ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕຳຫລວດຮົງ​ກົງ ​​ບຸກ​ເຂົ້າ​ ກວດລ້າງ ຈຸດທີ່ຕັ້ງຂອງ ພວກປະທ້ວງ


ເຈົ້າໜ້າ​ທີ່​ຕຳຫລວດຮົງ​ກົງ ​ໄດ້ບຸກ​ເຂົ້າ​ໂຈມ​ຕີ​ ໃນວັນ​ສຸກຕອນ
​ເຊົ້າມື້ນີ້ ຈຸດ​ທີ່​ຕັ້ງຂອງ​ພວກ​ປະ​ທ້ວງ ​ເພື່ອ​ທຳ​ການ​ທັບ​ມ້າງ​ເຄື່ອງ
ກີດ​ຂວາງ​ຕ່າງໆ ​ເຊັ່ນ ຕູບ​ຜ້າ​ໃບ ​ແລະ ຜ້າ​ກັນ​ສາດ​ຕ່າງໆ ທີ່​ໄດ້
​ຕັນຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເມື​ອງ​ ເປັນ​ເວລາຫຼາຍກວ່າ
2 ອາທິດ​ແລ້ວ.

ການ​ໂຈມ​ຕີ​ດັ່ງກ່າວ ຄໍານວນ​ວ່າມີເຈົ້າໜ້າ​ທີ່ຕຳຫລວດ 100 ຄົນ
ຜູ້​ທີ່ແນ​ເປົ້າໝາຍໃສ່​ບໍລິ​ເວນ​ທົ່ວ Victoria Harbor ຫ່າງຈາກ​ຈຸດ
​ປະ​ທ້ວງຫຼັກ​ ໃນເຂດສູນ​ການ​ຄ້າ​ຂອງ​ເມືອງນັ້ນ. ຕຳຫລວດ ຢູ່​ໃນ
​ເຂດ Mong Kok ທີ່​ມີ​ການ​ສັນຈອນ​ຢ່າງ​ໜາ​ແໜ້ນ ​ໄດ້​ລ້ອມ​ພວກ
​ປະ​ທ້ວງ​ຈຳນວນ 30 ຄົນ ຜູ້​ທີ່​ໄດ້​ອອກ​ໄປ​ຈາກພື້ນ​ທີ່​ ໂດຍ​ບໍ່​ມີ​
ການ​ຕໍ່ຕ້ານເລີຍ.

ຜູ້​ປະ​ທ້ວງ​ໄວ 23 ປີ ທ້າວ Eric Lau ​ກ່າວວ່າ ລາວ​ບໍ່​ມີ​ຈຸດປະສົງ ຢາກ​ຕໍ່ສູ້​ກັບ​ບັນດາ​
ເຈົ້າໜ້າ​ທີ່​ເລີຍ.

ທ້າວ Eric Lau ເວົ້າວ່າ “ພວກ​ເຮົາ​ມາ​ທີ່​ນີ້​ດ້ວຍ​ຄວາມ​ສັນຕິ ​ແລະ ພວກ​ເຮົາ​ບໍ່​
ຕ້ອງການ​ຕໍ່ສູ້​ຕ້ານ​ກັບ​ພັກ​ໃດ​ພັກ​ໜຶ່ງ ລວມທັງ ຕຳຫລວດ ​ແລະ ອື່ນໆ. ມັນ
ຂາດ​ພະລັງອຳນາດ ເຮັດ​ຫຍັງ​ບໍ່​ໄດ້​ເລີຍ ຕາມຂ້ອຍ​ຄິດ.”

ການ​ໂຈມ​ຕີນີ້ ​ເປັນຄັ້ງທີ 3 ​ທີ່ຕຳຫລວດ​ໄດ້ທຳ​ການ​ເປີດ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​
ຂອງ​ເມືອງ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ກັນຍາ ​ໃນເວລາ​ພວກ​ປະ​ທ້ວງ​ ໄດ້​ເຂົ້າ​ໄປ​ຢຶດຄອງ
ພື້ນ​ທີ່ຢູ່​ໃຈກາງ​ເມືອງ ​ເພື່ອ​ກົດ​ດັນ​ທາງ​ການ​ຈີນ ໃຫ້​ຢຸດ​ການ​ແຊກ​ແຊງ​ ໃນ​ການ​ເລືອກ​
ຕັ້ງຢູ່​ທ້ອງ​ຖິ່ນນັ້ນ.

​ໃນ​ວັນ​ພຸດ​ມື້ກ່ອນ ຕຳຫລວດຫຼາຍຮ້ອຍ​ຄົນ ບາງ​ສ່ວນ​ໄດ້​ໃຊ້​ໄມ້ຄ້ອນ ​ແລະ​ສະ​ເປ​ໝາກ​ເພັດ ຂັບ​ດັນ​ພວກ​ປະ​ທ້ວງ​ ​ ທີ່​ກຳລັງ​ຕໍ່​ສູ່ເພື່ອ​ຄວບ​ຄຸມ​ເອົາ​ຖະໜົນ​ຫົນທາງ ໃກ້ໆ​ກັບ​ສຳນັກງານ​ໃຫຍ່​ລັດຖະບານ​ຂອງເມືອງນັ້ນ​ໃຫ້​ຖອຍ​ໄປ.

HONG KONG VOSOTVO
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG