ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

​​​​​​​​​ສະຫະລັດ ​ແລະ​ອິນ​ເດຍ ​​ລົງ​ນາມ ​ໃນ​ຂໍ້​ຕົກລົງ ​ທີ່ສຳຄັນ​ ດ້ານ​ພະລາທິການ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ຊ້າຍ, ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍ ທ່ານ Manohar Parrikar ​ໃນ New Dehli, ອິນເດຍ, 12 ເມສາ, 2016.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ຊ້າຍ, ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍ ທ່ານ Manohar Parrikar ​ໃນ New Dehli, ອິນເດຍ, 12 ເມສາ, 2016.

​ສະຫະລັດ ​ແລະ​ອິນ​ເດຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ທີ່ສຳຄັນ​ທາງ​ດ້ານ​ພະລາທິການ ທີ່​ຈະ​ສາ ມາດ​ຊ່ອຍ​ໃຫ້ກຳລັງ​ສະຫະລັດ ​ແລະ​ອິນ​ເດຍ ນຳ​ໃຊ້​ຖານ​ທັບ​ຂອງ​ກັນ​ແລະ​ກັນ ​ເພື່ອ​ສ້ອມ​ແປງ ພ້ອມ​ທັງຮັບ​ສຳພາລະ​ແລະອຸບປະກອນ​ຕ່າງໆ​ເພີີ່ມ​ເຕີມ​ໄດ້.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນທີ່​ທຳ​ນຽນ​ຫ້າ​ແຈວ່າ ທ່ານ​ແລະລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິນ​ເດຍທ່ານ Mano- har Parrikar ​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ເພື່ອແລກ ປ່ຽນ​ດ້ານພະລາທິການຫຼື LEMOA ​ໃນ​ເຊົ້າ​ຂອງ​ມື້​ວານ​ນີ້. ​ລັດຖະມົນຕີປ້ອງ​ກັນ​ປະ​ເທດທັງ​ສອງໄດ້ ​ເຫັນ​ພ້ອມ​ນຳ​ກັນກ່ຽວ​ກັບ​ບັນທຶກ​ຄວາມ​ເຂົ້າ​ໃຈນີ້ “​ໂດຍ​ທາງ​ຫຼັກການ” ​ໃນເວລາ​ທີ່​ພວກ​ທ່ານ​ໄດ້​ພົບ​ປະກັນ​ຄັ້ງ​ຫຼ້າ​ສຸດ ທີ່​ປະ​ເທດ​ອິ​ນ​ເດຍ ​ໃນ​ເດືອນ​ເມສາ ຜ່ານ​ມາ​ນີ້.

ທ່ານ Carter ​ໄດ້​ກ່າວ​ວ່າ ​ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ແມ່ນ “​ເປັນຄວາມ​ຍິນ​ຍອມສອງ​ກ້ຳ​ສອງ​ຝ່າຍ​ຢ່າງ​ເຕັມ​ທີ່​” ​ແລະ​ເຮັດ​ໃຫ້ການ​ປະຕິບັດ​ການ​ຮ່ວມ​ນີ້ ງ່າຍ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ​ຂຶ້ນ.

ເຊີນຊົມ: ທ່ານ Carter ທີ່ອະທິບາຍເຖິງຂໍ້ຕົກລົງ

Ash Carter Talks About Key Logistics Agreement With India
please wait

No media source currently available

0:00 0:00:35 0:00

​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດທັງ​ສອງ​ຍັງ​ໄດ້​ກ່າວ​ເນັ້ນ​ເຖິງ ຂໍ້​ຕົກລົງ​ທີ່​ວ່າ​ນີ້ ບໍ່​ໄດ້​ອະນຸຍາດ​ໃຫ້ປະ​ເທດ​ໃດ​ປະ​ເທດ​ນຶ່ງ ​ຕັ້ງຄ້າຍ​ຫຼື​ຖານ​ທັບຂອງ​ຕົນຂຶ້ນຢູ່​ໃນ​ອີກ​ປະ​ເທດ​ນຶ່ງ, ​ແຕ່​ວ່າ​ອະນຸ ຍາດໃຫ້​ໃຊ້​ຖານ​ທັບແລະອຸບປະກອນຕ່າງໆ​ເທົ່າ​ນັ້ນ ​“ເພື່ອ​ປະຕິບັດ​ງານ​ຮ່ວມກັນ ເວລາ​ໃດ​ທີ່​ພວກ​ເຮົາ​ເຫັນ​ວ່າ​ຈຳ​ເປັນ.”

ທ່ານ Parrikar ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ບໍ່​ໄດ້​ກ່ຽວຂ້ອງ​ໃນ​ການຕັ້ງ​ຄ້າຍໃດໆ​ເລີຍ ​ໂດຍ​ພື້ນຖານ​ແລ້ວ ມັນ​ເປັນ​ການ​ສະໜັບສະໜຸນ​ດ້ານ​ພາລາທິ​ການ​ເທົ່ານັ້ນ.”

​ໃນ​ຂະນະ​ທີ່​ທ່ານ Parrikar ຢ້ຽມຢາມທຳ​ນຽນ​ຫ້າ​ແຈ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທັງ​ສອງໄດ້ໂອລົ​ມສົນທະນາ​ກັນ ກ່ຽວ​ກັບ​ການ​ທີ່​ປະ​ເທດ​ອິນ​ເດຍຖືກ​ລະບຸ​ວ່າ ເປັນ​ຄູ່​ພາຄີທີ່​ສຳຄັນໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງສະຫະລັດ ຫວ່າງມໍ່ໆ​ມາ​ນີ້.

ການ​ລະບຸ​ຊື່​ດັ່ງກ່າວ​ຫວ່າງມໍ່ໆ​ມາ​ນີ້ ​ໄດ້​ປະກາດ​ໃນ​ລະຫວ່າງ​ທີ່​ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ​ຢ້ຽມຢາມ​ນະຄອນຫຼວງວໍຊິ​ງຕັນ ​ໃນ​ເດືອນມິຖຸນາ​ທີ່​ຜ່ານ​ມາ​ນີ້ ​ແລະ​ທ່ານ Carter ​ໄດ້​ກ່າວ​ວ່າ ມັນ​ໄດ້​ອະນຸຍາດ​ໃຫ້ທະຫານ​ຂອງສະຫະລັດ ​ຮ່ວມ​ມື​ກັບ ກອງ​ກຳລັງ​ທາງ​ທະຫານ​ຂອງ​ອິນ​ເດຍ ​ໃນ “​ແນວທາງ ທີ່ພວກ​ເຮົາ​ໄດ້​ປະຕິບັດ ກັບປະ​ເທດ​ພັນທະ​ມິດ ​ທີ່ໃກ້ຊິດ​ທີ່​ສຸດ ​ແລະມີ​ຄວາມ​ສຳພັນຍາວ​ນານ​ທີ່​ສຸດ​ເທົ່າ​ນັ້ນ.”

ການ​ໂອ້​ລົມ​ສົນທະນາໃນ​ວັນ​ຈັນ​ວານ​ນີ້ ​ທີ່ທຳ​ນຽນ​ຫ້າ​ແຈ ຊຶ່ງ​ເປັນ​ການ​ພົບ​ປະກັນ​ຄັ້ງ​ທີ 6 ລະຫວ່າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທັງ​ສອງ ​ໄດ້​ມີ​ຂຶ້ນ​ກ່ອນ​ການ​ຊ້ອມລົບ​ທີ່​ສຳຄັນ​ປະຈຳ​ປີ ​ຢູ່​ທີ່ອິນ​ເດຍ ລະຫວ່າງ​ກອງ​ກຳລັງ​ຂອງ​ສະຫະລັດ​ ແລະກອງ​ທະຫານ​ອິນ​ເດຍ.

​ ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ : ລມຕ ປ້ອງກັນປະເທດສະຫະລັດ ກັບອິນເດຍ ກ່າວເຖິງ ຄວາມສຳຄັນ ຂອງຂໍ້ຕົກລົງລະຫວ່າງກັນ

US Defense Secretary Carter Underscores Importance of India Deal
please wait

No media source currently available

0:00 0:00:32 0:00

XS
SM
MD
LG