ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

10 ຄົນເສຍຊີວິດ ໃນເຫດການຢຽບກັນຕາຍ ຢູ່ໃນງານບຸນ ສາສະໜາ ຮິນດູ ໃນອິນເດຍ


ແຜນທີ່ ປະເທດອິນເດຍ
ແຜນທີ່ ປະເທດອິນເດຍ

ຕຳຫລວດ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ ກ່າວ​ວ່າ ​ເຫດການ
​ຢຽບ​ກັນ​ຕາຍ ​ເມື່ອ​ຕອນ​ເຊົ້າວັນ​ຈັນ​ມື້​ນີ້ ຢູ່ນອກ​ວັດ​ສາສະໜາ​ຮິນ​ດູ
​ແຫ່ງ​ໜຶ່ງ ມີຜູ້ເສຍ​ຊີວິດຢ່າງ​ໜ້ອຍ 10 ຄົນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ​ເຫດການ​ເກີດ​ຂຶ້ນ ​ເມື່ອ​ຫຼາຍພັນ​ຄົນທີ່
ພາກັນ​ໄປ​ຮ່ວມງານ​ບຸນ​ສາສະໜາ ​ໃນ​ລັດ Jharkhand ຟ້າວ​ແຫຍ້
​ກັນ​ເຂົ້າວັດດັ່ງກ່າວ​ເວລາ​ປະຕູ​ວັດເລີ້ມເປີດ​.

ຢ່າງ​ໜ້ອຍ 15 ຄົນ ​ໄດ້​ຮັບບາດ​ເຈັບ ​ໃນ​ການ​ບຽດ​ສຽດ​ແຫຽ​້ກັນ.

​ເຫດການຢຽບ​ກັນ​ຕາຍຫຼາຍໆ​ຄັ້ງທີ່​ຜ່ານມາ ຢູ່​ທີ່​ງານ​ບຸນ​ສາສະໜາ ​ແມ່ນ​ເປັນ​ເລື້ອງ​
ທຳ​ມະ​ດາ ຢູ່​ໃນອິນ​ເດຍ ບ່ອນ​ທີ່​ຝຸງ​ຊົນ ສ່ວນ​ໃຫຍ່ ​ແມ່ນຫຼາຍ​ເກີນກວ່າເຈົ້າໜ້າ​ທີ່​
ຮັກສາ​ຄວາມ​ປອດ​ໄພ ​ແລະ ມາດ​ຕະການ​ຄວບ​ຄຸມຕ່າງໆ ​ຈະ​ຮັບ​ມື​ໄດ້.

​ເມື່ອ​ເດືອນ​ແລ້ວ​ນີ້ 27 ​ຄົນໄດ້​ເສຍ​ຊີວິດ ຢູ່​ພາກ​ໃຕ້​ຂອງ​ອິນ​ເດຍ ຂະນະ​ທີ່ຜູ້​ສະ​ແຫວງບຸນ ຫຼາຍໝື່ນ​ຄົນ ຟ້າວ​ລົງ​ໄປ​ອາບນ້ຳ ​ໃນ​ແມ່ນ້ຳ Godavari ​ໃນ​ງານ​ບຸນນັ້ນ. ​ແລະ ​ເມື່ອ​ເດືອນ​ຕຸລາ​ປີ​ກາຍ​ນີ້ 32 ຄົນ​ໄດ້​ເສຍ​ຊີວິດ ຢູ່ງານ​ບຸນ ​ໃນ​ລັດ Bihar.

India Stampede
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG