ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຍັງສືບຕໍ່ ຍິງຕອບໂຕ້ກັນ ຢູູ່ໃກ້ກົງສຸນຂອງອິນເດຍ


ທະຫານ ກອງທັບແຫ່ງຊາດ ອັຟການິສຖານ ເຝົ້າເບິ່ງ ໃນລະຫວ່າງ ປະຕິບັດການ ຢູ່ໃກ້ກົງສຸນອິນເດຍ ຢູ່ໃນເມືອງ Mazar-i-Sharif ຂອງອັຟການິສຖານ, ວັນທີ 4 ມັງກອນ 2016.
ທະຫານ ກອງທັບແຫ່ງຊາດ ອັຟການິສຖານ ເຝົ້າເບິ່ງ ໃນລະຫວ່າງ ປະຕິບັດການ ຢູ່ໃກ້ກົງສຸນອິນເດຍ ຢູ່ໃນເມືອງ Mazar-i-Sharif ຂອງອັຟການິສຖານ, ວັນທີ 4 ມັງກອນ 2016.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກມືປືນ, ທີ່ລີ້ຊ່ອນຢູ່ໃນອາຄານ
ຫຼັງໜຶ່ງໃກ້ກັບສະຖານກົງສຸນ ອິນເດຍ ໃນເມືອງ Mazar-i-
Sharif ທາງພາກເໜືອຂອງ ອັຟການິສຖານ ກຳລັງສືບຕໍ່ຍິງ
ໂຕ້ຕອບກັບກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ
ໃນວັນຈັນມື້ນີ້.

ພວກຫົວຮຸນແຮງທີ່ບໍ່ໍ່ປະກົດຊື່ໄດ້ພະຍາຍາມທີ່ຈະບຸກເຂົ້າໄປ
ໃນສະຖານກົງສຸນໃນວັນອາທິດວານນີ້ ໃນຂະນະທີ່ການຍິງປືນ
ແລະຈະຫຼວດປືນໝາກປີໄດ້ແຕກດັງໄປທົ່ວ ຂົງເຂດທີ່ຢູ່ອ້ອມແອ້ມ.

ໂຄສົກຂອງເຈົ້າເມືອງໃນທ້ອງຖິ່ນໄດ້ກ່າວວ່າ ມືປືນໄດ້ຍິງຈະຫຼວດ
ຈາກຕຶກອາຄານຂ້າມຜ່ານຖະໜົນຈາກ ສະຖານກົງສຸນ, ກະຕຸ້ນໃຫ້ເກີດການຍິງປະທະ
ກັນ ລະຫວ່າງກຳລັງຮັກສາຄວາມປອດໄພ ແລະ ພວກເຂົ້າໂຈມຕີ. ມີພົນລະເຮືອນຢ່າງ
ໜ້ອຍໜຶ່ງຄົນ ໄດ້ຮັບບາດເຈັບຈາກການປະທະກັນນັ້ນ.

ມາເຖິງປະຈຸບັນນີ້, ຍັງບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ
ດັ່ງກ່າວເທື່ອ.

Gunfight Ongoing Near Indian Consulate in Afghanistan
please wait

No media source currently available

0:00 0:01:06 0:00

XS
SM
MD
LG