ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ໜູພຸກ ທໍານາຍວ່າ ລະດູໜາວ ຍັງຈະດຳ​ເນີນ ຕໍ່​ໄປອີກ 6 ອາທິດ (ວີດີໂອ)


ລິງໂດຍກົງ

ວີດີໂອ ກ່ຽວກັບຂ່າວນີ້.

ລະ​ດູ​ໜາວ​ປີ​ນີ້ ເປັນ​ປີ​ທີ່​ມີອາກາດ​ໜາວ​ຫລາຍ​ທີ່​ສຸດ ​ແລະ​ມີ​ຫິ
ມະ​ຕົກຢູ່​ໃນ​ພາກ ສ່ວນ​ໃຫຍ່​ຂອງສະຫະລັດ ​ແລະ​ມາບັດ​ນີ້ ​ໂຕ​
ໜູ​ພຸກ ຫລື groundhog ໄດ້​ອອກ​ມາທໍານາຍວ່າ ອາກາດ​ຍັງ​ຈະ
ໜາວ​ຫລາຍ ​ຢູ່​ຕໍ່​ໄປ​ອີກ​ຫົກ​ອາທິດ.

​ໃນ​ພິທີເພື່ອ​ຄວາມ​ມ່ວນ​ຊື່ນລະດູ​ໜາວ ທີ່​ຈັດ​ຂຶ້ນປະຈໍາປີມາ​ເປັນ
​ປະ​ເພນີ​ ໃ​ນ ວັນທີ 2 ກຸມພານັ້ນ​ ປະ​ຊາ​ຊົນ​ຫລາຍ​ພັນ​ຄົນ​ໄດ້​ພາ
ກັນ​ໄປ​ລໍຖ້າ​ເບິ່ງ ໜູ​ພຸກ​ໂຕ​ນຶ່ງ​ ທີ່ຊື່ວ່າ Punxsutawney Phil ​
ປ່ອນ​ຫົວ​ອອກ​ມາຈາກ​ຮູ ບ່ອນຢູ່​ຂອງ​ມັນ ຢູ່​ໃນ​ເມືອງ​ນ້ອຍໆ​ແຫ່ງ
​ນຶ່ງ ຊື່ວ່າ Punxsutawney ​ໃນລັດ Pensylvania ທາງ​ພາກ​ຕາ​ເວັນ​ອອກ​ຂອງສະຫະລັດ.

ບັນດາ​ນັກ​ພະ​ຍາກ​ອນອາກາດ ພາກັນ​ຫົວ​ຂວັນ​ແລະ​ເວົ້າ​ເຍີ້​ຍ ກ່ຽວ​ກັບການ​ທໍາ ນາຍ​ຂອງ​
ໜູ​ພຸກໂຕນີ້ ແຕ່​ຄໍາ​ເລົ່າ​ລື​ກັນ ເວົ້າ​ວ່າ ຖ້າ​ຫາກໂຕໜູ​ພຸກ ໂປ​ໂລ​ຫົວ​ຂຶ້ນ​ມາ​ຈາກ​ຮູ ​ແລ້ວເຫັນ
​ເງົາ​ຂອງ​ຕົນ​ເອງ ​ໃນ​ມື້ Groundhog ຄື​ວັນ​ທີ 2 ກຸມພາ​ນັ້ນ​ແລ້ວ ກໍ​ໝາຍ​ຄວາມ​ວ່າ ຍັງ​ຈະ​ມີ
ລະດູ​ໜາວ​ຢູ່​ອີກ​ຫົກ​ອາທິດ. ​ແລະຖ້າ​ບໍ່​ເຫັນ​ເງົາ ລະດູບານ​ໃໝ່ກໍ​ຈະ​ມາ​ກ່ອນ.

​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່ມີ 20,000 ຄົນ​ພາກັນລໍຖ້າ​ເບິ່ງ ​ແລະ​ຮ້ອງ​ຊື່​ຂອງ​ໜູ​ພຸກ
Phil ມັນ​ກໍ​ໂປ​ໂລ​ຫົວ​ອອກ​ມາ ​ແລະ​ໄດ້​ເຫັນ​ເງົາ​ຕົນ​ເອງ.

​ແລະ​ນັ້ນ​ເລົ່າ​ລື​ເວົ້າວ່າ ຍັງຈະມີອາກາດ​ໜາວ​ເຢັນ ​ແລະ​ຊາວ​ອາ​ເມຣິກັນ ຍັງ​ຈະຕ້ອງ​ໄດ້
ພາກັນຊ້ວນ​ຫິມະ​ ຕື່ມ​ອີກ​ຢູ່​ຫລາຍ​ອາທິດ.


US Groundhog Winter Forecast
please wait

No media source currently available

0:00 0:01:00 0:00

XS
SM
MD
LG