ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ADB ຊ່ວຍ ມຽນມາ ປັບປຸງ ລະບົບ​ໄຟຟ້າ


ປະທານ Thein Sein (ກາງ) ໄປເບິ່ງໂຮງໄຟຟ້າ ພະລັງນໍ້າຮ້ອນ Kawasaki ຂອງບໍລິສັດໄຟຟ້າ Tokyo Electric Power Company (TEPCO) ທາງກໍ້າໃຕ້ຂອງນະຄອນຫລວງໂຕກຽວ ເມື່ອວັນທີ 22 ເມສາ 2012.
ປະທານ Thein Sein (ກາງ) ໄປເບິ່ງໂຮງໄຟຟ້າ ພະລັງນໍ້າຮ້ອນ Kawasaki ຂອງບໍລິສັດໄຟຟ້າ Tokyo Electric Power Company (TEPCO) ທາງກໍ້າໃຕ້ຂອງນະຄອນຫລວງໂຕກຽວ ເມື່ອວັນທີ 22 ເມສາ 2012.
ທະນາຄານ​ພັດທະນາເອ​ເຊຍຫຼື​ ADB ກ່າວວ່າ ມີ​ຄວາມ​ຈຳ​ເປັນ
​ທີ່​ຈະ​ຕ້ອງ​ດຳ​ເນີນຄວາມພະຍາຍາມຢ່າງຮີບ​ດ່ວນ ເພື່ອຊ່ອຍປັບ
ປຸງໃຫ້​ປະຊາຊົນມີ​ໄຟຟ້າ​ໃຊ້​ຢູ່​ໃນມຽນມາ ບ່ອນທີ່ມີພຽງ ແຕ່ນຶ່ງ
​ສ່ວນ​ສີ່ຂອງປະຊາກອນ​ເທົ່າ​ນັ້ນ ມີໄຟຟ້າໃຊ້​ເວລາ​ນີ້.

ທະນາຄານ ທີ່ມີສໍານັກງານ​ໃຫຍ່ຢູ່ກຸງມະນີລາດັ່ງກ່າວ​ ຍັ​ງ​ເວົ້າ
ວ່າຂົງເຂດທັງໝົດຂອງປະເທດ ຈະປະສົບ​ກັບ​ອຸບປະສັກຢ່າງຮ້າຍແຮງໃນຄວາມພະຍາ
ຍາມ​ເພື່ອ​ສ້າງ​ຄວາມກ້າວໜ້າ ທາງ​ດ້ານເສດຖະກິດຖ້າຫາກວ່າການຂາດແຄນໄຟຟ້າ
ບໍ່ໄດ້ຮັບການ​ແກ້​ໄຂ​ໃຫ້​ດີ​ຂຶ້ນ.

ການຊົມໃຊ້ໄຟຟ້າຂອງລາຍບຸກຄົນຢູ່​ມຽນມາ ແມ່ນຮວມຢູ່​ໃນ​ບັນດາ​ປະ​ເທດເອເຊຍທີ່ຕໍ່າ
ສຸດ. ທະນາຄານພັດທະນາ​ເອ​ເຊຍ ຄາດຄະເນວ່າ ມີພຽງແຕ່ 1 ໃນ 4 ຂອງປະຊາກອນ
ເທົ່ານັ້ນ ທີ່ສາມາດມີໄຟຟ້າໃຊ້ ແລະຢູ່ໃນເຂດຊົນນະບົດທີ່​ສອກຫຼີກຫ່າງ​ໄກ​ບາງ​ບ່ອນນັ້ນ
ແມ່ນມີອັດຕາ​ທີ່ຕໍ່າເຖິງ 16%.

ໃນການຊັ່ງຊາ​ຕີ​ລາຄາຂັ້ນຕົ້ນຂອງພາກສ່ວນພະລັງງານມຽນມານັ້ນ​ທາງທະນາຄານ
ພັດທະນາ​ເອ​ເຊຍກ່າວວ່າ ​ມຽນມາ​ແມ່ນອຸດົມສົມບູນໄປ​ດ້ວຍ​ຄວາມເປັນໄປໄດ້ ​ໃນ​ການ
​ຜະລິດ​ກະ​ແສ​ໄຟຟ້າ ຮວມທັງການ​ສຳ​ຫຼວດຫາ​ນໍ້າມັນ​ແລະແກ໊ສທໍາມະຊາດ​ແລະແຫຼ່ງ
ພະລັງງານ ທີ່ໃຊ້ຄືນໃໝ່ໄດ້ອື່ນໆ.

​ແຕ່ທະນາຄານພັດທະນາ​ເອ​ເຊຍ ຍັງກ່າວອີກວ່າ ການຂາດປັດໄຈທາງດ້ານການເງິນ
ແມ່ນອຸບປະສັກຂັດຂວາງຕໍ່ການພັດທະນາທີ່ຈໍາ​ເປັນ​ດ້ານພະລັງງານ ​ເພື່ອ​ຊ່ວຍ​ຫຼຸດຜ່ອນ
ຄວາມຍາກຈົນລົງໄດ້. ມຽນມາຊຶ່ງ​ເປັນ​ປະ​ເທດດ້ອຍພັດທະນາ ກໍາລັງຟື້ນ​ໂຕ​ຄືນຈາກ
ການ​ໂດດດ່ຽວທາງ​ດ້ານເສດຖະກິດແລະການເມືອງ ທີ່​ມີ​ມາ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ
ພາຍ​ໃຕ້​ການປົກຄອງ​ແບບ​ຜະ​ເດັດ​ການ ​ຂອງ​ຜູ້ນຳ​ທະຫານ​ນັ້ນ.
XS
SM
MD
LG