີດູ, ໃນເມືອງ ລາເຟເຢັດທ໌ (Lafayette), ລັດອິນເດຍນາ, ທ່ານເປັນຜູ້ນໍາໃນການຄົ້ນຄວ້າກ່ຽວກັບ semiconductor ທີ່ມີຊື່ສຽງມາຍາວນານ, ເຊິ່ງເປັນຄວາມສໍາຄັນອັນໃໝ່ໃນພາກວິຊາທີ່ພົ້ນເດັ່ນຂື້ນມາຂອງປັນຍາປະດິດ.

ທ່ານກ່າວວ່າ:

"ຖ້າພວກເຮົາບໍ່ປະສົບຜົນສໍາເລັດໃນດ້ານ AI, ຜົນສະທ້ອນແມ່ນໃຫຍ່ຫຼວງທີ່ສຸດຕໍ່ການປ້ອງກັນປະເທດຂອງພວກເຮົາ, ແລະຕໍ່ລະບົບເສດຖະກິດຂອງພວກເຮົາໃນອະນາຄົດ.”

ທ່ານນາງຊີຮົງ ເຊິນ (Zhihong Chen), ຈາກສູນກາງນາໂນເທັກໂນໂລຈີ ບຣິກຄ໌ ຫຼື Birck Nanotechnology ແຫ່ງມະຫາວິທະຍາໄລເພີດູ ກ່າວວ່າ:

"ໂຕຊີ້ວັດອັນສໍາຄັນກ່ຽວກັບການປະຕິບັດງານຂອງຊິບ, ໃນຄວາມເປັນຈິງ, ແມ່ນຂະຫນາດຂອງອຸປະກອນ ທີ່ຊ່ວຍຂະຫຍາຍສັນຍານຂອງອີເລັກໂທຣນິກ ຫຼື transistors."

ທ່ານນາງຊີຮົງ ເຊິນ, ເປັນຜູ້ອໍານວຍການສູນກາງນາໂນເທັກໂນໂລຈີ ບຣີກຄ໌ ຢູ່ທີ່ເມືອງເພີດູ, ເຊິ່ງກ່າວອວດອ້າງໃນສິ່ງທີ່ຖືກຮ້ອງວ່າ ເປັນ “ຫ້ອງທີ່ສະອາດທີ່ສຸດໃນໂລກ,” ໂດຍເປັນສະຖານທີ່ ທີ່ວິສະວະກອນດໍາເນີນງານຕາມໂມງ ເພື່ອຜັກດັນເທັກໂນໂລຈີໄມໂຄຣຊິບໄປສູ່ອະນາຄົດ ແລະດີກວ່າເກົ່າ ພ້ອມທັງມີຂະໜາດທີ່ນ້ອຍກວ່າເກົ່າ.

ທ່ານນາງຊີຮົງ ເຊິນ ກ່າວວ່າ:

"ພວກເຮົາເວົ້າກ່ຽວກັບ ອາດຳສ໌ ຈໍານວນເລັກນ້ອຍໃນແຕ່ລະ transistor ເຮັດດ້ວຍຊິລິຄອນ. ພວກເຮົາພະຍາຍາມເຮັດໃຫ້ transistors ລຸ້ນຕໍ່ໄປ ເປັນອຸປະກອນທີ່ດີກວ່າເທັກໂນໂລຈີຕ່າງໆ ທີ່ມີຢູ່ໃນປັດຈຸບັນ.”

ຄວາມພະຍາຍາມຂອງເມືອງເພີດູ ພ້ອມກັບວິທະຍາເຂດມະຫາວິທະຍາໄລອື່ນໆໃນລັດ, ໄດ້ເສີມຂະຫຍາຍຊື່ສຽງຂອງລັດອິນເດຍນາ ໃຫ້ເປັນສະຖານທີ່ຕັ້ງ ສໍາລັບຜູ້ຜະລິດທັງຫຼາຍ ທີ່ກໍາລັງຊອກຫາສະຖານທີ່ເພື່ອສ້າງໂຮງງານຜະລິດ microchip ໃໝ່ຫຼາຍແຫ່ງ.

ທ່ານອີຣິກ ໂຮລໂຄມບ໌ (Eric Holcomb), ຜູ້ປົກຄອງລັດອິນເດຍນາ ຈາກພັກຣີພັບບລິກັນ, ກໍາລັງດໍາເນີນງານເພື່ອຫັນປ່ຽນລັດແຫ່ງນີ້ ໃຫ້ໄປໄກເກີນກວ່າ ການເປັນມໍລະດົກກ່ຽວກັບການຜະລິດກະສິກໍາ ແລະລົດຍົນ ຂອງຕົນ.

ທ່ານກ່າວວ່າ:

“ຖ້າພວກເຮົາຕ້ອງການແຂ່ງຂັນລະດັບໂລກ, ພວກເຮົາຕ້ອງສະຫຼາດຂຶ້ນກວ່າເກົ່າ ແລະມີຄວາມເຂັ້ມແຂງກວ່າ ພ້ອມທັງມີຄວາມພ້ອມດ້ານອຸປະກອນຫຼາຍກວ່າເກົ່າ.”

ວິໄສທັດຂອງ ທ່ານ ໂຮລໂຄມບ໌ ມີແນວຄິດຄ້າຍຄືກັນກັບບັນດາສະມາຊິກສະພາຄົນອື່ນໆ, ລວມທັງສະມາຊິກສະພາສູງສະຫະລັດຂອງລັດອິນເດຍນາ ທ່ານທັອດ ຢັງ (Todd Young), ຜູ້ທີ່ໄດ້ເປັນຄູ່ຮ່ວມສະຫນັບສະຫນຸນກົດໝາຍໂດຍສອງພັກການເມືອງ ປະຈໍາປີ 2023 ວ່າດ້ວຍ CHIPS ແລະວິທະຍາສາດ, ເຊິ່ງຫມັ້ນໝາຍທີ່ຈະໃຫ້ທຶນຂອງລັດຖະບານກາງ ຫຼາຍກ່ວາ 50 ຕື້ໂດລາ ສໍາລັບການພັດທະນາ microchip ພາຍໃນປະເທດ. ປັດຈຸບັນ, ລັດອິນເດຍນາ ເປັນນຶ່ງໃນ 31 ສູນກາງດ້ານເທັກໂນໂລຈີ ແລະນະວັດຕະກໍາຂອງສະຫະລັດ ໂດຍຊ່ວຍໃຫ້ລັດນີ້ ມີຄຸນສົມບັດພຽງພໍສຳລັບທຶນໃຫ້ລ້າຫຼາຍຮ້ອຍລ້ານໂດລ ທີ່ໄດ້ຮັບການອອກແບບມາ, ເພື່ອດຶງດູດບັນດາທຸລະກິດຕ່າງໆທີ່ຂັບເຄື່ອນດ້ວຍເທັກໂນໂລຈີ.

ທ່ານ ໂຮລໂຄມບ໌ ກ່າວວ່າ:

"ພວກ​ເຮົາ​ເຂົ້າ​ໃຈ​ວ່າ ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ໝັ້ນຄົງທາງ​ດ້ານ​ເສດ​ຖະ​ກິດ ແລະ​ຄວາມໝັ້ນຄົງແຫ່ງ​ຊາດ ເປັນອົງປະກອບ ທີ່ຄວບຄູ່ກັບພາກສ່ວນອື່ນໆ."

ໃນເດືອນນີ້, ຜູ້ຜະລິດໄມໂຄຣຊິບຂອງເກົາຫຼີໃຕ້ SK Hynix ໄດ້ປະກາດວ່າ ພວກເຂົາເຈົ້າກໍາລັງວາງແຜນທີ່ຈະສ້າງໂຮງງານ ຢູ່ໃກ້ກັບເມືອງເພີດູ ໃນມູນຄ່າ 4 ຕື້ໂດລາ, ທີ່ຜະລິດໄມໂຄລຊິບລຸ້ນຕໍ່ໄປ ຊິບຫນ່ວຍຄວາມຈໍາທີ່ມີຄວາມຖີ່ຂອງຄື້ນສູງ ອັນມີຄວາມສໍາຄັນຍິ່ງໃນການໃຊ້ງານສໍາລັບປັນຍາປະດິດ. ໃນຂະນະທີ່ຜູ້ຜະລິດຊິບໃນສະຫະລັດຄື SkyWater ຍັງມີແຜນທີ່ຈະລົງທຶນປະມານ 2 ຕື້ໂດລາໃນລັດອິນເດຍນາ, ເຊິ່ງເປັນລັດ ທີ່ສູນເສຍການປະມູນກັບຜູ້ຜະລິດຊິບ Intel ເມື່ອບໍ່ດົນມານີ້, ທີ່ໄດ້ເລືອກລັດ ໂອໄຮໂອ ສໍາລັບສ້າງໂຮງງານໃໝ່ 2 ແຫ່ງ.

ທ່ານ ລູນສໂຕຣມ ກ່າວວ່າ:

"ບໍລິສັດຕ່າງໆ ມີແນວໂນ້ມຈະມັກໄປສະຖານທີ່ທີ່ມີພື້ນຖານໂຄງລ່າງຢູ່ຫັ້ນແລ້ວ, ບ່ອນທີ່ມີຕ່ອງໂສ້ການສະຫນອງແມ່ນຢູ່ທີ່ນັ້ນແລ້ວ. ມີຢູ່ໃນຂົງເຂດແລ້ວ. ອັນນັ້ນແມ່ນສິ່ງທ້າທາຍສໍາລັບພວກເຮົາ.”

ສິ່ງທີ່ອາດເຮັດໃຫ້ລັດ ອິນເດຍນາ ໄດ້ປຽບໃນດ້ານການແຂ່ງຂັນ ກໍແມ່ນວ່າ ແຫລ່ງຊັບພະຍາກອນທໍາມະຊາດຂອງລັດ ທີ່ອຸດົມສົມບູນໄປດ້ວຍດິນ ແລະ ນ້ຳພ້ອມ ແລະທັງຮູບແບບທາງດ້ານສະພາບອາກາດທີ່ເປັນປົກກະຕິ ເຊິ່ງເປັນສິ່ງສໍາຄັນສໍາລັບຂະບວນການທີ່ຈໍາເປັນສໍາລັບການຜະລິດ microchip ຂະຫນາດໃຫຍ່.

The Midwestern state of Indiana aspires to become the next great technology center as the United States ramps up investment in domestic microchip development and manufacturing. VOA’s Kane Farabaugh has more from Indianapolis.

In 1990, the U.S. produced about 40% of the world’s semiconductors. As manufacturing migrated to Asia, U.S. production fell to about 12%.

Mark Lundstrom has worked with semiconductors - or microchips critical to modern electronics - much of his life, and believes they were underappreciated until there was a shortage.

Mark Lundstrom, Purdue University Acting Dean of Engineering:

“During Covid we got a wake-up call.”

The 2020 coronavirus pandemic slowed production in Asia, creating a ripple through the global supply chain and leading to shortages of everything from phones to vehicles. U.S. reliance on foreign chip manufacturers exposed a major weakness.

Mark Lundstrom, Purdue University Acting Dean of Engineering:

“We know that AI is going to transform society in the next several years. It requires extremely powerful chips.”

Lundstrom is the Acting Dean of Engineering at Purdue University in Lafayette, Indiana, historically a leader in semiconductor research, which has new importance in the emerging field of artificial intelligence.

Mark Lundstrom, Purdue University Acting Dean of Engineering:

“If we fall behind in AI, the consequences are enormous for the defense of our country. For our economic future.”

Zhihong Chen, Purdue University Birck Nanotechnology Center:

“The key metrics of the performance of the chips, actually, are the size of the transistors.”

Zhihong Chen is director of Purdue’s Birck Nanotechnology Center, which boasts what it calls the “cleanest room in the world,” where engineers work around the clock to push microchip technology into the future and smaller is better.

Zhihong Chen, Purdue University Birck Nanotechnology Center:

“We are talking about a few atoms in each silicon transistor. We are trying to make the next-generation transistors better devices than current technologies.”
Purdue’s efforts, along with those of other university campuses in the state, have boosted Indiana’s profile as an attractive location for manufacturers looking to build new microchip facilities.

Eric Holcomb, Indiana’s Republican governor, is working to transform the state beyond its agricultural and automotive manufacturing legacy.

Eric Holcomb, Indiana Governor:

“If we want to compete globally, we have to get smarter and healthier and more equipped.”

Holcomb’s vision is shared by other lawmakers, including U.S. Senator Todd Young of Indiana, who co-sponsored the bipartisan 2023 CHIPS and Science Act, which commits more than $50 billion in federal funding for domestic microchip development. Indiana is now home to one of 31 designated U.S. technology and innovation hubs, helping it qualify for hundreds of millions of dollars in grants designed to attract technology-driven businesses.

Eric Holcomb, Indiana Governor:

“We understand that economic development, economic security and national security complement one another.”

This month, South Korean microchip manufacturer SK Hynix announced it was planning to build a $4 billion dollar facility near Purdue that would produce next-generation, high bandwidth memory chips critical for artificial intelligence applications. While U.S. chip manufacturer SkyWater also plans to invest nearly $2 billion in Indiana, the state recently lost bidding to host chip maker Intel, which selected Ohio for two new factories.

Mark Lundstrom, Purdue University Acting Dean of Engineering:

“Companies tend to like to go to locations where there is already that infrastructure where that supply chain is in place. That’s a challenge for us.”

What could give Indiana a competitive edge is its natural resources – plenty of land and water and regular weather patterns crucial for the processes needed for large-scale microchip manufacturing.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG