ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ອົງການປົກປ້ອງສິດທິມະນຸດ ກ່າວຫາອິສຣາແອລວ່າ ກໍ່ອາຊະຍາກໍາສົງຄາມ ແລະປະນາມຕໍ່ບັນດາພັນທະມິດວ່າ ຄວນສະແດງທ່າທີ 'ເຈັບແຄ້ນ'


ລົດຖັງຂອງອິສຣາແອລ ກັບຄືນເຂົ້າໄປອິສຣາແອລຈາກຂົງເຂດກາຊາ ໃກ້ກັບຊາຍແດນ ອິສຣາແອລ-ກາຊາ ໃນພາກໃຕ້ຂອງອິສຣາແອລ, ວັນທີ 11 ມັງກອນ 2024.
ລົດຖັງຂອງອິສຣາແອລ ກັບຄືນເຂົ້າໄປອິສຣາແອລຈາກຂົງເຂດກາຊາ ໃກ້ກັບຊາຍແດນ ອິສຣາແອລ-ກາຊາ ໃນພາກໃຕ້ຂອງອິສຣາແອລ, ວັນທີ 11 ມັງກອນ 2024.

ໃນບົດລາຍງານປະຈໍາປີທີ່ໄດ້ເປີດເຜີຍອອກມາ ໃນວັນພະຫັດວານນີ້, ອົງ​ການປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ທີ່ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນນິວຢອກ ກ່າວຫາອິສຣາແອລ ກ່ຽວກັບ ການ​ກໍ່ອາດຊະຍາກໍາສົງຄາມ, ແລະກ່າວວ່າ ຫຼາຍປະເທດ ຄວນສະແດງທ່າທີ "ເຈັບແຄ້ນ" ຕໍ່ຄວາມໂຫດຮ້າຍ ທີ່ເກີດຂຶ້ນໃນບັນ​ຫາຂັດແຍ້ງ ຢູ່ຂົງເຂດກາຊາ.

ບົດ​ລາຍ​ງານ​ວິ​ເຄາະ​ສະ​ຖາ​ນະ​ການ​ທາງດ້ານ​ສິດ​ທິ​ມະ​ນຸດ​ ໃນ​ເກືອບ 100 ປະ​ເທດໃນ​ຮອບ 12 ເດືອນຜ່ານ​ມາ, ມີການອະ​ທິ​ບາຍ​ວ່າ ປີ 2023 ເປັນ “ປີ​ທີ່​ເປັນຕາ​ຢ້ານທີ່ສຸດ” ຕໍ່ການປາບປາມທາງດ້ານສິດທິມະນຸດ​ ແລະ​ຄວາມ​ໂຫດ​ຮ້າຍ​ຂອງ​ສົງ​ຄາມ.

ອິສຣາແອລ ກ່າວວ່າ ພວກຫົວຮຸນແຮງທີ່ນຳພາໂດຍກຸ່ມຮາມາສ ໄດ້ທໍລະມານ ແລະສັງຫານປະຊາຊົນ 1,200 ຄົນໃນການໂຈມຕີຂ້າມຊາຍແດນເມື່ອວັນທີ 7 ເດືອນຕຸລາຜ່ານມາ, ໃນນັ້ນລວມທັງແມ່ຍິງ ແລະເດັກນ້ອຍ ຫລາຍສິບຄົນ.

ລາຍງານຂອງ HRW ກ່າວວ່າ “ການໂຈມຕີອິສຣາແອລ ໃນວັນທີ 7 ຕຸລາ ໂດຍນັກລົບທີ່ນຳພາໂດຍກຸ່ມຮາມາສ ເປັນການໂຈມຕີຕໍ່ພົນລະເຮືອນທີ່ເປັນຕາຢ້ານຫຼາຍ. ຫຼາຍປະເທດໄດ້ພາກັນປະນາມຢ່າງສົມເຫດສົມຜົນ ຕໍ່ການກະທໍາທີ່ເປັນຕາຢ້ານດັ່ງກ່າວນີ້ໃນທັນທີ.”

ພວກເຂົາເຈົ້າກ່າວຕື່ມວ່າ "ລັດຖະບານຂອງອິສຣາແອລໄດ້ຕອບໂຕ້ໂດຍການຕັດນ້ໍາ ແລະໄຟຟ້າຂອງພົນລະເຮືອນ 2.3 ລ້ານຄົນໃນຂົງເຂດກາຊາ ແລະຂັດຂວາງການສົ່ງ​ເຄື່ອງ​ຂອງ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ຍົກເວັ້ນ​ແຕ່ນໍ້າມັນເຊື້ອໄຟ, ອາຫານ, ແລະການຊ່ວຍເຫຼືອດ້ານມະນຸດສະທໍາ ​ຈຳ​ນວນ​ພຽງ​ເລັກ​ນ້ອຍ, ​ເຊິ່ງຮູບແບບຂອງການລົງໂທດ​ຮວມ​ໝູ່ດັ່ງກ່າວນີ້ ​ແມ່ນເປັນອາຊະຍາກໍາສົງຄາມ. ກອງທັບອິສຣາແອລ ອອກຄໍາສັ່ງໃຫ້ປະຊາຊົນຫຼາຍກວ່ານຶ່ງລ້ານຄົນທີ່ອາໄສຢູ່ໃນຂົງເຂດກາຊາອົບພະຍົບອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ແລະໄດ້​ໂຈມ​ຕີໃສ່ບໍລິເວນທີ່ມີປະຊາກອນໜາແໜ້ນນັ້ນດ້ວຍອາວຸດໜັກ, ສົ່ງຜົນໃຫ້ພົນລະເຮືອນເສຍຊີວິດຫຼາຍພັນຄົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG