ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ເຄິ່ງ​ນຶ່ງ​ຂອງ​ປະ​ຊ​າ​ກອນ​ໂລກ ຈະ​ໄປ​ປ່ອ​ນ​ບັດ​ໃນ​ປີ 2024 ຊຶ່ງ​ອາດ​ຈະ​ມີ​ຜົນ ພາ​ໃຫ້​ເກີດ​ການ​ປ່ຽນ​ແປງ ​ໃນ​ໂລກ


ຜູ້​ຊາຍ​ຄົນ​ນຶ່ງ​​ລົງ​ຄະ​ແນນ​ສຽງ ທີ່​ໜ່ວຍ​ປ່ອນ​ບັດ ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຂອງ​ບັງ​ກ​ລາ​ແດັ​ສ ທີ່​ນະ​ຄອນ​ດາ​ກາ ເມື່ອ​ວັນ​ທີ 7 ມັກ​ອນ 2024 ບ່ອນ​ທີ່​ທ່ານ​ນາງ​ຊິກ ຮາ​ຊີ​ນາ ໄດ້​​ໄຊ​ຊະ​ນະການ​ເລືອກ​ຕັ້ງ ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 5 .
ຜູ້​ຊາຍ​ຄົນ​ນຶ່ງ​​ລົງ​ຄະ​ແນນ​ສຽງ ທີ່​ໜ່ວຍ​ປ່ອນ​ບັດ ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຂອງ​ບັງ​ກ​ລາ​ແດັ​ສ ທີ່​ນະ​ຄອນ​ດາ​ກາ ເມື່ອ​ວັນ​ທີ 7 ມັກ​ອນ 2024 ບ່ອນ​ທີ່​ທ່ານ​ນາງ​ຊິກ ຮາ​ຊີ​ນາ ໄດ້​​ໄຊ​ຊະ​ນະການ​ເລືອກ​ຕັ້ງ ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 5 .

ໃນ​ປີ 2024 ນີ້ ຈະ​ມີ​ການ​ທົດ​ສອບ​ທີ່​ສຳ​ຄັນໆ​ກ່ຽວ​ກັບ​ການ​ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ ໂດຍ​ຈະ​ມີ​ປະ​ຊາ​ຊົນ​ປະ​ມານ 4 ພັນ​ລ້ານ​ຄົນ ຢູ່​ໃນ 50 ກວ່າ​ປະ​ເທດ ຄື​ເກືອບ​ເຄິ່ງ​ນຶ່ງ ​ຂອງ​ປະ​ຊາ​ກອນ​ໂລກ ມີ​ກຳ​ນົດ​ທີ່​ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. ດັ່ງ​ທີ່ ເຮັນ​ຣີ ຣິ​ຈ​ແວ​ລ ລາຍ​ງານ​ມານັ້ນ ຜົນ​ຂອງ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ມີ​ທ່າ​ທາງວ່າ​ຈະ​ຫຼໍ່​ຫຼອມ​ການ​ເມືອງ​ຂອງ​ໂລກ ໃນ​ໄລ​ຍະ​ຫຼາຍໆ​ປີ​ຕໍ່​ໜ້າ ຊຶ່ງ​ໄພ​ສານ ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ນາງ​ຊິກ ຫາ​ຊີ​ນາ ໄດ້ຊະ​ນະ ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ສະ​ໄໝ​ທີ 5 ໃນ​ວັນ​ເສົາ​ແລ້ວ​ ຊຶ່ງ​ເປັນ​ການ​ເລືອກ​ຕັ້ງ​ທີ່​ສຳ​ຄັນ​ບ່ອນ​ທຳ​ອິດ ຢູ່​ໃນ​ທົ່ວ​ໂລກ​ສຳ​ລັບ​ປີນີ້.

ໄຕ້​ຫວັນໄດ້​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ໃນ​ວັນ​ທີ 13 ມັງ​ກອນ. ການ​ຂົ່ມ​ຂູ່ຂອງ​ຈີນທີ່​ຈະ​ເຂົ້າ​ຢຶດ​ເອົາ​ເກາະດ້ວຍ​ການ​ໃຊ້​ກຳ​ລັງ ແມ່ນ​ຄອບ​ງຳ ​ການ​ປ່ອນ​ບັດ​ດັ່ງ​ກ່າວ.

ທ່ານ​ວິ​ລ​ລຽມ ຫຼາຍ ຜູ້​ສະໝັກ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ ທີ່​ມີ​ຄະ​ແນນ​ນຳ​ໜ້າ​ໃນ​ການ​ຢັ່ງ​ຫາງ​ສຽງ ກ່າວ​ເປັນ​ພາ​ສາ​ຈີນ​ກາງວ່າ:

“​ພວກ​ເຮົາ​ບໍ່​ພຽງ​ແຕ່​ເລືອກ​ເອົາ​ບັນ​ດາ​ຜູ້​ນຳ​ໃນ​ອະ​ນາ​ຄົດຂອງ​ໄຕ້​ຫວັນ ຜູ້​ຊຶ່ງ​ຈະ​ເລືອກ​ເອົາ ອະ​ນາ​ຄົດ​ຂອງ​ປະ​ເທດ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ດັບ ຂອງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ​ນຳ​ດ້ວຍ ແມ່ນ​ຫຼື​ບໍ່?”

ອິນ​ໂດ​ເນ​ເຊຍ ມີ​ກຳ​ນົດ​ຈະ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ໃນ​ເດືອນ​ໜ້ານີ້ ເພື່ອ​ປົກ​ຄອ​ງ​ປະ​ເທດ​ທີ່​ມີ​ປະ​ຊາ​ຊົນ 277 ລ້ານ​ຄົນ ເຮັດ​ໃຫ້​ປະ​ເທດ​ດັ່ງ​ກ່າວ ກາຍ​ເປັນ​ນຶ່ງບັນ​ດາປະ​ເທດ​ທີ່​ມີ​ຜູ້​ປ່ອນ​ບັດ​ໃຫຍ່ສຸດ​ຂອງ​ໂລກທີ່​ຈັດ​ຂຶ້ນ​ພາຍ​ໃນ ​ເວ​ລາ​ນຶ່ງວັນ.

ປາ​ກິ​ສ​ຖານ​ຈະ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ ໃນ​ເດືອນ​ກຸມ​ພາ ບ່ອນ​ທີ່​ຜູ​ນຳ​ພັກ​ຝ່າຍ​ຄ້ານ ແລະ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄ່ານ ຍັງ​ສືບ​ຕໍ່​ຖືກ​ຂັງ​ຄຸກ ໃນ​ຂໍ້​ຫາ​ເຮັດ​ໃຫ້​ຄວາມ​ລັບ​ຂອງ​ລັດ​ຮົ່ວ​ໄຫລ ຊຶ່ງ​ທ່ານ​ເອງ​ໄດ້​ປະ​ຕິ​ເສດ.

ຣັດ​ເຊຍ ຈະ​ປ່ອນ​ບັດ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ມີ​ນາ ແລະ​ທ່ານວ​ລາ​ດີ​ເມຍ ປູ​ຕິນ ຊຶ່ງ​ລົງ​ສະ​ໝັກ​ຕື່ມ​ອີກນັ້ນ ແມ່ນ​ແນ່ນອນ​ຈະ​ໄດ້​ເປັນ​ຜູ້​ຊະ​ນະ.

ທ່ານ​ອຽນ​ ບອນ ຈາກສູນ​ກາງ​ປະ​ຕິ​ຮູບ​ຢູ​ໂຣບ ກ່າວ​ວ່າ:

“ທ່ານ​ເປັນ​ຜູ້​ຄວບ​ຄຸມ​ ກົງ​ຈັກ​ການ​ປົກ​ຄອງ​ທັງ​ໝົດ ຊຶ່ງ​ຈຳ​ເປັນ​ຕ້ອງ​ໃຫ້​ເປັນ​ທີ່​ແນ່ ນອນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ທ່ານ​ຕ້ອງ​ໄດ້​ມີ​ຂຶ້ນ ແລະ​ພວກ​ເຮົາ​ຈະ​ໄດ້​ຮັບ​ເວ​ລາ​ຕື່ມ​ອີກ 6 ປີ​ຂອງ​ທ່ານ​ປູ​ຕິນ ໄປ​ຈົນ​ເຖິງ​ຢ່າງ​ໜ້ອຍປີ 2030.”

ອິນ​ເດຍ ຊຶ່ງ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ໃຫຍ່​ສຸດ​ຂອງ​ໂລກ ຈະ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ ລະ​ຫວ່າງ​ເດືອນ​ເມ​ສາ​ຫາ​ເດືອນ​ພຶດ​ສະ​ພາ ໂດຍ​ທີ່​ພັກ​ບາ​ຣາ​ຕີ​ຢາ​ຈາ​ນາ​ຕາ ຫຼື BJP ພາຍ​ໃຕ້​ການ​ນຳ​ພ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນ​ະ​ເຣັນ​ດ​ຣາ ໂມ​ດີ ມີ​ຄ​ະ​ແນນ​ນຳ​ໜ້າ​ໃນ​ການ​ຢັ່ງ​ຫາງ​ສຽງ.

ທ່ານ​ພຸ​ຊ ຊາ​ຣາບ ນັກ​ຂ່າວ​ການ​ເມືອງ​ຂອງ​ອິນ​ເດຍ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ການ​ເລືອກ​ຕັ້ງ​ເຫຼົ່າ​ນີ້​ແມ່ນ​ສຳ​ຄັນ​ຫຼາຍ ຍ້ອນ​ວ່າ​ມັນ​ມີ​ສອງ​ຫາງ​ສຽງ​ການ​ເມືອງ​ຢູ່​ໃນ​ປະ​ເທດ​ເວ​ລານີ້. ນຶ່ງ​ໃນ​ນັ້ນ​ກໍ​ແມ່ນ ພັກ BJP ໄດ້​ສ້າງ​ກະ​ແສ​ໃຫ້​ສັງ​ຄົມ​ເປັນຕາມ​ເສັ້ນ​ທາງ​ຂອງ​ຊຸມ​ຊົນ ແລະ​ໃນ​ອີກ​ດ້ານ​ນຶ່ງ ກໍ​ມີ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ວ່າ ພັກ BJP ພວມ​ເພັ່ງ​ເລັງ​ໃສ່​ໃດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ເພີ້ມ​ຂຶ້ນ."

ໃນ​ວັນ​ທີ 2 ມິ​ຖຸ​ນາ ເມັກ​ຊິ​ໂກ ​ກໍ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ອາດ​ຈະ​ມີ​ການ​ປະ​ກາດ​ກ່ຽວ​ກັບການ​ເອົາ​ບາດ​ກ້າວ​ໃໝ່.

ທ່ານ Patricio ຜູ້ຢັ່ງ​ຫາງ​ສຽງ​ຊາວ​ເມັກ​ຊິ​ໂກ ກ່າວ​ເປັນ​ພາ​ສາ​ສະ​ເປນ​ວ່າ:

“ມັນ​ຍັງ​ເປັນ​ເຫດ​ການ​ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາດ​ນຳ​ດ້ວຍ ຍ້ອນ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ນີ້​ແມ່ນ​ເທື່ອ​ທຳ​ອິດທີ່​ແມ່​ຍິງ​ອາດ​ຈະ​ໄດ້​ເປັນ​ຜູ້​ປົກ​ຄອງ​ເມັກ​ຊິ​ໂກ.”

ສະ​ຫະ​ພາບ​ຢູ​ໂຣບ ​ມີ​ກຳ​ນົດ​ທີ່​ຈະ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ ໃນ​ເດືອນ​ມິ​ຖຸ​ນາ ຊຶ່ງ​ຈະ​ມີ​ຜູ້​ຄົນ ​ປະ​ກອບ​ເປັນ​ຫຼາຍກວ່າ​ເຄິ່ງ​ຕື້​ຄົນ​ເຂົ້າ​ຮ່ວມ ທ່າມ​ກາງ​ທີ່​ມີ​ການ​ຟື້ນ​ໂຕ​ຄືນ​ ໃນຄະ​ແນນ​ນິ​ຍົມ​ຂອງ​ບັນ​ດາ​ພັກ​ປະ​ຊາ​ນິ​ຍົມ​ຝ່າຍ​ຂວາ.

ອັງ​ກິດ ມີ​ກຳ​ນົດ​ຈະ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ທ້າຍ​ປີນີ້ ໂດຍ​ການ​ຢັ່ງ​ຫາງ​ສຽງ​ສະ​ເນີ​ແນະ​ວ່າ ຜູ້ຂອງ​ນຳ​ພັກ​ແຮງ​ງານ ທ່ານ​ເກຍ ສແ​ຕມ​ເມີ (Keir Starmer) ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ກຳ​ລັງ​ຢູ່​ໃນ​ທິດ​ທາງ ທີ່​ຈະ​ຢຸດ​ເຊົາ​ການ​ປົກ​ຄອງ​ພັກ​ອະ​ນຸ​ລັກ​ນິ​ຍົມ​ເປັນ​ເວ​ລາ 14 ປີ.

ໃນ​ວັນ​ທີ 5 ພະ​ຈິກ ຊາວ​ອາ​ເມ​ຣິ​ກັນ​ກໍ​ຈະ​ພາ​ກັນ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ວ່າ ຈະ​ປ່ອຍ​ໃຫ້​ທ່ານ​ໂຈ ໄບ​ເດັນ ​ຈາກພັກ​ເດ​ໂມ​ແຄ​ຣັດ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ໄໝ​ທີ​ສອງ​ຂອງ​ສະ​ຫະ​ລັດ ​ຕື່ມ​ອີກ​ຫຼື​ບໍ່ ຫຼື​ເລືອກ​ເອົາ​ຜູ້​ສະ​ໝັກ​ຂອງພັກ​ຣີ​ພັບ​ບ​ລີ​ກັນ ​ເພື່ອ​ເປັນ​ທາງ​ເລືອກ ຊຶ່ງ​ມີ​ທ່ານ​ທ​ຣຳ​ທີ່​ເບິ່ງ​ຄື​ວ່າຈະ​ເປັນ​ຄູ່​ແຂ່ງ. ​ບໍ່​ວ່າຜົນ​ຂອງ​ການ​ເລືອກ​ທັງ​ສອງ​ຢ່າງນີ້ຈະ​ອອກ​ມາ​ແບບ​ໃດ ມັນກໍ່​ຈະ​ພາໃຫ້​ເກີດ​ສະ​ຖາ​ນະ​ການ​ທີ່​ສະ​ຫຼັບ​ຊັບ​ຊ້ອນ​ຢູ່​ໃນ​ທົ່ວ​ໂລກ.

ທ່ານ​ອະ​ນັນ ເມ​ນົນ ຈາກວິ​ທະ​ຍາ​ລ​ໄລ​ຄິງ ຢູ່​ນະ​ຄອນ​ຫຼວງ​ລອນດອນ​ ກ່າ​ວ​ວ່າ:

“ເມື່ອ​ເວົ້າ​ເຖິງບໍ​ລິ​ບົດ​ຂອງ​ຢູ​ໂຣບ​ແລ້ວ ​ຕ່າງ​ກໍ​ມີ​ຄວາມ​ຢ້ານ​ກົວ​ວ່າ ທ່ານ​ດໍ​ໂນ​ລ ທ​ຣຳ ສາ​ມາດ​ບ່ອນ​ທຳ​ລາຍ​ອົງ​ການ​ເນ​ໂຕ້​ໄດ້​ຢ່າງວ່ອງ​ໄວ.”

ພາຍ​ໃນ​ປີນີ້ ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຍັງ​ມີ​ກຳ​ນົດ​ທີ່​ຈະ​ສະ​ແດງ​ອຳ​ນາດ​ໃນ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ລະ​ດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ​ຜົນ​ທີ່​ຕິດ​ຕາມ​ມາ​ເບິ່ງ​ຄື​ວ່າ ຈະ​ມີ​ຄວາມ​ຮູ້​ສຶກ​ໄປ​ອີກ​ໃນ​ຫຼ​າຍໆ​ທົດ​ສະ​ວັດ​ຕໍ່​ໜ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG